ຄົນຈີນ ເຂົ້າມາຕັ້ງ ຖິ່ນຖານ ຢູ່ ສປປ ລາວ ຫຼາຍຂຶ້ນ: ຈົດໝາຍ ຈາກຜູ້ຟັງ

ບໍຣິສັດ ຄູນ ທະວີຊັບ ຮ່ວມມື ພັທນາ ຄົບວົງຈອນ ຂອງ ນັກລົງທຶນຈີນ ເຂົ້າສຶກສາ ຄວາມເປັນໄປໄດ້ ໂຄງການ ປູກກ້ວຍ, ຖົ່ວລຽນ ແລະ ມັນຕົ້ນ, ຄົນຈີນ ເຂົ້າມາຕັ້ງ ຖິ່ນຖານ ຢູ່ ສປປ ລາວ ຫຼາຍຂຶ້ນ ແລະ ເຮັດທຸຣະກິຈ ແຂ່ງກັບຄົນລາວ ແລະ ແອນນາ ສຸລິຍະ ອອກມາແກ້ຂ່າວ ຫຼັງຈາກຖືກຕຳຣວດ ສອບສວນ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ແອນນາ ສຸລິຍະ ອອກມາແກ້ຂ່າວ ຫຼັງຈາກຖືກຕຳຣວດ ສອບສວນ, ຄົນຈີນ ເຂົ້າມາຕັ້ງ ຖິ່ນຖານ ຢູ່ ສປປ ລາວ ຫຼາຍຂຶ້ນ ແລະ ເຮັດທຸຣະກິຈ ແຂ່ງກັບຄົນລາວ ແລະ ບໍຣິສັດ ຄູນ ທະວີຊັບ ຮ່ວມມື ພັທນາ ຄົບວົງຈອນ ຂອງ ນັກລົງທຶນຈີນ ເຂົ້າສຶກສາ ຄວາມເປັນໄປໄດ້ ໂຄງການ ປູກກ້ວຍ, ຖົ່ວລຽນ ແລະ ມັນຕົ້ນ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ “ຄົນຈີນ ເຂົ້າມາຕັ້ງ ຖິ່ນຖານ ຢູ່ ສປປ ລາວ ຫຼາຍຂຶ້ນ”

“ຖ້າເບີ່ງໂລດ ອານາຄົດ ເອກະລັກ ຄວາມເປັນລາວ ແລະ ມູນເຊື້ອຊາດລາວ ນັບມື້ຈະສູນຫາຍໄປ ຈາກລາວ, ຕໍ່ໄປຈະມີແຕ່ ຂອງຕ່າງຊາດ, ຈີນ ເຂົ້າມາແທນທີ່ ດີນດອນຕ່ອນຫຍ້າ, ບ່ອນໃດ ກະຊີ່ ຍົກໃຫ້ຈີນ ມາສຳປະທານ, ມາຢູ່ ຫມົດແລ້ວ…”

“ຕອນນີ້ ພົນລະເມືອງ ບ້ານເຮົາ ໃກ້ຈະ 8 ລ້ານຄົນ, ແຕ່ມີ ຈີນ ກັບ ວຽດ ຢ່າງຫລວງຫລາຍ, ບໍ່ມີຍຸກໃດ ສະໄໝໃດ ທີ່​ຈີນ ແລະ ວຽດ​ນາມ ເຂົ້າມາດິນແດນ ລາວ ແລະ ມີອິດທິພົນເໜືອ ເຈົ້າຂອງດິນແທ້, ອະນາດໃຈ ເດ!”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org