ລາຄາໄຟຟ້າແພງຂຶ້ນ ທັ້ງໆທີ່ ມີເຂື່ອນຫຼາຍແຫ່ງ: ຈົດໝາຍ ຈາກຜູ້ຟັງ

ເປົ້າໝາຍ ອອກຈາກປະເທດ ດ້ອຍພັດທະນາ ຂອງລາວ ອາດຍັງບໍ່ເຖິ່ງຝັ່ງຝັນ, ສານເຄມີ ທີ່ກຳລັງ ຈະຂົນໄປ ໃຫ້ບໍຣິສັດ ຂຸດຄົ້ນ ບໍ່ແຮ່ ຫາຍາກ ຂອງຈີນ ຮົ່ວໄຫລ ຢູ່ ຫ້ວຍນ້ອຍ ເຂດບ້ານ ພູຊ້າງຄຳ, ລາຄາໄຟຟ້າແພງຂຶ້ນ ທັ້ງໆທີ່ ມີເຂື່ອນຫຼາຍແຫ່ງ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ລາຄາໄຟຟ້າແພງຂຶ້ນ ທັ້ງໆທີ່ ມີເຂື່ອນຫຼາຍແຫ່ງ, ເປົ້າໝາຍ ອອກຈາກປະເທດ ດ້ອຍພັດທະນາ ຂອງລາວ ອາດຍັງບໍ່ເຖິ່ງຝັ່ງຝັນ, ສານເຄມີ ທີ່ກຳລັງ ຈະຂົນໄປ ໃຫ້ບໍຣິສັດ ຂຸດຄົ້ນ ບໍ່ແຮ່ ຫາຍາກ ຂອງຈີນ ຮົ່ວໄຫລ ຢູ່ ຫ້ວຍນ້ອຍ ເຂດບ້ານ ພູຊ້າງຄຳ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ຄວາມເຫັນ ກ່ຽວກັບຂ່າວ “ລາຄາໄຟຟ້າແພງຂຶ້ນ ທັ້ງໆທີ່ ມີເຂື່ອນຫຼາຍແຫ່ງ”

“ເພາະເຂື່ອນແມ່ຂອງ ນາຍທືນຕ່າງຊາດ. ການລົງທືນ ແມ່ນເພື່ອກຳໄລ. ລາວເປັນແບດ ເຕີຣີ້ ພຽງແຕ່ຊື່. ຕ່າງຜູ້ ຕ່າງໄດ້ ລະວ່າງ ລັດ ສປປລ ແລະ ນາຍທືນ. ລາວກໍໄດ້ຄືກັນ ໄດ້ຈ່າຍ ພໍມີ ໄຟຟ້າ ຄື ປະເທດອື່ນໆເຂົາ.”

“ປະເທດ ຢູ່ທະເລຊາຍ ເຂົາມີບໍ່ນ້ໍາມັນຫລາຍ, ປະເທດເຂົາ ໄຊ້ນ້ໍາມັນ ລາຄາຖືກ ເພາະ ເຮັດໄຊ້ ຂາຍເອົາເງີນ, ແຕ່ກົງກັນຂ້າມ ກັບ ບາງປະເທດ ມີເຂື່ອນໄຟຟ້າ ເກືອບຮອດ 100 ເຂື່ອນ ແຕ່ຄ່າໄຟຟ້າແພງ ຊ້ໍາພັດບໍ່ແມ່ນ ຂອງປະເທດໂຕເອງ ໄຟຟ້າ ດັບດຸ ແລະ ລາຄາກະແພງ”

“ການກໍ່ສ້າງ ຕົ້ນທືນສູງ ນາຍທືນ ຕ້ອງຄິດໄລ່ ເອົາທືນຄືນ ເພື່ອໄຊ້ທະນາຄານ ໃຫ້ທັນກໍານົດ ເຮົາປະຊາຊົນ ຍຸກໃດສະໄໜໃດ ກໍ່ຕ້ອງຂຸດຫົວເລົາເກົາຫົວຫ້ຽາ ບໍ່ກໍ່ເກັບ 5 ເກັບ 10 ນໍາຕະລາດ ເຫືລອເຈົ້າ ຂອງຕະລາດເກັບ ຈິ່ງໄດ້ກິນ​. ຢ່າເຂົ້າໃຈວ່າ ປະເທດພັດທະນາ ປະຊາຊົນ ຈະໄດ້ຢູ່ດີກິນດີ ມີແຕ່ຄົນຊັ້ນກາງ ແລະ ຊັ້ນສູງເຂົານັ້ນລະ ລົງເຮືອນ ບໍ່ໄດ້ຍ່າງ ຂີ້ຝຸ່ນບໍ່ຕິດເກີບ”

“ຄ່າໄຟຟ້າແພງ ເຂືອນໄຟຟ້າ ບໍ່ແມ່ນຂອງນາຍທືນລາວ 100% ມັນເປັນການລົງທືນ ຂອງຕ່າງປະເທດ ແລ້ວຊິ ໃຫ້ມັນຖືກແນວໃດ ຂໍບໍ່ໃຫ້ຂື້ນອີກ ກະດີແລ້ວ”

….

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org