ສັມພາດ ຍ.ນ ປານີ ຈຸນລະປານ

ເອເຊັຽເສຣີ ສັມພາດ ຍານາງ ປານີ ຈຸນລະປານ ປະທານ ຄະນະກໍັມມະການ ອຸປຖໍັມ ວັດປ່າ ລາວ ພຸທທໍັມ ທີ່ ເມືອງໂຣເຊສເຕີ ຣັຖ ນິວຢ໊ອກ.

ຍານາງ ປານີ ຈຸນລະປານ (ແຖວໜ້າ ຈາກຂວາມື) ຄົນທີ 3; ປະທານ ວັດປ່າ ລາວ ພຸທທັມ, ຮ່ວມດ້ວຍ ຄະນະກັມມະການ ຜູ້ອຸປຖັມ. ນັກຂ່າວພົລເມືອງ

ຢູ່ ສະຫະຣັຖ ອາເມຣິກາ ມີແມ່ຍິງລາວ ຫລາຍສົມຄວນ ທີ່ ປະກອບສ່ວນ ເຂົ້າໃນວຽກງານ ແລະ ມີບົດບາດຫລາຍຂຶ້ນໃນສັງຄົມ ຂອງຊຸມຊົນຊາວລາວ ຢູ່ຣັຖຕ່າງໆ ທັງສົ່ງເສີມວັດວາ ສາສນາ ແລະ ຊ່ອຍເຫລືອ ໃຫ້ເດັກນ້ອຍນັກຮຽນ, ນັກສຶກສາລາວ ຮູ້ຈັກ ຂນົບທໍານຽມ, ຮີດຄອງ ປະເພນີ ແລະ ວັທນະທໍັມ ອັນດີງາມຂອງລາວ ແລະ ຮໍ່າຮຽນສຶກສາ ສູງ.

ໃນນັ້ນກໍມີ ຍານາງ ປານີ ຈຸນລະປານ ຜູ້ເປັນທ່ານໝໍປິ່ນປົວຄົນເຈັບປ່ວຍ ຢູ່ໂຮງພຍາບານ ແລະທັງເປັນປະທານຄະນະກັມມະການ ອຸປຖໍັມວັດປ່າ ລາວພຸທທັມ ທີ່ເມືອງໂຣເຊສເຕີ ຣັຖ ນິວຢ໊ອກ ຊຶ່ງປະກອບດ້ວຍ 11 ທ່ານ.

ໃນການໃຫ້ສໍາພາດ ກ່ອນຈະເວົ້າເຖິງເຣື່ອງການປະກອບສ່ວນ ເຂົ້າໃນການສົ່ງເສີມວຽກງານ ວັດວາສາສນາ ແລະການສ້າງສາລາ ໂຮງທໍາ ທີ່ວັດປ່າລາວພຸທທັມ ຢູ່ ເມືອງໂຣເຊສເຕີ ທ່ານໝໍ ປານີ ຈຸນລະປານ ໄດ້ເວົ້າເຖິງການຮັບເປັນ ປະທານຄະນະກັມມະການ ອຸປຖັມ ວັດປ່າລາວພຸທທັມ ນັ້ນວ່າ ພໍ່ແມ່ ຄຣູບາອາຈານ ເພິ່ນສົ່ງເສີມ:

ເມື່ອຖາມເຖິງກິຈກໍາຕ່າງໆ ທີ່ພົວພັນກັບການສົ່ງເສີມວັທນະທໍັມລາວ, ພາສາລາວ ທີ່ທາງຄະນະກໍາມະການ ອຸປຖໍັມວັດ ແລະ ວັດປ່າລາວພຸທ ທໍາຈັດຂຶ້ນ ຍານາງ ປານີ ຈຸນລະປານ ກ່າວວ່າ ໄດ້ສອນເຣຶ່ອງວັທນະທໍາລາວ, ພາສາລາວ ຊ່ອຍເພິ່ນ:

ຍານາງ ປານີ ຈຸນລະປານ ໄດ້ອົພຍົບ ຈາກ ສປປລາວ ພ້ອມດ້ວຍຄອບຄົວ ທັງໝົດ 8 ຄົນ ເມື່ອ ມີອາຍຸ 12 ປີ ໄປອາສັຍຢູ່ ສູນໜອງຄາຍ ປະເທດໄທປີ 1976 ແລະ ໄດ້ມາເຖິງ ສະຫະຣັຖ ອາເມຣິກາ ປີ 1980. ຍາງນາງໄດ້ມາສຶກສາຕໍ່ ແລະ ສໍາເຣັດ ການສຶກສາວິຊາການແພດ ທີ່ມະຫາວິທຍາລັຍ ຢູ່ເມືອງໂຣເຊສເຕີ ຣັຖນິວຢ໊ອກ, ແຕ່ງງານໄດ້ລູກ 2 ຄົນ ທີ່ໄດ້ຮັບການສຶກສາສູງ ແລະ ມີໜ້າທີ່ການງານດີ, ລູກຊາຍຮຽນຈົບ ດ້ານວິສວະກອນ ຄອມປິວເຕີ ແລະ ລູກສາວ ຮຽນຈົບວິຊາການແພດ.

ຍານາງ ປານີ ໄດ້ພຍາຍາມພາກພຽນ ອົດທົນບຸກບືນສຶກສາຮໍ່າຮຽນ ນັບຕັ້ງແຕ່ບໍ່ຮູ້ພາສາອັງກິດພໍເທົ່າໃດ ຈົນຈົບມະຫາວິທຍາລັຍ ວິຊາການແພດ ແລະ ໄດ້ປະກອບສ່ວນເຂົ້າ ໃນວຽກງານສັງຄົມ ຂອງ ຊຸມຊົນລາວ ທີ່ ເມືອງໂຣເຊສເຕີ ໃນການປົກປັກຮັກສາ ແລະສົ່ງເສີມວັດວາສາສນາ ວັທນະທັມ, ຮີດຄອງປະເພນີອັນດີງາມ ທີ່ສືບທອດມາຕັ້ງແຕ່ ບັນພະບູຣຸດລາວ ເປັນຢ່າງດີຕລອດມາ ເພື່ອເປັນຕົວຢ່າງໃຫ້ຊາວໜຸ່ມ ເຍົາວະຊົນລາວ, ໃຫ້ລູກຫລານລາວ ສືບທອດຕໍ່ໆໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org