ຈ.ມ ຈາກຜູ້ຟັງ 03/19/22

ການດູດຊາຍ ສ້າງຄວາມ ເດືອດຮ້ອນ ໃຫ້ຊາວ ນະຄອນຫຼວງ, ທ່ານຄູຄຳ ຈະສືບຕໍ່ ເປັນສຽງໃຫ້ ປະຊາຊົນ, ສວນໃບຢາສູບ ສ້າງຣາຍໄດ້ດີ, ແຕ່ສົ່ງຜົລກະທົບ ຫຼາຍດ້ານ, ເງິນກີບເຟີ້ ກະທົບຊີວິດ ການເປັນຢູ່ ປະຊາຊົນ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ການດູດຊາຍ ສ້າງຄວາມ ເດືອດຮ້ອນ ໃຫ້ຊາວ ນະຄອນຫຼວງ, ທ່ານຄູຄຳ ຈະສືບຕໍ່ ເປັນສຽງໃຫ້ ປະຊາຊົນ, ສວນໃບຢາສູບ ສ້າງຣາຍໄດ້ດີ, ແຕ່ສົ່ງຜົລກະທົບ ຫຼາຍດ້ານ, ເງິນກີບເຟີ້ ກະທົບຊີວິດ ການເປັນຢູ່ ປະຊາຊົນ ແລະ ຂ່າວອື່ນໆ..

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ການດູດຊາຍ ສ້າງຄວາມ ເດືອດຮ້ອນ ໃຫ້ຊາວ ນະຄອນຫຼວງ.”

“ປັດຈຸບັນ ພວກດູດຊາຍ ແຫ່ງສ້າງເຮືອດູດຕື່ມ ແລະ ກໍ່ບໍ່ເກັ່ງໃຈໃຜ, ເພາະ ນາຍບ້ານ ແລະ ເຈົ້າເມືອງ ເປັນທິມດຽວກັນ.”

“ພວກຜູ້ຂ້າໄດ້ ຮັບຄວາມເດຶອດຮອ້ນຫຼາຍ ໄປເວົ້າກັບ ຜູ້ມາດູດຊາຍ ເຂົາວ່າ ເມືອງໄຫ້ດູດ, ໄປຫານາຍບ້ານ ບໍລິສັດ ກະໄຫ້ເງິນ ປິດປາກ…. ຂໍເພິ່ງ ເອເຊຍເສລີ ສຶບຕໍ່ ລົງເລິກບັນຫານີ້ ຊວ່ຍປະຊາຊົນແດ່ ເພາະບໍ່ມີທີ່ເພິ່ງແລ້ວ.”

“ດີໃຈນຳເດີ ພົ້ນຈາກເຂຕອັນຕະຣາຍ ມາສູ່ຜືນແຜ່ນດິນ ອຸດົມມັ່ງມີ ແລະ ມີສິດເສຣີປະຊາທິປະໄຕຣ ອັນແທ້ຈິງ. ແຕ່ນີ້ຕໍ່ໄປ ທ່ານເປັນເຈົ້າຂອງຕົນເອງ ທຸກຢ່າງ. ບໍ່ມີການນາບຂູ່ໄດໆທັງສິ້ນ. ຂໍໃຫ້ປະສົບ ຜົນສຳເລັດ ໃນການຕັ້ງຕົ້ນ ຊີວິດໃຫມ່.”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ຕິດຕາມມາດ້ວຍ ເພງ “ຫີນເຫີບ ແດນງາມ” ຈາກສຽງຂັບຮ້ອງ ຂອງຍານາງ ວິໄລວັນ ສີສຸນົນ, ສິລປິນ ຈາກປະເທດອັອສເຕຣເລັຽ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org