ຈ.ມ ຈາກຜູ້ຟັງ 03/05/22
ປະຊາຊົນ ທີ່ມີດິນ ໃນເຂດສງວນ ສອງຟາກ ທາງ 450 ປີ ບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນ ໃນເຂດດັ່ງກ່າວ, ຫຼາຍຄົນ ບໍ່ພໍໃຈ ການຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ທີ່ເກັບເງິນເພີ່ມ ແລະ ລາວຮຽກຮ້ອງ ແກ້ໄຂຂໍ້ຂັດແຍ່ງ ຣັດເຊັຍ-ຢູເຄຣນ ດ້ວຍການທູດ.
-
ໄມຊູລີ
2022-03-06 -
-
-
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະຊາຊົນ ທີ່ມີດິນ ໃນເຂດສງວນ ສອງຟາກ ທາງ 450 ປີ ບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນ ໃນເຂດດັ່ງກ່າວ ຖ້າຜູ້ໃດຊື້-ຂາຍ ຫຼື ເຮັດສັນຍາກັນເອງ ຖືວ່າຜິດກົດໝາຍ, ຊາວລາວຫລາຍຄົນ ບໍ່ພໍໃຈ ທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ຂາຍປີ້ຣົຖໄຟ ຢູ່ສູນການຄ້າວຽງຈັນເຊັນເຕີ້ຣ໌ ໂດຍເກັບຄ່າທໍານຽມນໍາຕື່ມ 20,000 ກີບຕໍ່ປີ້ຕໍ່ຖ້ຽວ ແລະ ລາວຮຽກຮ້ອງ ແກ້ໄຂຂໍ້ຂັດແຍ່ງ ຣັດເຊັຍ-ຢູເຄຣນ ດ້ວຍການທູດ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ປະຊາຊົນ ທີ່ມີດິນ ໃນເຂດສງວນ ສອງຟາກ ທາງ 450 ປີ ບໍ່ສາມາດຊື້-ຂາຍ ຫຼືນໍາໃຊ້ດິນ ໃນເຂດດັ່ງກ່າວ ຖ້າຜູ້ໃດຊື້-ຂາຍ ຫຼື ເຮັດສັນຍາກັນເອງ ຖືວ່າຜິດກົດໝາຍ.”
“ຂໍຄວາມເຫັນໃຈ ປະຊາຊົນແດ່ ເງີນທີ່ດີນ ທີ່ຖືກໂຄງການລົດໄຟລາວ-ຈີນ ຍັງບໍ່ໄດ້ປານນີ້ ເມືອງຫາດຊາຍຟອງຫັ້ນ ລົງມາເອົາຂໍ້ມູນ ລະໂພສລົງທາງເພສ ໃຫ້ແດ່ ບໍ່ຈ່າຍ ປະຊາຊົນ ຜູ້ຕາຍ ກະຕາຍໄປແລ້ວ ສ່ວນຜູ້ຍັງ ກະລໍຖ້າ ຍັງບໍ່ໄດ້ຮອດ ປານນີ້ ພີ່ນ້ອງ.”
“ຄືວ່າ ແນວນີ້ເດນໍ ຜູ້ຊື້ກໍຊື້ໄປແລ້ວ ຜູ້ຂາຍກໍຂາຍໄປແລ້ວ ຖອນສີດ ຖອນນຳໃຜ ຖືກໃຜ ກໍບໍ່ດີໃດ ..ດຽວນີ້ ມີຄິວລົດ ມີຕລາດ ມີເຮືອນຫລັງໃຫ່ຍໆ ເປັນຂອງ ພະນັກງານຂອງລັດ.”
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ຕິດຕາມມາດ້ວຍ ເພງ “ສົງຄາມ ຈຳພາກ” ຈາກສຽງຂັບຮ້ອງ ຂອງທ່ານ ພົມມະ ພິມມະສອນ.