ຍົກເລີກແຈ້ງການ MoneyGram ຈ່າຍເງິນກີບ
ຊາວລາວຈຳນວນ ຫຼາຍຮ້ອຍຄົນ ຕໍ່ແຖວຍາວຢຽດ ລໍຖ້າເຮັດ ພາສພອຣ໌ທ, ປະຊາຊົນ ສເນີໃຫ້ ແກ້ໄຂບັນຫາ ເງິນກີບອ່ອນຄ່າ, ຂາດເງິນຕຣາ ຕ່າງປະເທດ, ຍົກເລີກແຈ້ງການໃຫ້ MoneyGram ຈ່າຍເງິນກີບ ພາຍຫຼັງ ສຽງວິຈານ.
-
ໄມຊູລີ
2022-06-19 -
-
-
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວລາວຈຳນວນ ຫຼາຍຮ້ອຍຄົນ ຈາກແຂວງຕ່າງໆ ພາກັນໄປຕໍ່ແຖວ ຢ່າງຍາວຢຽດ ເພື່ອ ລໍຖ້າເຮັດພາສປອດ, ປະຊາຊົນ ສເນີ ໃຫ້ແກ້ໄຂບັນຫາ ເງິນກີບອ່ອນຄ່າ, ຂາດເງິນຕຣາ ຕ່າງປະເທດ ໃນຂະນະ ກອງປະຊຸມສະພາແຫ່ງຊາດ ແລະ ທະນາຄານ ການຄ້າຕ່າງປະເທດລາວ ຍົກເລີກແຈ້ງການ ໃຫ້ໂຕແທນທີ່ ໃຫ້ບໍຣິການ ລະບົບ MoneyGram ຈ່າຍເງິນໃຫ້ລູກຄ້າເປັນເງິນກີບ ພາຍຫຼັງ ມີຫາງສຽງສັງຄົມ ວິພາກ-ວິຈານ ຢ່າງໜັກໜ່ວງ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ທະນາຄານ ການຄ້າຕ່າງປະເທດລາວ ອອກແຈ້ງການ ຍົກເລີກ ກຳນົດ MoneyGram ຈ່າຍເປັນເງິນກີບ ພາຍຫຼັງ ສຽງວິພາກ-ວິຈານ ຢ່າງໜັກໜ່ວງ…”
“ປັນຫາ ມັນບ່ໍແມ່ນ ມາຈາກສະກຸນເງິນວ່າ ຈະເປັນບາດ ຫຼີຶ ກີບ. ປັນຫາ ມັນແມ່ນ ຢູ່ທີີເສດຖະກິດລາວ ຕົກຕ່ຳເອງ, ການສົ່ງອອກຕ່ຳ ເຮັດໃຫ້ປະເທດລາວ ມີລາຍຮັບນ້ອຍ ເງິນຂາດ ໃນທະນາຄານ ໂລກເຮັດໃຫ້ ປະເທດລາວ ບໍ່ສາມາດແລກປຽ່ນ ສິ່ນຄ້າໄດ້ ເວົ້າແບບງາຍໆ ກະຄຶີ ‘ຖັງແຕກ’”
…..
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!