ສັມພາດ ຍານາງ ສຸຜາ ໄຊປຣະສິດ
ຣາຍການ ລາວໃນຕ່າງປະເທດ ສັປດານີ້ ສຸພັດຕາ ມີບົດສັມພາດ ຍານາງ ສຸຜາ ໄຊປຣະສິດ ຜູ້ຊຶ່ງກໍາລັງ ຈະລົງສມັກຮັບເລືອກຕັ້ງ ເປັນເຈົ້າແຂວງ ຂອງຣັຖ ອາແຄນຊໍ້.
-
ສຸພັດຕາ
2021-05-08 -
-
-
Your browser doesn’t support HTML5 audio
ຍານາງ ສຸຜາ ໄຊປຣະສິດ ເປັນຄົນລາວຜູ້ນຶ່ງ ທີ່ມາຢູ່ປະເທດ ອາເມຣິກາ ແລ້ວປະສົບ ຜົນສໍາເຣັດໃນເຣື້ອງ ການເຮັດວຽກງານ ຫຼາຍໆດ້ານ, ຍານາງ ໄດ້ເຮັດວຽກໃຫ້ກັບ ບໍຣິສັດຊັ້ນນຳ ຫຼາຍກວ່າ 500 ບໍຣິສັດ ທີ່ປະສົບຜົນສຳເຣັດ ລໍ້າລວຍໃນທົ່ວໂລກ.
ເມື່ອວັນທີ 22 ເດືອນສິງຫາ ປີ 2018 ເອເຊັຽເສຣີ ກໍໄດ້ນໍາເອົາການສັມພາດ ຂອງຍານາງ ມາສເນີຕໍ່ທ່ານຜູ້ຟັງໄປແລ້ວ ກ່ຽວກັບ ຄວາມສໍາເຣັດ ຂອງຍານາງ ວ່າເຄີຍເຮັດໜ້າທີ່ ໃນຂແນງ ຊັພຍາກອນມະນຸດ, ດໍາເນີນການ ວຽກງານຂແນງ ເກນ-ບັນຈຸ ເກັບຂໍ້ມູລ ພວກນັກສຶກສາ ທີ່ຈະຈົບຈາກມະຫາວິທຍາລັຍ ກ່ອນທີ່ຈະໄປສມັກເຂົ້າເຮັດວຽກ ໃນບໍຣິສັດຕ່າງໆ, ອໍານວຍຄວາມສະດວກ ການຈັດ ແບ່ງເວລາ ແລະ ການຝຶກອົບຮົມ ດ້ານບໍຣິຫານ ທັງເປັນອໍານວຍການ ດ້ານການພັທນາ, ດ້ານປະເພດສິນຄ້າ, ດ້ານວາງນະໂຍບາຍ ແລະ ວາງຂັ້ນຕອນ ການສົ່ງເຄື່ອງຂາຍ ໃນຫ້າງຊັພສິນຄ້າຕ່າງໆ ຊຶ່ງຍານາງ ໄດ້ເຮັດວຽກນີ້ ມາ 25 ປີ ປາຍແລ້ວ, ເປັນຕົ້ນ ຫ້າງ ຊັພສິນຄ້າ ທີ່ໃຫຍ່ທີ່ສຸດ ໃນສະຫະຣັດອາເມຣິກາ ເຊັ່ນ: Wal-mart, Sears, Roebuck, JC penny, Robert Haft ແລະອື່ນໆ...
ຍານາງ ສຸຜາ ໄຊປຣະສິດ ຫຼືເມ ເລີ່ມອາຊີບ ຂອງຍານາງ ແຕ່ອາຍຸ 20 ປີ, ໂດຍເຮັດວຽກໃຫ້ກັບ Wal-Mart, ຊຶ່ງເປັນຮ້ານຄ້າ ຍ່ອຍຣາຍໃຫຍ່ ທີ່ສຸດໃນໂລກ ທີ່ມີສຳນັກງານໃຫຍ່ ຂອງບໍຣິສັດ ໃນເມືອງ Bentonville ຣັຖ ອາແຄນຊໍ້ ຍານາງຮັບໜ້າທີ່ ຢູ່ ຜແນກບຸຄລາກອນ ໃນບຸຄລາກອນ ຣະດັບພູມີພາຄ ທີ່ສຳນັກງານໃຫຍ່ ຂອງບໍຣິສັດເປັນເວລາຫຼາຍປີ.
ແລະ ໃນໂອກາດນີ້ ເອເຊັຽເສຣີ ຈຶ່ງໄດ້ມີໂອກາດ ສັມພາດ ຍານາງ ສຸຜາ ອີກເທື່ອນຶ່ງ ເນື່ອງຈາກວ່າ ເພິ່ນໄດ້ປະກາດ ໂຄສະນາ ວ່າຈະ ລົງເລືອກຕັ້ງ ເປັນເຈົ້າແຂວງ ຂອງຣັຖ Arkansas ເມື່ອວັນທີ່ 18 ມິນາ 2021 ແລະຍານາງ ໄດ້ໄປເນີຊື່ລົງສມັກ ຊິງ ຕໍາແໜ່ງໃນພັກ ປະຊາທິປະຕັຍ ເລືອກຕັ້ງເປັນ ເຈົ້າແຂວງ ຂອງຣັຖ ອາແຄນຊໍ ຢ່າງເປັນທາງການ ໃນວັນທີ 26 ເດືອນ ມິນາ, 2021 ຜ່ານມານີ້.
ແຕ່ສິ່ງທີ່ໜ້າປະທັບໃຈ ແລະ ສິ່ງທີ່ໜ້າສົນໃຈທີ່ສຸດ ກ່ຽວກັບຍານາງ ສຸຜາ ໄຊປຣະສິດ ນີ້ກໍຄືວ່າ ກ່ຽວກັບຄວາມຮູ້ ແລະ ເຣື່ອງ ການສຶກສາ ຂອງຍານາງເອງ ຊຶ່ງຍານາງ ໄດ້ເລົ່າສູ່ຟັງວ່າ:
ເຊີນທ່ານຟັງສຽງການສັມພາດໄດ້...
ເຖິງຢ່າງໃດກໍຕາມ ເອເຊັຽເສຣີ ກໍຄຶດວ່າ ໃນນາມຂອງປະຊາຊົນລາວ ແລະ ປະຊາຊົນຫຼາຍໆປະເທດ ກໍຄົງຈະມີຄວາມສັດທາ ແລະ ເປັນກໍາລັງໃຈ ໃຫ້ແກ່ຍານາງ ສຸຜາ ໄຊປຣະສິດ ຊຶ່ງວ່າ ມາຢູ່ສະຫະຣັຖ ອາເມຣິກາ ຕັ້ງແຕ່ປີ 1976 ແຕ່ອາຍຸ 6 ປີ ຍານາງ ມາ ອາເມຣິກາ ກັບຄອບຄົວ ມີແມ່, ມີນ້າບ້າວ ແລະ ນ້າສາວ ພ້ອມກັບເອື້ອຍນ້ອງນໍາກັນອີກ 3 ຄົນ ໃນນາມເປັນ Immigrant Visa ຫຼືວ່າໃນນາມ ຜູ້ມາຢູ່ອາສັຍ.
ເຖິງຢ່າງໃດກໍດີ ໃນກໍຣະນີ ຂອງຍານາງ ສຸຜາ ໄຊປຣະສິດ ທີ່ໄດ້ກ້າວເຂົ້າສູ່ ວົງການ ການເມືອງ ໃນສະຫະຣັຖອາເມຣິກາ ຊຶ່ງວ່າ ຈະຂໍເປັນຜູ້ຮັບໃຊ້ ໃນຫ້ອງການເຈົ້າແຂວງ ຂອງຣັຖອາແຄນຊໍ້ ກໍເປັນແຮງບັນດານໃຈ ໃຫ້ຄົນຫຼາຍໆຄົນ ເຖິງວ່າຍານາງ ຈະໄດ້ຮັບ ເລືອກຕັ້ງ ເຂົ້າໄປເປັນເຈົ້າແຂວງ ຫຼືໃນຂັ້ນຕໍ່ໄປ ຍານາງ ຈະບໍ່ໄດ້ໄປຕໍ່ກໍຕາມ, ແຕ່ກໍເປັນສິ່ງທີ່ ໜ້າສັນຣະເສີນ ໃນຄວາມສໍາເຣັດ ຂອງຍານາງເອງ ທີ່ມາເຖິງຂັ້ນນີ້ໄດ້.