ຄົນງານລາວ ຢູ່ມາເລເຊັຽ ຖືກຈັບຂັງຄຸກ ໄດ້ 1 ປີປາຍແລ້ວ

ທ້າວ ອາລຸນ ພົມມະລາດ ອາຍຸ 23 ປີ ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ໄປເຮັດວຽກ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ໄດ້ປະມານ 4 ປີ ຖືກຈັບ ຍ້ອນໜັງສືເດີນທາງໝົດກໍານົດ ຕັ້ງແຕ່ວັນທີ 8 ເດືອນ 6 ປີ 2021 ມາຮອດປັດຈຸບັນ ທາງຄອບຄົວ ຍັງຮູ້ຊາຕາກັມ ວ່າມີຊີິວິດ ຫຼືບໍ່.

ທ້າວ ອາລຸນ (ຈ່ອຍ) ພົມມະລາດ ກ່ອນຈະຖືກຈັບ ຢູ່ປະເທດ ມາເລເຊັຽ ແລະຂາດການຕິດຕໍ່ ກັບຄອບຄົວ. ຮູບພາບ: ນັກຂ່າວພົລເມືອງ

ທ້າວ ອາລຸນ ຫຼື ມີຊື່ຫຼິ້ນວ່າ “ຈ່ອຍ” ພົມມະລາດ ອາຍຸ 23 ປີ, ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ໄປເຮັດວຽກເປັນກັມມະກອນທົ່ວໄປ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ໄດ້ປະມານ 4 ປີ ແລ້ວ ແລະນັບຕັ້ງແຕ່ ໂຄວິດ-19 ຣະບາດ ລາວ ກໍບໍ່ໄດ້ກັບຄືນມາລາວເລີຍ, ແຕ່ລາວໄດ້ໂທມາຫາຄອບຄົວເລື້ອຍໆຢູ່ ຈົນກະທັ້ງລາວຖືກຈັບ ກໍຂາດການຕິດຕໍ່ກັບຄອບຄົວ ມາໄດ້ 1 ປີ ກັບ 7 ເດືອນແລ້ວ ເຊິ່ງວ່າງເດືອນກຸມພາ ປີ 2022 ທີ່ຜ່ານມານີ້ ທາງຄອບຄົວ ຂອງ ທ້າວຈ່ອຍ ໄດ້ເຫັນຈົດໝາຍຂໍຄວາມຊ່ອຍເຫຼືອ ຜ່ານທາງເຟສບຸກຄ໌ ທີ່ຂໍໃຫ້ຄົນທີ່ເຫັນຈົດໝາຍດັ່ງກ່າວນັ້ນ ໃຫ້ແຈ້ງຂ່າວຫາຄອບຄົວ ຂອງລາວໃຫ້ແດ່ ວ່າລາວຖືກຈັບຂັງຄຸກ ຢູ່ປະເທດມາເລເຊັຽ ຕັ້ງແຕ່ວັນທີ 8 ເດືອນ 6 ປີ 2021 ເພື່ອໃຫ້ຄອບຄົວຮູ້ຂ່າວ ແລະ ຊອກຫາທາງຊ່ອຍເຫຼືອ.

ດັ່ງຜູ້ເປັນພໍ່ ຂອງທ້າວ ຈ່ອຍ ໄດ້ເວົ້າໃຫ້ວິທຍຸ ເອເຊັຽ ເສຣີ ຟັງ ໃນວັນທີ 17 ມົກກະຣາ 2023 ນີ້ວ່າ:

“ດົນແຫຼ້ວໂຕນີ້ ແຕ່ເດືອນ 2 ພຸ້ນ 2022 ຈັກແມ່ນແຈ້ງ ຫາກຊື່ວ່າ ບ້ານຫາດຊາຍຟອງໃຕ້ ເປັນຂ່າວໃນເຟສບຸກຄ໌ ເດັກນ້ອຍມາສົ່ງໃຫ້ ບໍ່ໄດ້ ຕິດຕໍ່ບໍ່ໄດ້ດຽວນີ້ ຖືກຈັບ ວັນທີ 8 ເດືອນ 6 ປີ 2021 ເຮັດວຽກຫັ້ນຫຼາຍວຽກດອກ ໄປຕັດຢາງແນ່ ໄປປູກຢາງແນ່ ໄປເຮັດວຽກທົ່ວໄປ.”

ຜູ້ເປັນພໍ່ເວົ້າອີກວ່າ ທຸກມື້ນີ້ ທາງຄອບຄົວ ອຸກອັ່ງໃຈຫຼາຍ ຍ້ອນເປັນຫ່ວງລູກຊາຍ ບໍ່ຮູ້ວ່າຈະເປັນຕາຍ ຮ້າຍດີແນວໃດ ເພາະຕິດຕໍ່ຫາກັນບໍ່ໄດ້:

“ພໍ່ແມ່ນີ້ຫ່ວງຫຼາຍ ຈັກໄປຢູ່ຈັ່ງໃດກິນແນວໃດ ຈັກຊິຍັງໃນຄຸກ ຈັກຊິອອກນອກ ກະບໍ່ຮູ້ ຢ້ານໝູ່ຊິກັກຂັງເຫິງປີ ຈັກແມ່ນຊິໄປແນວໃດ ເປັນຫ່ວງແຫຼ້ວ ຢ້ານລູກຈັກຊິຕາຍຊິຍັງໃນຄຸກອິຫຼີ ຈັກໝູ່ຊິໄປຂ້າຖິ້ມ ຈັກຊິນອນຢູ່ໃນຄຸກ ຈັກຊິນອນແນວໃດ ກິນຢາກແນວໃດ ພໍ່ແມ່ອຸກໃຈດຽວນີ້ ບໍ່ໄດ້ໄປໃສມາໃສຍ້ອນຄວາມຄິດ ເອົາໄປເອົາມາລະພໍ່ແມ່ ຊິເປັນລົມເປັນປ່ວຍຍ້ອນແຫຼະ ອິຕົນລູກ.”

ພໍ່ຂອງທ້າວ ຈ່ອຍ ຍັງເວົ້າຕື່ມອີກວ່າ ລູກຊາຍຂອງພໍ່ 2 ຄົນ ໄດ້ພາກັນໄປເຮັດວຽກ ເປັນກັມມະກອນ ສວນຢາງພາຣາ ຢູ່ທີ່ປະເທດມາເລເຊັຽ ໄດ້ຫຼາຍປີແລ້ວ ແລະຂາດການຕິດຕໍ່ ຜູ້ນຶ່ງ ຊື່ວ່າທ້າວຈ່ອຍ ຮູ້ວ່າຖືກຈັບ ສ່ວນອີກຜູ້ນຶ່ງ ກໍຕິດຕໍ່ຫາບໍ່ໄດ້ດົນແລ້ວ ແລະບໍ່ຮູ້ວ່າ ລາວເປັນຢູ່ແນວໃດເຊັ່ນກັນ.

ສ່ວນຜູ້ເປັນແມ່ ຮູ້ສຶກຕົກໃຈ ກິນບໍ່ໄດ້ນອນບໍ່ຫຼັບ ເມື່ອຮູ້ຂ່າວວ່າ ລູກຊາຍຖືກຈັບ ແລະມາຮອດປັດຈຸບັນ ກໍຍັງບໍ່ຮູ້ຊາຕາກັມເທື່ອ ວ່າທ້າວຈ່ອຍ ຍັງມີຊີວິດຢູ່ ຫຼືບໍ່.

ກະຕົກໃຈຫັ້ນແຫຼ້ວ 2-3 ມື້ບໍ່ໄດ້ກິນເຂົ້າ ຈັກເປັນໃດ ຈັກຊິຕາຍຈັກຊິຍັງໂຕບໍ່ຈັກ ໂຕບໍ່ຮູ້ບ່ອນຢູ່ບ່ອນອິຫຍັງ ຮູ້ແຕ່ຂ່າວຫັ້ນແຫຼະ ອິຕົນຊາຕແດ່ ຈັກຊິໄປທາງໃດ ແມ່ບໍ່ຮູ້ໜ້າຮູ້ຫຼັງ ບ້ານນອກບ້ານນາ 2 ເຖົ້າຢູ່ເຮືອນ ໄປຫາເງິນຫາຄໍາ ສອງອ້າຍນ້ອງ ເພິ່ນໄປຫັ້ນ ທຸກຍາກປາກໝອງແບບນີ້ ລູກຫັ້ນແຫຼ້ວ ວ່າຊິຫາເງິນຫາຄໍາ ຊ່ວຍພໍ່ແມ່ ກະເລີຍເປັນຈັ່ງຊີ້ ໄປນໍາໝູ່ ຄົນບໍ່ເຄີຍໄປເຄີຍມາ ຄົນບໍ່ຈັກໜ້າຈັກຫຼັງ ວ່າໄປຫາເງິນແຖວໄທຍ ກະເລີຍຮອດມາເລ ໝູ່ພາໄປ ເຂົາຫັ້ນມາເໝິດ ບາດເພິ່ນ ຈັກເປັນຈັ່ງໃດ.”

ກ່ຽວກັບເຣື່ອງທ້າວຈ່ອຍ ຖືກຈັບນີ້ ຜູ້ເປັນອ້າຍຂອງລາວ ກໍເລົ່າໃຫ້ວິທຍຸ ເອເຊັຽ ເສຣີ ຟັງ ໃນມື້ດຽວກັນນີ້ວ່າ ວ່າງບໍ່ດົນມານີ້ ທາງຄອບຄົວໄດ້ຮູ້ຂ່າວ ເຣື່ອງທ້າວຈ່ອຍຖືກຈັບ ແມ່ນຮູ້ຈາກໝູ່ຂອງລາວ ທີ່ໄປເຮັດວຽກຢູ່ບ່ອນດຽວກັນ ຢູ່ມາເລເຊັຽ ບອກໃຫ້ຮູ້ວ່າ ທ້າວຈ່ອຍ ຖືກຈັບ ຍ້ອນໜັງສືເດີນທາງໝົດກໍານົດ ແລະຖືກກັກຂັງຢູ່ທີ່ ຄຸກຄຸມຂັງ ຫ້ອງກົງ ໃນປະເທດມາເລເຊັຽ ເຊິ່ງມີນໍ້າເບີນັກໂທດ ແມ່ນ 037:

“ໝູ່ໆ ແມ່ນແລ້ວ ຍັງຜູ້ນຶ່ງ ບໍ່ທັນມາຄືກັນ ແຕ່ວ່າເພິ່ນຫັ້ນບໍ່ເປັນຫຍັງ ບໍ່ໄດ້ຖືກ ເພາະວ່າເພິ່ນຕໍ່ພາສປອດຕລອດ ຈື່ແນ່ວ່າເພິ່ນໄປຖືກຄຸກຄຸມຂັງຢູ່ຫັ້ນ ແມ່ນຢູ່ໃນມາເລຫັ້ນແຫຼະ ຫາກຊິແມ່ນຢູ່ຫ້ອງກົງ ຈັກຊິແມ່ນເມືອງ ຈັກຊິແມ່ນແຂວງ ອ້າຍກະບໍ່ຮູ້ອັນນີ້ ໝູ່ເພິ່ນບອກຫັ້ນ ບາດນີ້ ໝາຍເລຂນັກໂທດເພິ່ນຫັ້ນ 037 ໝາຍເລຂໂຕຄົນຫັ້ນນ່າ ເພິ່ນສົ່ງແບບທາງເຟສມາ ບາດນີ້ມັນເຂົ້າມາທົ່ວ ປະເທດລາວຫັ້ນນ່າ ກະເລີຍມາເຫັນບາດນີ້ ຊິແມ່ນໝູ່ເພິ່ນຢູ່ນໍາກັນຫັ້ນບໍໂຕນີ້ນິ່ ຂຽນໜັງສືມາ ຫາຂໍຄວາມຊ່ອຍເຫຼືອນໍາພໍ່ນໍາແມ່ ໃຫ້ພົວພັນທາງຣັຖບານ ເຮົາຊິໄປຈັ່ງໃດຮອດ ເງິນຊິຊື້ກິນກະຍັງບໍ່ມີ ກະຍັງວ່າບໍ່ຈັກຊິເຮັດ.”

ອ້າຍຂອງທ້າວ ຈ່ອຍ ເວົ້າຕື່ມອີກວ່າ ໃນເບື້ອງຕົ້ນ ທ້າວຈ່ອຍ ແມ່ນໄດ້ໄປເຮັດວຽກຮັບຈ້າງ ເປັນກັມມະກອນ ກີດ (ປາດ) ຢາງພາຣາ ຢູ່ພາກໃຕ້ ແຂວງສົງຂາ ຂອງປະເທດໄທຍ ທີ່ມີຊາຍແດນຕິດກັບປະເທດມາເລເຊັຽ ຈາກນັ້ນ ນາຍຈ້າງທີ່ເປັນຄົນໄທຍ ກໍໄດ້ຊັກຊວນໃຫ້ລາວ ໄປເຮັດວຽກເປັນກັມມະກອນ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ຕັ້ງແຕ່ກ່ອນໂຄວິດ-19 ຣະບາດ ແລະທ້າວຈ່ອຍ ກໍຕັດສິນໃຈໄປ ເພື່ອຢາກຫາເງິນມາລ້ຽງຄອບຄົວ ແຕ່ສຸດທ້າຍກໍມາຖືກຈັບ ແລະຂາດການຕິດຕໍ່ກັບຄອບຄົວ ມາໄດ້ປີປາຍແລ້ວ ສ່ວນການພົວພັນ ຂໍການຊ່ອຍເຫຼືອ ຈາກພາກສ່ວນຕ່າງໆໃຫ້ທ້າວຈ່ອຍນັ້ນ ທາງຄອບຄົວແມ່ນຍັງບໍ່ໄດ້ຕິດຕໍ່ຫາທາງໃດເລີຍ ຍ້ອນຄວາມຄອບຄົວທຸກຍາກຂາດເຂີນ ທາງຄອບຄົວ ຈຶ່ງຂໍໃຫ້ວິທຍຸ ເອເຊັຽ ເສຣີ ເປັນສື່ກາງ ໃນການຊ່ອຍຕິດຕາມ ເຣື່ອງດັ່ງກ່າວນີ້ ໃຫ້.

“ແມ່ນແລ້ວ ປີ 7-8 ເດືອນລະເດ້ ບໍ່ທັນມີ ກໍາລັງມາດຽວນີ້ແຫຼະ ຈຸດເຣີ່ມຕົ້ນແຫຼະນີ້ ບໍ່ຮູ້ຈັກຊິເຮັດແນວໃດ ຄອບຄົວກະທຸກຍາກປາກໝອງ ບໍ່ຈັກຊິໄປ ບໍ່ຮູ້ຊິເຮັດ ກະເລີຍມາຫາເຫັນ ເຂົ້າໄປຟັງເບິ່ງ ກະມາເຫັນ ກະຄອມເມັ້ນ ເຂົ້າໄປແມັສເຊັ້ນເຈີ້ເລີຍ.”

ກ່ຽວກັບເຣື່ອງ ທ້າວ ອາລຸນ ຫຼື ທ້າວຈ່ອຍ ພົມມະລາດ ອາຍຸ 23 ປີ ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ຖືກຈັບ ຢູ່ປະເທດມາເລເຊັຽນີ້ ໃນມື້ວັນທີ 19 ມົກກະຣາ 2023 ວິທຍຸ ເອເຊັຽ ເສຣີ ໄດ້ແຈ້ງຣາຍລະອຽດຕ່າງໆ ໃຫ້ທາງສະຖານທູຕລາວ ປະຈໍາປະເທດມາເລເຊັຽ ຮັບຊາບຮຽບຮ້ອຍແລ້ວ ເຊິ່ງເຈົ້າໜ້າທີ່ສະຖານທູຕ ທ່ານນຶ່ງ ກໍໄດ້ກ່າວກ່ຽວກັບເຣື່ອງນີ້ວ່າ:

“ບໍ່ເປັນຫຍັງ ມັນເປັນວຽກຂອງເຮົາຢູ່ແລ້ວ ຈັ່ງໃດເຮົາກະຕ້ອງໄດ້ເບິ່ງແຍງ ປະຊາຊົນພົລເມືອງ ຄົນລາວນໍາກັນຢູ່ແລ້ວ ແຕ່ວ່າ ຖ້າສົມມຸດວ່າມີຣາຍລະອຽດຫຼາຍກວ່ານັ້ນ ວ່າລາວຢູ່ຣັຖໃດໆ ເຮົາຈະຊອກໄດ້ງ່າຍກວ່າ ຊິເບິ່ງໃຫ້ວ່າ ວ່າລາວຢູ່ໃສ ຖ້າສົມມຸດວ່າ ຖ້າວ່າ ບໍ່ແນ່ໃຈ ແລ້ວຊິລອງຖາມກັບເຈົ້າໜ້າທີ່ ຂອງຫຼາຍໆຣັຖເບິ່ງ ຈົນກວ່າວ່າຈະຫາລາວເຈິະຫັ້ນແຫຼະ.”

ເຖິງແນວໃດກໍດີ ຕາມທີ່ໄດ້ລົມກັບຄອບຄົວ ຂອງທ້າວອາລຸນ ຫຼືທ້າວ ຈ່ອຍ ແລ້ວແມ່ນວ່າ ໃນທຸກມື້ນີ້ ພວກເຂົາເຈົ້າ ເປັນຫ່ວງທ້າວລາວຫຼາຍ ແລະຢາກຮູ້ວ່າ ປັດຈຸບັນ ລາວ ມີຊີວິດການເປັນຢູ່ແນວໃດ ເພື່ອທີ່ທາງຄອບຄົວ ຈະໄດ້ສະບາຍໃຈຂຶ້ນແດ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org