ພິທີເປີດສູນວັທນະທັມລາວ ທີ່ ອອສເຕຣເລັຽ

ສະມາຄົມ ສົ່ງເສີມ ຊຸມຊົນ ລາວ ແຫ່ງຣັຖ ນິວ ຊາວ ແວວ ທຳບຸນ ເພື່ອ ສລອງ ພິທີ ເປີດປ້າຍ ສູນ ວັທນະທັມ ແລະ ຫ້ອງການ ບໍຣິຫານ ໃໝ່.

ພິທີເປີດ ສູນ ວັທນະທັມລາວ ທີ່ ອອສເຕຣເລັຽ ໂດຍ ເຈົ້າເມືອງ ເມືອງ Fairfield ຣັຖ NSW ທ່ານ Frank Carbone RFA

 

ຄນະ ອຳນວຍການ ສະມາຄົມ ສົ່ງເສີມ ຊຸມຊົນ ລາວ ຫລື ສສຊລ ໄດ້ຈັດງານ ບຸນ ທາງສາສນາ ແລະ ເປັນ ທາງການ ເພື່ອສລອງ ພິທີ ເປີດປ້າຍ ສູນ ວັທນະທັມ ແລະ ຫ້ອງການ ບໍຣິຫານ ໃໝ່ ຢູ່ໃນ ສະຖານທີ່ ວັດ ພຣະຍອດແກ້ວ ທັມມະຍານາຣາມ ທາງພາກ ຕາເວັນຕົກ ຂອງ ນະຄອນ ຊິດນີ Australia, ໃນມື້ວັນທີ 14 ກັນຍາ 2014 ຊຶ່ງໄດ້ ເຊື້ອເຊີນ ຄອບຄົວ ພີ່ນ້ອງ ໃນ ຊຸມຊົນ ພ້ອມທັງ ແຂກ ຣັຖບານ ມາຮ່ວມ ເປັນ ສັກຂີ ພິຍານ ຫລາຍທ່ານ ເຊັ່ນ ເຈົ້າເມືອງ ເມືອງ Fairfield ສະມາຊິກ ສະພາຣັດ NSW 2 ທ່ານ ແລະອື່ນໆ. ປະທານ ສສຊລ ທ່ານ ເດດ ສີແສງຣັດ ໄດ້ກ່າວ ກ່ຽວກັບ ພິທີ ອັນສຳຄັນ ແລະ ເປັນ ສີຣິມົງຄຸນ ນີ້ວ່າ:

"ມື້ນີ້ ເປັນມື້ເປີດ ສູນ ວັທນະທັມ ລາວ ເປັນສິ່ງ ທີ່ ປະຊາຊົນ ລໍຄອຍ ມາແຕ່ດົນ ນານແລ້ວ. ເຮົາເຊັນ ເອົາດິນ ມານີ້ໄດ້ 22 ປີ ແລ້ວ. ດຽວນີ້ ສ້າງແລ້ວໆ ເຮົາໄດ້ ເປີດໃຊ້ ເພື່ອໃຫ້ ປະຊາຊົນ ມາໃຊ້ ແລ້ວກໍມີ ເຈົ້າໜ້າທີ່ ຣັຖບານ ມາຮັບຮູ້ ປະຊາຊົນ ກໍດີ ໃຈຫລາຍ".

ສຳລັບ ປ້າຍ ສູນ ວັທນະທັມ ແລະ ຫ້ອງການ ບໍຣິຫານ ໃໝ່ ໄດ້ ຮັບກຽດ ເປີດ ໂດຍ ເຈົ້າເມືອງ ເມືອງ Fairfield ຣັຖ NSW ທ່ານ Frank Carbone ທ່ານ ກ່າວວ່າ:

"ຂ້າພະເຈົ້າ ຄິດວ່າ ມັນເປັນມື້ ຍິ່ງໃຫຍ່ ສຳລັບ ຊຸມຊົນ ລາວ ທີ່ ພາກັນມາ ເປີດສູນ ວັທນະທັມ ນີ້. ຂ້າພະເຈົ້າ ຮູ້ວ່າ ພວກຂະເຈົ້າ ເຮັດວຽກ ໜັກ ມາຫລາຍປີ ເພື່ອໃຫ້ ມີ ບ່ອນ ສຳລັບ ຊຸມຊົນ ລາວ ໄດ້ມີບ່ອນ ທຳພິທີ ທາງ ສາສນາ ແລະ ເພື່ອ ປະຕິບັດ ຕາມ ຮີດຄອງ ປະເພນີ ແລະ ວັທນະທັມ. ຂ້າພະເຈົ້າ ເຫັນວ່າ ສູນ ວັທນະທັມ ແຫ່ງນີ້ ເປັນ ບາດກ້າວ ສຳຄັນ ອີກອັນນຶ່ງ ຢູ່ ໃນຄຸ້ມ Bonnyrigg ເມືອງ Fairfield".

ສຳລັບ ວັດ ພຣະຍອດແກ້ວ ທັມມະຍານາຣາມ ເປັນ ສົມບັດ ຂອງ ການສ້າງສາ ພັທນາ ຂອງ ຊຸມຊົນ ລາວ ນັບຕັ້ງແຕ່ ໄດ້ພາກັນ ອົພຍົບ ມາອາສັຍ ຢູ່ໃນເຂດ ພາກ ຕາເວັນຕົກ ຂອງ ນະຄອນ ຊິດນີ ນີ້ ເພື່ອໃຫ້ ຊຸມຊົນ ໄດ້ສືບຕໍ່ ຊົມໃຊ້ ຕລອດໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org