ຈ.ມ ຈາກຜູ້ຟັງ 02/26/22

ຊາວຄຣິສຕຽນລາວ ຮຽກຮ້ອງ ຂໍຄວາມເປັນທັມ ພາຍຫຼັງ ເຮືອນຖືກເຜົາ, ຍິງສາວ ຕົກເປັນເຫຍື່ອ ການຄ້າມະນຸດ ໃນເຂດເສຖກິຈ ສາມຫຼ່ຽມຄຳ, ຮຽກຮ້ອງ ໂຄງການຣົຖໄຟລາວ-ຈີນ ແກ້ໄຂ ບັນຫາການຊື້ປີ້, ຫ້ອງນ້ຳ ແລະ ບ່ອນຈອດຣົຖ.

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຊາວຄຣິສຕຽນລາວ ຮຽກຮ້ອງ ຂໍຄວາມເປັນທັມ ພາຍ​ຫຼັງ ເຮືອນ​ຖືກ​ເຜົາ, ຍິງສາວ ຕົກເປັນເຫຍື່ອ ການຄ້າມະນຸດ ໃນເຂດເສຖກິຈ ສາມຫຼ່ຽມຄຳ, ຮຽກ​ຮ້ອງ ໂຄງ​ການຣົຖໄຟລາວ-ຈີນ ​ແກ້ໄຂ ບັນ​ຫາການຊື້ປີ້, ຫ້ອງ​ນ້ຳ ແລະ ບ່ອນ​ຈອດ​ຣົ​ຖ ແລະ ຂ່າວອື່ນໆ…..

ຄວາມເຫັນບາງຕອນ ຈາກ​ທ່ານ​ຜູ້​ຟັງ:

ກ່ຽວກັບຂ່າວ ຊາວຄຣິສຕຽນລາວ ຮຽກຮ້ອງ ຂໍຄວາມເປັນທັມ ພາຍ​ຫຼັງ ເຮືອນ​ຖືກ​ເຜົາ

ການເຊື່ອຖື ເປັນສິດທິ ຂອງບຸກຄົນ ການຕັດສິນ ເປັນຂອງບຸກຄົນ ບໍ່ດ້ບັັງຄັບ ຕາມລັດຖະທຳມະນູນ ຄູ້ມຄອງ ສາສະໜາ ແຫ່ງ ສປປ ລາວ, ແຕ່ພາຍໃຕ້ ກົດໝາຍບ້ານເມືອງ ຄົນທີ່ໄປເວົ້າວ່າ ເຊື່ອຖື ພຣະເຢຊຸ ແລ້ວແຕກແຍກ ແບ່ງບັນ ບໍ່ມີໃຜ ເຮັດດອກ, ພວກເຈົ້າ ຫາກອະຄະຕິເອງ ໄປເວົ້າ ຈັງຊັ້ນຈັງຊິິ ໃຫ້ຂະເຈົ້າວ່າ ຖືສາດສະໜາ ຕ່າງແນວນັ້ນແນວນີ້. ຄົນລາວນຳກັນ ຈົ່ງຮັກແພງກັນເນີ ການທີ່ຈະໄປ ວິພາກວີຈານກັນ ແບບນີ້ ມັນບໍ່ດີ ໃຜຈະເວົ້າຫຍັງກະເວົ້າ ທຸກສາດສະໜາ ສອນໃຫ້ເປັນຄົນດີໝົດ ຂື້ນກັບບຸກຄົນນັໍັ້ນ ຈະປະຕິບັດຕາມ ແລະ ເຮັດໃດ້ຫຼືບໍ່?…”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ຕິດຕາມມາດ້ວຍ ເພງ  “ຮັກອ້າຍ ໃນຝັນຈາກສຽງຂັບຮ້ອງ ຂອງ ທອງວອນ ຂັນນາຣາ, ສິປິນ ຈາກປະເທດ ອັອເຕເລັຽ….

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org