ປະຊາຊົນລາວ ຖືກຍາດອາຊີບ ຈາກຄົນຈີນ ຫຼາຍຂຶ້ນ: ຈົດໝາຍ ຈາກຜູ້ຟັງ
ບັນຫາທີ່ດິນ ຂອງຊາວບ້ານ ຢູ່ຫາດຊາຍຟອງ ຍັງບໍ່ໄດ້ຮັບການແກ້ໄຂ, ບັນຫາ ການເຮັດໜັງສື ຜ່ານແດນ ຊັກຊ້າ, ປະຊາຊົນລາວ ຖືກຍາດອາຊີບ ຈາກຄົນຈີນ ຫຼາຍຂຶ້ນ.
-
ໄມຊູລີ
2023-05-22 -
-
-
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະຊາຊົນລາວ ຖືກຍາດອາຊີບ ຈາກຄົນຈີນ ຫຼາຍຂຶ້ນ, ບັນຫາທີ່ດິນ ຂອງຊາວບ້ານ ຢູ່ຫາດຊາຍຟອງ ຍັງບໍ່ໄດ້ຮັບການແກ້ໄຂ, ບັນຫາ ການເຮັດໜັງສື ຜ່ານແດນ ຊັກຊ້າ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ປະຊາຊົນລາວ ຖືກຍາດອາຊີບ ຈາກຄົນຈີນ ຫຼາຍຂຶ້ນ”
“ພັກລັດ ເຫັນແກ່ເງີນກ້ອນໃຫຍ່ ຂອງສປຈິນ... ຈິ່ງອານຸຍາດ ໃຫ້ຈິນຫລັ່ງໄຫລ ເຂົ້າມາລາວ ຢ່າງເປັນຂະບວນ ມະຫາສານ. ພວກຈິນ ໄດ້ມາ ມິ່ນປະໝາດ ຄົນລາວ, ມານັ່ງກີນ ແບບສະນຸກສະບາຍ, ຖິ້ມຂີ້ເຫຍື້ອ, ປະຢາລອດ ເຄື່ອງຂອງເຄມີ ຕາມຖະໜົນຫົນທາງ, ດີນດອນ ການກະເສດ ໃນຫລາຍໆບ່ອນ. ປະຊາຊົນລາວ ບໍ່ກ້າປາກແວົ້າ ເພາະອາດຖືກຄົນຈິນ ຕົບຕີ ໂດຍພັກລັດ ກໍ່ຍັງສຸກຍູ້ໃຫ້ ພວກຈິນ ມີສິດ ເໜືອຄົນລາວ. ຖ້າຄົນລາວຜູ້ໃດ ຈົມຕີ ສະເໜີໄປໃຫ້ ເຈົ້າໜ້າທີ່, ຜູ້ນັ້ນ ຈະຖືກປັບໄໝ ລົງໂທດ...”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!