ສັມພາດ ນ.ທິດາວອນ ວົງໄກສອນ

ສັມພາດ ນາງ ທິດາວອນ ວົງໄກສອນ ລູກຫຼານ ລາວ-ອາເມຣິກັນ ທີ່ ພຽບພ້ອມ ໃນ ຮັກສາ ຮຽນຮູ້ ດ້ານ ພາສາ ແລະ ວັທນະທັມ ອັນດີງາມ ຂອງ ລາວ.

ນາງ ທິດາວອນ ວົງໄກສອນ ເມືອງ Woodbridge, ຣັຖ Virginia USA RFA

ເນື່ອງ ໃນໂອກາດ ວັນງາມ ຍາມດີ ວັນທີ 31 ທັນວາ ວັນສັ່ງລາ ປີ ເກົ່າ 2015 ຕ້ອນຮັບ ປີໃໝ່ ສາກົລ 2016 ນີ້ ເອເຊັຽເສຣີ ມີໂອກາດ ສັມພາດ ນາງ ທິດາວອນ ວົງໄກສອນ ລູກຫລານ ລາວ-ອະເມຣິກັນ ທີ່ ພຽບພ້ອມ ໄປ ທັງ ການສຶກສາ ວິຊາ ສະເພາະ ແລະ ການສົ່ງເສີມ ພາສາ ວັທນະທັມ ອັນດີງາມ ຂອງລາວ.

ດັ່ງທີ່ຮູ້ກັນ ໂດຍທົ່ວໄປ ວ່າ ປັຈຈຸບັນ ລູກຫລານ ລາວ ທີ່ເກີດ ແລະ ໃຫຍ່ ຢູ່ ຕ່າງປະເທດ ຈໍານວນ ບໍ່ໜ້ອຍ ເປັນຜູ້ມີ ຈຸດເດັ່ນ-ຈຸດດີ ຫລາຍດ້ານ ທັງການ ສຶກສາ ຮໍ່າຮຽນ ກໍເກັ່ງ, ຮັກ ວິຊາ ສະເພາະ ທີ່ ຕົນໄດ້ຮຽນມາ, ເປັນ ລູກທີ່ດີ ຂອງ ພໍ່ແມ່, ຊ່ວຍວຽກເຮືອນ ການຊານ ແລະ ພາກພຽນ ສແວງຫາ ຄວາມຮູ້ ຢ່າງ ບໍ່ລົດລະ. ຄຽງຄູ່ ກັນໄປນັ້ນ ກໍຍັງ ພຍາຍາມ ສົ່ງເສີມ ວັທນະທັມ, ຮີດຄອງ ປະເພນີ ອັນດີງາມ ຂອງລາວ ໄວ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org