ຊາວບ້ານ ບໍ່ພໍໃຈ ຄ່າຊົດເຊີຽ ຈາກເຂດເສຖກິຈໃໝ່ ສີທັນດອນ: ຈົດໝາຍ ຈາກຜູ້ຟັງ
ເດັກຍິງ 4 ຄົນ ເກືອບເປັນເຫຍື່ອ ການຄ້າມະນຸສ, ບໍຣິສັດ ລາວ-ຈີນ ເຊົ່າດິນຊາວບ້ານ ເພື່ອປູກໝາກໂມ ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ, ຊາວບ້ານຢູ່ເມືອງໂຂງ ທີ່ເສັຽດິນໃຫ້ໂຄງການ ເຂດເສຖກິຈໃໝ່ສີທັນດອນ ບໍ່ພໍໃຈກັບຄ່າຊົດເຊີຽ.
-
ໄມຊູລີ
2024-01-13 -
-
-
Your browser doesn’t support HTML5 audio
ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ເດັກຍິງ 4 ຄົນ ເກືອບເປັນເຫຍື່ອ ການຄ້າມະນຸສ, ບໍຣິສັດ ລາວ-ຈີນ ເຊົ່າດິນຊາວບ້ານ ເພື່ອປູກໝາກໂມ ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ, ຊາວບ້ານຢູ່ເມືອງໂຂງ ທີ່ເສັຽດິນໃຫ້ໂຄງການ ເຂດເສຖກິຈໃໝ່ສີທັນດອນ ບໍ່ພໍໃຈກັບຄ່າຊົດເຊີຽ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ "ຊາວບ້ານ ຢູ່ເມືອງໂຂງ ທີ່ເສັຽດິນ ໃຫ້ໂຄງການ ເຂດເສຖກິຈໃໝ່ ສີທັນດອນ ບໍ່ພໍໃຈ ກັບຄ່າຊົດເຊີຽ"
“ການພັດທະນາ ເຂດນີ້ ໃຜໆກໍ່ຮູ້ຢູ່ແລ້ວ ວ່າແມ່ນ ຂອງພໍ່ເຖົ້າ ແລະ ພໍ່ເຖົ້າ ກັບຄອບຄົວ ຈະໄດ້ຜົນປະໂຫຍດຫລາຍ ຈາກນັກລົງທຶນຈີນ ແຕ່ປະຊາຊົນ ຈະຂາດ ທີ່ຢູ່ອາໄສ ທີ່ສົມບູນ ຂາດບ່ອນທໍາມາຫາກິນ. ເຮັດຈັ່ງໃດ ຈຶ່ງຈະລ້ຽງຄອບຄົວໄດ້. ຊໍ້າບໍ່ໜໍາ ຄ່າຊົດເຊີຍ ກະໄດ້ໜ້ອຍ ແລະກໍ່ຍັງໃຫ້ບໍ່ທົ່ວເຖິງຊໍ້າ,ຈັກຊິໄປຫາບ່ອນໃດ ຈຶ່ງຈະມີທີ່ທໍາມາຫາກິນ ອຸດົມສົມບູນ. ສະຖານທີ່ອຸດົມສົມບູນນີ້ ກະແມ່ນບັນພະບຸລຸດເຮົາ ໄດ້ສ້າງໄວ້ໃຫ້. ພໍ່ເຖົ້າ ກັບ ຄອບຄົວ ພັດມາໃຫ້ຕ່າງຊາດເຂົ້າມາ ຄອບຄອງຕາມສະບາຍ.”
......
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!