ຊາວລາວ ໃນສະຫະຣັຖ ຮ່ວມປະສານ ໃຫ້ຊຸມຊົນລາວ ໄດ້ສັກວັກຊີນ ປ້ອງກັນໂຄວິດ-19

ວິທຍຸເອເຊັຽເສຣີ ສັມພາດ ທ່ານພຸດທະກັນຍາ ນັນທະຣາດ, ຜູ້ປະສານງານ ກ່ຽວກັບການສັກວັກຊີນ ແລະ ຍານາງ ແບນນາ ສຸເມໂທ, ຜູ້ຈັດການໂຄງການຊ່ວຍເຫຼືອ ຂອງສູນຊ່ວຍເຫຼືອລາວ ຣັຖມິນນີໂຊຕາ

(ຊ້າຍມື) ຍານາງ ແບນ​ນາ ສຸ​ເມ​ໂທ ແລະ ທ່ານ ພຸດທະກັນຍາ ນັນທະຣາດ ແບນ​ນາ ແລະ ພຸດທະກັນຍາ

ສູນ​ຊ່ວຍ​ເຫລືອ​ລາວ ​ຣັ​ຖມິນ​ນີ​ໂຊ​ຕາ, ສະ​ຫະ​ຣັຖ ອະ​ເມ​ຣິ​ກາ ຈັດ​ຕັ້ງ ການ​ສັກ​ວັກ​ຊີນ ຕ້ານ​ເຊື້ອ ​ໂຄວິດ-19 ຂຶ້ນ​ ໃນ​ວັນ​ທີ 3-4 ເມ​ສາ ເພື່ອ​ໃຫ້​ຊາວ​ລາວ ໃນ​ເຂດ​ຣັ​ຖ​ດັ່ງ​ກ່າວ​ນັ້ນ ໄດ້​ສັກ​ວັກ​ຊິນ ຢ່າງ​ທົ່ວ​ເຖິງ ພ້ອມ​ທັງ ໃຫ້​ຄວາມ​ຮູ້ ແລະ ຄໍາ​ແນະ​ນຳ ໃນ​ການ​ປ້ອງ​ກັນ​ ແລະ ຫຼີກ​ລ້ຽງ ການ​ຕິດ​ເຊື້ອ​ດັ່ງ​ກ່າວ.

ຈ​ເຣີນ​ສຸ​ຂ ມີ​ສັມ​ພາດ ທ່ານ ພຸດ​ທະ​ກັນ​ຍາ ນັນ​ທະ​ຣາດ, ຜູ້​ປະ​ສານ​ງານ​ ກ່ຽວ​ກັບ​ການ​ສັກ​ວັກ​ຊີນ ແລະ ຍາ​ນາງ ແບນ​ນາ ສຸ​ເມ​ໂທ, ຜູ້​ຈັດ​ການໂຄງ​ການຊ່ວຍ​ເຫຼືອ ຂອງ​ສູນ​ຊ່ວຍ​ເຫຼືອ​ລາວ ຣັ​ຖ​ມິນ​ນີ​ໂຊ​ຕາ ມາ​ສ​ເນີ​ທ່ານ ໃນຣາຍການລາວ ໃນຕ່າງປະເທດ ປະຈໍາສັປດານີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org