ເຈົ້າໜ້າທີ່ຄຣູຝຶກ ສຸນັກຕຳຣວດ ລາວ-ອາເມຣິກັນ

ທ່ານ ດາວບ້ານດອນ ມູນສະແຫວງ, ຄົນລາວຜູ້ທໍາອິດ ທີ່ສາມາດຄວ້າເອົາລາງວັນຊນະເລີດ ລໍາດັບທີ່ນຶ່ງ ຈາກການແຂ່ງຂັນ ຝຶກສຸນັກຕໍາຣວດທີ່ເກັ່ງ ແລະເຊື່ອຟັງທີ່ສຸດ ທັງໃນລະດັບ ຣັຖ ແລະ ລະດັບປະເທດ.

ທ່ານ ດາວບ້ານດອນ ມູນສະແຫວງ, ເຈົ້າໜ້າທີ່ ຕຳຣວດ ລາຕເວນ ກັບສຸນັກຕຳຣວດ ຄູ່ຮ່ວມງານ ທີ່ຣັຖໄອໂອວ໋າ ດາວບ້ານດອນ ມູນສະແຫວງ

ຣາຍການຊີວິດ ຊາວລາວໃນຕ່າງແດນ ສັປດານີ້, ວິທຍຸເອເຊັຽເສຣີ ຈະນໍາເອົາການສັມພາດ ເຈົ້າໜ້າທີ່ ຄຣູຝຶກສຸນັກຕໍາຣວດ ເຄນາຍນ໌ (K9 Officer), ທ່ານ ດາວບ້ານດອນ ມູນສະແຫວງ, ຄົນລາວຜູ້ທໍາອິດ ທີ່ສາມາດຄວ້າເອົາລາງວັນຊນະເລີດ ລໍາດັບທີ່ນຶ່ງ ຈາກການແຂ່ງຂັນ ຝຶກສຸນັກຕໍາຣວດທີ່ເກັ່ງ ແລະເຊື່ອຟັງທີ່ສຸດ ໃນຣັຖໄອໂອວ໋າ (Iowa) ແລະໄດ້ນໍາເອົາ ອີກລາງວັນຊນະເລີດ ໃນການແຂ່ງຂັນ ຝຶກສຸນັກຕໍາຣວດທີ່ເກັ່ງ ແລະເຊື່ອຟັງທີ່ສຸດ ຂອງລະດັບປະເທດ ໃນສະຫະຣັຖອາເມຣິກາ, ປັດຈຸບັນ ທ່ານ ອາສັຍຢູ່ທີ່ເມືອງ ເດສ໌ ມ໋ອຍສ໌ (Des Moines), ຣັຖໄອໂອວ໋າ.

ພອນ ພູມມີທອນ ມີຣາຍງານ ມາສເນີທ່ານ ໃນລໍາດັບຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org