ຊາວລາວ ເປັນຫ່ວງ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ: ຈົດໝາຍ ຈາກຜູ້ຟັງ

ຄົນງານລາວ ທີ່ຖືກຈັບຢູ່ ມາເລເຊັຽ ກັບເຖິງບ້ານແລ້ວ, ຊາວບ້ານ ເມືອງອະນຸວົງ ແລະ ລ້ອງແຈ້ງ ບໍ່ເຫັນພ້ອມ ທີ່ຣັຖອະນຸຍາດ ໃຫ້ຈີນ ຂຸດຄົ້ນແຮ່, ຊາວລາວ ເປັນຫ່ວງວ່າ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ.

ຮູບພາບໂຕຢ່າງ: ປ້າຍໂຄສະນາ ທີ່ບໍ່ປະຕິບັດຕາມລະບຽບ ຂອງທາງການລາວ ຊຶ່ງພາສາຈີນ ໃຫຍ່ກວ່າ ພາສາລາວ (TS), ເດືອນ ກໍຣະກະດາ ປີ 2022.

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຄົນງານລາວ ທີ່ຖືກຈັບຢູ່ ມາເລເຊັຽ ກັບເຖິງບ້ານແລ້ວ, ຊາວລາວ ເປັນຫ່ວງວ່າ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ, ຊາວບ້ານ ເມືອງອະນຸວົງ ແລະ ລ້ອງແຈ້ງ ບໍ່ເຫັນພ້ອມ ທີ່ຣັຖອະນຸຍາດ ໃຫ້ຈີນ ຂຸດຄົ້ນແຮ່, ການນຳເຂົ້າ ຜົລຜລິດກະເສຕ ຈາກເພື່ອນບ້ານ ເຮັດໃຫ້ ພືດ-ຜັກ ຂອງກະສິກອນລາວ ຂາຍບໍ່ອອກ ແລະ ຂ່າວອື່ນໆ.

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ໋ຽວກັບ ຂ່າວ ຊາວລາວ ເປັນຫ່ວງວ່າ ອິດທິພົລຈີນ ຈະແຜ່ຂຍາຍໄປ ໃນຫລາຍດ້ານ

“ໂຮງຮຽນຈີນ, ແຕ່ມາຕັ້ງ ແລະ ເປີດຢູ່ລາວ. ຕໍ່ໄປ ລາວຈະຫາຍສາບສູນ ມີແຕ່ເຈັກແຕ່ຈີນ ທຸກມື້ນີ້ ມັນມາຢູ່ລາວ ແລະ ມີອຳນາດໃຫຍ່ກ່ວາ ອຳນາດການປົກຄອງ ຂອງລາວຊໍ້າອີກ ບໍ່ມີໃຜ ສາມາດຫ້າມມັນໄດ້ ຖ້າມັນຢາກໄດ້ອັນໃດ ກໍ່ຕ້ອງໄດ້, ອຳນາດການປົກຄອງລາວໝົດສິດແລ້ວ ໄດ້ແຕ່ເບີ່ງ…”

“ໃນເມື່ອຈີນ ໄດ້ເຂົ້າມາ ທໍາທຸຣະກິດ ໃນປະເທດລາວ, ສີ່ງຈໍາເປັນ ທີ່ເຍົາວະຊົນລາວຕ້ອງຮຽນຮູ້ ກໍຄື ພາສາຈີນ ເພື່ອເພີ່ມໂອກາດ ໃນການປະກອບອາຊິບ ແລະ ຫມາຍເຖີງອານາຄົດ ທີ່ດີ ໃນວັນຂ້າງໜ້າ ກໍບໍ່ຕິເຂົາ…”

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org