ສຳພາດ ອາດີດ ຜູ້ກໍ່ຕັ້ງວິທຍຸເອເຊັຽເສຣີ ຜແນກພາສາລາວ

ໃນໂອກາດ ວັນຄົບຮອບ 20 ປີ ຂອງການສ້າງຕັ້ງ ວິທຍຸ ເອເຊັຽ ເສຣີ ຜແນກພາສາລາວ ໃນມື້ວັນທີ 18 ສິງຫາ 2017 ນີ້, ຈໍາປາທອງ ໄດ້ສໍາພາດ ອາດີດ ຄະນະນໍາ ແລະ ພະນັກງານອາວຸໂສ ຂອງຜແນກ ພາສາລາວ ກ່ຽວກັບ ຄວາມຄິດເຫັນ ຮວມທັງ ຂອງຜູ້ກໍ່ຕັ້ງ ແລະ ເປັນອາດີດ ຫົວໜ້າ ຜແນກພາສາລາວ ຍານາງ ວຽງໄຊ ຊະນະນິກອນ ຫລວງໂຄດ ແລະ ຜູ້ກໍ່ຕັ້ງ ຜແນກພາສາລາວ ຄົນທໍາອິດ ທ່ານ ຫວາດ ສີມູນ.

ຍານາງ ວຽງໄຊ ຊະນະນິກອນ ຫລວງໂຄດ ອາດີດ ຫົວໜ້າ ແລະຜູ້ກໍ່ຕັ້ງ ວິທຍຸເອເຊັຽເສຣີ ຜແນກພາສາລາວ RFA

ມື້ວັນທີ 18 ສິງຫາ 2017 ນີ້ ເປັນມື້ສ້າງຕັ້ງ ວິທຍຸເອ ເຊັຽເສຣີ ຜແນກພາສາລາວ ຄົບຮອບ 20 ປີ ທີ່ໄດ້ອອກຂ່າວຄວາມຈິງ ໃຫ້ ປະຊາຊົນລາວ ແລະຊາວໂລກຮູ້ ໃນຂະນະທີ່ ຢູ່ສປປລາວ ມີການປົກຄອງ ດ້ວຍຣະບອບ ຜເດັດການ ແລະ ດ້ວຍຣະບົບເຄົ້າດຽວ ພັກດຽວ, ປະຊາຊົນ ຂາດສິດ ເສຣີພາບ ແລະ ປະຊາທິປະໄຕ ມາໄດ້ 40 ປາຍປີ.

ຂ່າວທີ່ວ່ານັ້ນ ສ່ວນໃຫຍ່ ເປັນຂ່າວ ຫລື ເຫດການ ທີ່ເກີດຂຶ້ນ ຢູ່ຫລັງບ້ານ ຂອງບັນດາທ່ານ ຜູ້ຟັງເອງ ທີ່ທາງການສປປລາວ ປິດບັງ ບໍ່ເຜີຍແຜ່ ໃຫ້ສາທາຣະນະຊົນຮູ້. ໃນໂອກາດ ວັນດັ່ງກ່າວ ຈໍາປາທອງ ໄດ້ສໍາພາດ ອາດີດຄະນະນໍາ ແລະພະນັກງານ ອາວຸໂສ ຂອງ ຜແນກພາສາລາວ ນີ້.

ກ່ຽວກັບ ຄວາມຄິດເຫັນຕ່າງໆ ຮວມທັງ ຂອງຜູ້ກໍ່ຕັ້ງ ແລະເປັນອາດີດ ຫົວໜ້າ ຜແນກພາສາລາວ ຍານາງ ວຽງໄຊ ຊະນະນິກອນ ຫລວງໂຄດ ແລະທ່ານ ຫວາດ ສີມູນ ຜູ້ກໍ່ຕັ້ງ ວິທຍຸເອເຊັຽເສຣີ ຜແນກພາສາລາວ ຄົນທໍາອິດ ນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org