ຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ: ຈົດໝາຍ ຈາກຜູ້ຟັງ
ສາຍການບິນ ຕ່າງໆໃນລາວ ຍັງ ບໍ່ມີແຜນ ເປີດຖ້ຽວບິນ ໄປສນາມບິນ ໜອງຄ້າງ, ຜູ້ຊາຍຈີນ ຄົນນຶ່ງ ຖືກຈັບ ຫຼັງຈາກ ລັກຣົຖທີ່ເຊົ່າໄປ ແລະ ນັກລົງທຶນຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ.
-
ໄມຊູລີ
2023-05-28 -
-
-
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ສາຍການບິນ ຕ່າງໆໃນລາວ ຍັງ ບໍ່ມີແຜນ ເປີດຖ້ຽວບິນ ໄປສນາມບິນ ໜອງຄ້າງ, ຜູ້ຊາຍຈີນ ຄົນນຶ່ງ ຖືກຈັບ ຫຼັງຈາກ ລັກຣົຖທີ່ເຊົ່າໄປ ແລະ ນັກລົງທຶນຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ນັກລົງທຶນຈີນ ຂໍປູກກ້ວຍ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ”
“ຈີນ ມາບຸກເບີກດີນ ທີ່ເປັນ ອູ່ເຂົ້າ-ອູ່ປາ ຂອງປະຊາຊົນ ອີກແລ້ວ, ຄວນຈະໃຫ້ປະຊາຊົນລາວ ເປັນປູກ ແລ້ວສົ່ງກ້ວຍ ຂອງປະຊາຊົນລາວ ໄປຂາຍ ອອກສູ່ຕລາດຕ່າງປະເທດ ກໍ່ມີຜົນຜລິດ ຈາກຂອງຄົນລາວ ໂດຍຕຣົງ”
“ຜົນຜະລິດ ການກະສິກຳ ແລະ ການກະເສດນີ້ ຕ້ອງແມ່ນ ຂອງຄົນລາວ ບໍ່ແມ່ນຄົນຕ່າງປະເທດ, ຈີນ ຫລື ຫວຽດ, ເປັນຄົນລາວ ໂດຍຕົງ ປະຊາຊົນ ຊີໄດ້ມາ ພັດທະນາ ແຂ່ງຂັນກັບ ຕະຫຼາດ ປະເທດເພືີອນບ້ານ, ບໍ່ແມ່ນ ພັກລັດ ເອື້ອແຕ່ ນາຍທືນຈີນ ກັບຫວຽດນາມ ເຂົ້າມາເອົາ ຜົນປະໂຫຍດ ຂອງປະເທດຕົນເອງ ໂດຍບໍ່ຄຳນືງເຖິງ ການ ລຳບາກ ຂອງປະຊາຊົນ ປີໃໝ່ ທີ່ຜ່ານມາ ເຫັນພີ່ນ້ອງລາວ ຕ້ອງເດິນທາງ ໄປເຮັດວຽກ ຢູ່ໄທຫຼາຍຂື້ນ ກໍຍ້ອນ ພາກລັດ ບໍ່ໄດ້ຊ່ວຍ ປະຊາຊົນເລີຍ ກໍຕ້ອງອາໄສ ປະເທດເພືີອນບ້ານ ໄທ ເປັນແຫລ່ງ ທໍາມາຫາທຳກີນ, ຜູ້ນຳປະເທດ ບໍ່ມີວິໄສທັດຫຍັງ ມີແຕ່ ເອົາຜົນປະໂຫຍດ ໃຫ້ແຕ່ຄອບຄົວ…”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!