ສໍາພາດ ທ່ານ ສົມຄິດ ສຸຣິຍາສັກ
ທ່ານ ອາຈານ ສົມຄິດ ສຸຣິຍະສັກ ພະນັກງານ ບຳນານ ອະດີດ ນັກວິຊາການ ພິເສດ ດ້ານຊ່ອຍເຫຼືອ ສັງຄົມ ຂແນງ ສາທະຣະນະສຸຂ ເມືອງທູແລຣີ ຣັຖຄາຣິຟໍເນັຽ.
-
ສຸພັດຕາ
2018-06-18 -
-
-
ອາຈານ ສົມຄິດ ສຸຣິຍະສັກ ພະນັກງານບຳນານ ດ້ານການຊ່ວຍເຫຼືອສັງຄົມ ຂແນງສາທະຣະນະສຸຂ ແລະ ບໍຣິການມະນຸດ ທີ່ ເມືອງທູແລຣີ ຣັຖ ເຄລີຟໍເນັຽ
RFA/Somkhit
Your browser doesn’t support HTML5 audio
ຊາວລາວອົພຍົບ ທີ່ມາຕັ້ງຖິ່ນຖານ ຢູ່ ສະຫະຣັຖ ອາເມຣິກາ ມີອາຊີບ ທີ່ແຕກຕ່າງກັນ ບໍ່ວ່າຈະເປັນເຈົ້າຂອງ ທຸຣະກິຈ, ເປັນຄົນງານ ຂອງບໍຣິສັດ, ຫ້າງຮ້ານຕ່າງໆ ແລະ ເປັນພະນັກງານຣັຖ ຕ່າງຄົນ ຕ່າງກໍປະສົບ ຜົນສຳເຣັດ ໃນໜ້າທີ່ວຽກງານ ຂອງໃຜລາວ ແລະ ນຶ່ງໃນນັ້ນ ກໍແມ່ນ ອາຈານ ສົມຄິດ ສຸຣິຍະສັກ ພະນັກງານບຳນານ ແລະ ເປັນອະດີດນັກວິຊາການພິເສດ ຂອງຣັຖບານ ດ້ານການ ຊ່ວຍເຫຼືອສັງຄົມຂອງ ກົມສາທາລະນະສຸຂ ແລະ ບໍຣິການມະນຸດ ຢູ່ເມືອງ ທູແລຣີ ພາກກາງ ຂອງ ຣັຖ ຄາຣິຖຟລໍເນັຍ.
ເມື່ອບຳນານແລ້ວ ນອກຈາກອາຈານ ສົມຄິດ ຈະຫລີ້ນກິລາຕີກ໊ອບ ແລ້ວເພິ່ນຍັງໃຊ້ເວລາວ່າງ ແຕ່ງບົດກອນຫຼາຍໆກອນ ໂພສໃສ່ເຟສບຸກ ທຸກມື້ ໃນຣະຍະ 5 ປີ ມານີ້ ເພື່ອອານຸຮັກ ພາສາລາວ ບໍ່ໃຫ້ສູນຫາຍໄປ. ສ່ວນວ່າກອນ ທີ່ເພີ່ນແຕ່ງ ມີກອນແນວໃດແດ່ນັ້ນ ເຊີນທ່ານ ຮັບຟັງຈາກ ອາຈານ ສົມຄິດ ໄດ້ເລີຍ.