ການປະຕິບຮູບ ຣັຖວິສາຫະກິຈ ໄຟຟ້າລາວ ຍັງບໍ່ໄປ-ບໍ່ມາ: ຈົດໝາຍ ຈາກຜູ້ຟັງ

ຄົນງານຍັງຖືກຂູດຮີດ ຄ່າຈ້າງ ບໍ່ສາມາດ ຮຽກຮ້ອງສິດໄດ້, ລາວ-ວຽດນາມ ຫາລືໂຄງການ ຖານຂໍ້ມູນພົລເມືອງລາວ, ບັດປະຈຳໂຕ ທັນສໄມ, ການປະຕິບຮູບ ຣັຖວິສາຫະກິຈ ໄຟຟ້າລາວ ຍັງບໍ່ໄປ-ບໍ່ມາ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຄົນງານຍັງຖືກຂູດຮີດ ຄ່າຈ້າງ ບໍ່ສາມາດ ຮຽກຮ້ອງສິດໄດ້, ການປະຕິບຮູບ ຣັຖວິສາຫະກິຈ ໄຟຟ້າລາວ ຍັງບໍ່ໄປ-ບໍ່ມາ, ລາວ-ວຽດນາມ ຫາລືໂຄງການ ຖານຂໍ້ມູນພົລເມືອງລາວ, ບັດປະຈຳໂຕ ທັນສໄມ ແລະ ຂ່າວ​ອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ “ການປະຕິບຮູບ ຣັຖວິສາຫະກິຈ ໄຟຟ້າລາວ ຍັງບໍ່ໄປ-ບໍ່ມາ”

“ຈັ່ງໃດກໍຢ່າ ຂໍແຕ່ໄດ້ຊື່ວ່າ ໝໍ້ໄຟໃຫຍ່ ແຫ່ງອາຊີ, ປະຊາຊົນ ອີກບໍ່ດົນ ກໍ ຈະໄດ້ ພ້ອມພາກັນ ກ້າວຂຶ້ນພົ້ນທຸກ ກ່ອນຈະໄດ້ໃຊ້ໄຟ ຟຣີ ເຫັນດີກັນ ຕໍ່ໄປ ຫັ້ນເທາະ!!!”

“ເງື່ອນໄຂ ຈຸດອ່ອນ ຂອງລັດຖະບານລາວ ກໍຄື ເຂື່ອນ ກະສ້າງ ໃນບ້ານໂຕເອງ ເເທ້ໆ ຕ່າງປະເທດ ຊື້ໄຟນຳ ປະເທດລາວ ລາຄາຖຶກໆ ບາດບ້ານໂຕເອງ ຂາຍ ໃນປະເທດລາວເອງ ໃຊ້ເອງ ພັດຂາຍ ໃນລາຄາເເພງໆ ມັນກະໝາຍຄວາມວ່າ ລາວເຮົາ ບໍ່ມີເຂື່ອນ ຈັກອັນເລີຍ ນອກຈາກ ໄດ້ເເຕ່ອ້າງຊື່ວ່າ ເຂື່ອນໄຟຟ້າລາວ ຊື່ໆ ລາວສິມີ ຫຍັງເດ ຜູ້ຢູ່ເບື່ອງຫລັງ ຄື ຈີນ ຖືຫຸ້ນ 95% ໄດ້ເເຕ່ຊື່ ຄຳວ່າ ໄຟຟ້າລາວ ເທົ່ານັ້ນ ແຫລະ!”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org