ສວນໝາກໂມຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານໃນຫຼາຍແຂວງ: ຈົດໝາຍ ຈາກຜູ້ຟັງ
ນະໂຍບາຍສາມສ້າງ ຍັງບໍ່ມີຫຍັງ ອອກມາເປັນຮູບປະທັມ, ເຈົ້າໜ້າທີ່ໄທຍ ຊ່ອຍເຫລືອ ແມ່ຍິງລາວ ຈາກຮ້ານອາຫານ ທີ່ທຳຮ້າຍຮ່າງກາຍນາງ, ສວນໝາກໂມ ຂອງນັກລົງທຶນຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານໃນຫຼາຍແຂວງ ຢູ່ເຂດພາກເໜືອ.
-
ໄມຊູລີ
2023-01-22 -
-
-
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ສວນໝາກໂມ ຂອງນັກລົງທຶນຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານໃນຫຼາຍແຂວງຢູ່ເຂດພາກເໜືອ, ແນວທາງສາມສ້າງ ຫຼື ວຽກງານສາມສ້າງ ຂອງຣັຖ ຍັງບໍ່ມີຫຍັງ ອອກມາເປັນຮູບປະທັມ ແລະ ວີດີໂອ້ ກ່ຽວກັບ ເຈົ້າໜ້າທີ່ໄທຍ ຊ່ອຍເຫລືອ ແມ່ຍິງລາວ ຈາກຮ້ານອາຫານ ທີ່ທຳຮ້າຍຮ່າງກາຍນາງ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ໋ຽວກັບ ຂ່າວ “ສວນໝາກໂມ ຂອງນັກລົງທຶນຈີນ ສົ່ງຜົລກະທົບ ຕໍ່ຊາວບ້ານໃນຫຼາຍແຂວງຢູ່ເຂດພາກເໜືອ ຂອງລາວ”
“ແມ່ນ ເມື່ອກ່ອນ ເຊື່ອວ່າ ຈີນ ມາບ້ານເຮົາ ເຮັດໃຫ້ປະຊາຊົນ ມີລາຍໄດ້ ສ້າງຄວາມຈະເລິນໃຫ້ລາວ, ແຕ່ສຸດທ້າຍແລ້ວ ມາເຮັດໃຫ້ເສຍການດໍາເນິນຊີວິດ ຫລື ວົງຈອນຊີວິດ ຂອງຄົນ ແລະ ສັດ ຜິດພຽ້ນໄປ ໂດຍບໍ່ມີຄວາມບັນລະຍາຍ ເລີຍແຫລະ!”
“ຈີນ ລົງທຶນ ທຳກະເສດ ໃນສປປລ ໄດ້ສົ່ງຜົນກະທົບຕໍ່ ປະຊາຊົນ ຫລາຍໆດ້ານ. ຢາກຈະໃຫ້ ພັກລັດ ຊ່ວຍແກ້ໄຂ ແລະ ພາກສ່ວນທີ່ກ່ຽວຂ້ອງ ເລື່ອງນີ້.”
“ສານເຄມີ ບໍ່ວ່າຈະສານຂ້າຫຍ້າ, ສານຂ້າແມງໄມ້, ສັດຕູພືດ ມັນຈະຢູໃນດິນ ແລະ ນ້ຳເປັນ 100 ປີ, ແຕ່ຄົນລາວ ຍັງບໍ່ເຂົ້າໃຈ ສຸດທ້າຍ ມັນຈະສ້າງຜົນເສຍຫາຍ ແກ່ສຸຂະພາບ ຄົນລາວ ໃນພື້ນທີ່ ຢ່າງຫລີກບໍ່ໄດ້ເດີ”
“ຮຽກຮ້ອງ ນາຍົກຄົນໃຫມ່ ຊ່ວຍແກ້ໄຂ ບັນຫານາຍທຶນຊາວຈີນ ທີ່ມາລົງທຶນ ຢູ່ ສປປລາວແດ່, ດຽວນີ້ ມີຢູ່ ທຸກເຂດແຂວງ ຂອງລາວ. ຄົນລາວເອງ ຊີບໍ່ມີບ່ອນທໍາມາຫາກິນແລ້ວ.”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!