ສໍາພາດເຈົ້າຂອງ ຮ້ານ ອາຫານ ວຽດໄທ
ຮ້ານອາຫານ ວຽດໄທ ຢູ່ເມືອງ Charlotte ຣັດ North carolina ແມ່ນນຶ່ງ ໃນຮ້ານອາຫານ ຂອງຄົນລາວ ທີ່ໄດ້ຮັບ ຜົນສຳເລັດ ແລະ ກໍເປີດມາໄດ້ 11 ປີແລ້ວ.
-
ສຸພັດຕາ
2017-05-28 -
-
-
Your browser doesn’t support HTML5 audio
ຮ້ານອາຫານ ວຽດໄທ ຢູ່ເມືອງ Charlotte ຣັດ North Carolina ແມ່ນນຶ່ງ ໃນຮ້ານອາຫານ ຂອງຄົນລາວ ທີ່ໄດ້ຮັບ ຜົນສຳເລັດ ແລະ ກໍເປີດມາໄດ້ 11 ປີແລ້ວ. ຊຶ່ງເຈົ້າຂອງຮ້ານ ເພິ່ນເນັ້ນໃສ່ການບໍຣິການ ລູກຄ້າເປັນຫຼັກ ຮວມທັງ ລົດຊາດຂອງອາຫານ ທີ່ເປັນເອກລັກ ຂອງຮ້ານ ແລະ ກໍ່ເປັນທີ່ຮູ້ຈັກ ຂອງລູກຄ້າ ຫຼາຍເຊື້ອຊາດ.
ຊາວລາວຫຼາຍຄົນ ທີ່ມາຕັ້ງຖິ່ນຖານ ຢູ່ສະຫະຣັດ ອະເມຣິກາ ແລະ ກໍ່ມີທຸຣະກິດ ເປັນຂອງຕົນເອງ ບາງຄົນ ກໍມີຮ້ານ ຊຸບເປີ້ມາກເກັດ ແລະບາງຄົນ ກໍເຮັດທຸຣະກິດ ຮ້ານອາຫານ ແລະ ນຶ່ງໃນນັ້ນ ກໍແມ່ນ ແມ່ ອຸ່ນ ຄຳວົງສາ ເຈົ້າຂອງຮ້ານ ອາຫານ ວຽດໄທ ຢູ່ເມືອງ ຊາລ໊ອຕ ຣັດ ນ໊ອດແຄຣໍຣາຍນາ ຊຶ່ງໃນຮ້ານ ຂອງເພິ່ນ ໄດ້ມີີອາຫານ ຫຼາກຫຼາຍປະເພດ ໄວ້ບໍຣິການ ລູກຄ້າ ແລະ ຈະມີອາຫານ ປະເພດໃດແດ່ ນັ້ນ ເຊີນທ່ານ ໄປຮູ້ຈາກ ເຈົ້າຂອງຮ້ານ ເພິ່ນເລີຍ: ສຽງສຳພາດ
ແມ່ ອຸ່ນ ຄຳວົງສາ ເພິ່ນໄດ້ບອກວ່າ ການເຮັດທຸຣະກິດ ຮ້ານອາຫານນີ້ ແມ່ນຕ້ອງມີ ຄວາມອົດທົນ ແລະ ໄດ້ເອົາໃຈໃສ່ ດ້ານລົດຊາດ ຂອງອາຫານ ໃຫ້ເປັນ ເອກລັກຄົງທີ່, ຕ້ອງໄດ້ ລອງຜິດລອງຖືກ ແລະກໍ່ຕ້ອງໄດ້ ຮຽນຮູ້ ສິ່ງໃໝ່ໆ ຢູ່ສະເໝີ ແລະສິ່ງທີ່ ສຳຄັນ ກວ່ານັ້ນ ກໍ່ແມ່ນດ້ານ ມະນຸດສຳພັນ ຂອງການ ບໍຣິການ ລູກຄ້າ ແມ່ນຕ້ອງ ອ່ອນໂຍນ, ເວົ້າເນົາຫົວມ່ວນ ແລະ ລູກຄ້າ ແມ່ນຕ້ອງ ມາກ່ອນສະເໝີ.