ສໍາພາດຊາວລາວຫຼັງພະຍຸ Irma

ທ່ານ ໂຂງສະຫວັນ ສີລາເພັດ ແລະ ຍານາງ ແທັມມີ້ ພຣະເທບ ຄົນລາວ-ອາເມຣິກັນ ຣັຖ ຟລໍຣີດາ ກ່ຽວກັບ ເຫດການ ພາຍຸ Irma ທີ່ພັດເຂົ້າ ຣັຖ ຟລໍຣີດາ ເມື່ອ ວັນອາທິດ ທີ 10 ກັນຍາ 2017

ທ່ານ ໂຂງສະຫວັນ ສີລາເພັດ ຊາວລາວ-ອະເມຣິກັນ ຢູ່ເມືອງ Pinellas Park ເຂດ Saint Petersburg ທີ່ຕັ້ງຢູ່ຝັ່ງ ຕະເວັນຕົກ ຂອງແຫລມ ຟລໍຣີດາ. ໂຂງສະຫວັນ ສີລາເພັດ

ພະຍຸ ເອີມາ ທີ່ພັດເຂົ້າ ຣັຖ ຟລໍຣີດາ ເມື່ອ ວັນອາທິດ ທີ 10 ກັນຍາ ໄດ້ທໍາລາຍໂຄງຮ່າງ ພື້ນຖານ ແລະບ້ານເຮືອນ ຫລາຍແຫ່ງ ໃນ ເກືອບທົ່ວຣັຖ. ເຂດທີ່ຖືກນໍ້າຖ້ວມ ສ່ວນຫລາຍແລ້ວ ແມ່ນເມືອງ ຢູ່ແຄມຝັ່ງ ມະຫາສະມຸດ ເຊັ່ນ Miami, Miami beach, cape coral, Fort Myers, Fort Lauderdale, Palm Bay, Daytona Beach, Naples.

ຫລັງຈາກ ພະຍຸ ເອີມາ ຜ່ານໄປ ປະຊາຊົນ ຜູ້ທີ່ອົພຍົບ ອອກໄປຢູ່ຕ່າງຣັຖ ຕ່າງກໍພາກັນກັບຄືນ ມາບ້ານເຮືອນ ຂອງຕົນ. ສ່ວນເມືອງ ທີ່ ໄດ້ຮັບ ຜົນກະທົບ ຈາກພະຍຸ ເອີມາ ນັ້ນກໍຕ້ອງໃຊ້ເວລາ ໃນການສ້ອມແປງ ໃຫ້ກັບມາເປັນ ປົກກະຕິ.

ໃນມື້ນີ້ ສຸພັດຕາ ໄດ້ສຳພາດ ຊາວລາວ-ອະເມຣິກັນ ສອງທ່ານ ຢູ່ເມືອງ Pinellas Park ເຂດ Saint Petersburg ທີ່ຕັ້ງຢູ່ເບື້ອງຝັ່ງ ຕະເວັນຕົກ ຂອງແຫລມ ຟລໍຣີດາ. ເຊີນທ່ານຮັບຟັງ ຈາກ ທ່ານ ໂຂງສະຫວັນ ສີລາເພັດ ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org