ເສັ້ນທາງຊີວິດ ນາຍທະຫານ ຂອງ ພົລເອກ ຄຳບາງ ສີບຸນເຮືອງ
ທ່ານຄໍາບາງ ສີບຸນເຮືອງ ຊາວແຂວງສວັນນະເຂດ ໄດ້ຮັບໃຊ້ ກອງທັບແຫ່ງພຣະຣາຊອານາຈັກລາວ ເປັນເວລາ 15 ປີ ແລະ ໄດ້ຖືກໄປສັມມະນາ 10 ປາຍມື້ ກ່ອນຈະພາຄອບຄົວ ໂຕນໄປຝັ່ງໄທຍ, ແລະ ໄດ້ມາຕັ້ງຖິ່ນ ຖານຢູ່ສະຫະຣັຖ ອາເມຣິກາ.
-
ຈຳປາທອງ
2024-01-28 -
-
-
ພົລເອກ ຄຳບາງ ສີບຸນເຮືອງ, ຕັ້ງຖິ່ນຖານ ໃນຣັຖເທັນແນັສຊີ, ສະຫະຣັຖ ອາເມຣິກາ.
ພົລເອກ ຄຳບາງ ສີບຸນເຮືອງ
Your browser doesn’t support HTML5 audio
ນາຍ ແລະ ພົລທະຫານ ກອງທັບແຫ່ງພຣະຣາຊອານາຈັກລາວ ຈໍານວນ ບໍ່ໜ້ອຍ ໄດ້ອົພຍົບຫລົບໄພ ໄປມີຊິວິດໃໝ່ ຢູ່ຕ່າງປະເທດ, ຊຶ່ງໃນນັ້ນ ກໍມີຈໍານວນນຶ່ງ ຮວມທັງ ຮ້ອຍເອກ ຄໍາບາງ ສີບຸນເຮືອງ ຍັງເປັນທະຫານ ຮັບໃຊ້ຊາຕ-ສະຫະຣັຖ ອາເມຣິກາ ຈົນໄດ້ເຖິງ ຊັ້ນນາຍພົລ ແລະ ສັງກັດໜວ່ຍ Airborne reserve, ປະຈຳໜ້າທີ່ ຢູ່ກອງທັບ ໃນຣັຖເທັນແນັສຊີ, ສະຫະຣັຖ ອາເມຣິກາ.
ຈໍາປາທອງ ມີບົດສັມພາດ ມາສເນີທ່ານ ໃນຣາຍການ “ຊີວິດຊາວລາວ ໃນຕ່າງແດນ” ປະຈໍາສັປດານີ້ ເຊີນຮັບຟັງໄດ້....