ຈ.ມ ຈາກຜູ້ຟັງ 04/23/22

ຂົນສົ່ງເຄື່ອງ ຈາກຈີນ ຫຼ້າຊ້າ ພາກທຸຣະກິຈ ເດືອດຮ້ອນ, ປ່າສງວນ ຢູ່ແຂວງເຊກອງ ຖືກບຸກລຸກເພື່ອ ການຜລິດ ແລະ ຊາວບ້ານ ເມືອງວຽງໄຊ ກັງວົນ ຜົລກະທົບ ຂອງໂຄງການບໍ່ແຮ່.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຂົນສົ່ງເຄື່ອງ ຈາກຈີນ ຫຼ້າຊ້າ ພາກທຸຣະກິຈ ເດືອດຮ້ອນ, ປ່າສງວນ ຢູ່ແຂວງເຊກອງ ຖືກບຸກລຸກເພື່ອ ການຜລິດ ແລະ ຊາວບ້ານ ເມືອງວຽງໄຊ ກັງວົນ ຜົລກະທົບ ຂອງໂຄງການບໍ່ແຮ່.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ ປ່າສງວນ ຢູ່ແຂວງເຊກອງ ຖືກບຸກລຸກເພື່ອ ການຜລິດ

ພັກລັດ ໃຫ້ຄວາມຍຸຕິທັມ ໃຫ້ປະຊາຊົນເເດ່, ກວດກາເບີ່ງ ຖ້າປະຊາຊົນກຸ່ມນັ້ນ ທຸກແທ້ ກໍ່ຄວນແກ້ໄຂ ໃຫ້ເຂົາ ມີບ່ອນທໍາມາຫາກີນ ດີກວ່າ ເປັນໂຈນປຸ້ນສະຫວາດ…ຖ້າບໍ່ຢາກ ໃຫ້ປະຊາຊົນ ຕັດໄມ້ ເຮັດໄຮ່ ເຮັດສວນ, ລັດຕ້ອງຊອກວຽກເຮັດ ໃຫ້ປະຊາຊົນ ໂດຍມີ ໂຄງການໃດໜຶ່ງ ເພື່ອເປັນອາຊີບໃຫ້ປະຊົນ.”

…..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org