ຈ.ມ ຈາກຜູ້ຟັງ 04/09/22

ແມ່ຍິງລາວ ຫາຍສາບສູນ ຫຼັງຈາກແຕ່ງດອງ ໄປຢູ່ຈີນ, ກວດພົບພະນັກງານຣັຖ ສໍ້ຣາສບັງຫຼວງ ຢູ່ເຊກອງ 2 ກໍຣະນີ, ປີນີ້ ລາຄານໍ້າມັນ ຂຶ້ນ 8 ເທື່ອ ແຕ່ທາງການ ຍັງແກ້ໄຂ ບໍ່ໄດ້, ມີແຜນຕຣຽມພ້ອມ ລົງມືກໍ່ສ້າງ ເຂື່ອນປາກລາຍ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ແມ່ຍິງລາວ ຫາຍສາບສູນ ຫຼັງຈາກແຕ່ງດອງ ໄປຢູ່ຈີນ, ກວດພົບພະນັກງານຣັຖ ສໍ້ຣາສບັງຫຼວງ ຢູ່ເຊກອງ 2 ກໍຣະນີ, ປີນີ້ ລາຄານໍ້າມັນ ຂຶ້ນ 8 ເທື່ອ ແຕ່ທາງການ ຍັງແກ້ໄຂ ບໍ່ໄດ້, ມີແຜນຕຣຽມພ້ອມ ລົງມືກໍ່ສ້າງ ເຂື່ອນປາກລາຍ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວກັບຂ່າວ ກວດພົບພະນັກງານຣັຖ ສໍ້ຣາສບັງຫຼວງ ຢູ່ເຊກອງ 2 ກໍຣະນີ

ຂໍໃຫ້ອົງການກວດກາ ຈົ່ງເຮັດໜ້າທີ່ ໃຫ້ເດັດຂາດ, ມີຄວາມເປັນກາງ ຍຸຕິທຳ ນຳພາປະເທດ ຫຼຸດພົ້ນ ຈາກມືໂຈນ ພວກນີ້ ທີ່ເປັນສັດຕູ ຂອງຊາດ, ພວກນີ້ ມັກໄຊ້ອຳນາດໂດຍລຳພັງ ເພື່ອຫວັງ ຜົນປະໂຫຽດ ໃນຄອບຄົວ ແລະ ຕະກຸນເຈົ້າ ຂອງຕົວເອງ ແລະບໍ່ສົນໃຈເຖີງ ຫາງສຽງ ຂອງສັງຄົມ, ພາບພົດ, ນະໂຍບາຍ, ຄວາມເຊື່ອຖື ລະຫວ່າງ ປະຊາຊົນກັບ ພະນັກງານ ຂອງລັດ, ເປັນ ບັນຫາ ລະດັບປະເທດ ແລະ ລະດັບໂລກ ,ມັນທຳລາຍຄວາມເຊື່ອໝັ້ນ ເຖີງແນວທາງການ ເດີນໜ້າ, ການພັດທະນາ ປະເທດຊາດ..!

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org