ທ່ານໝໍ ສາຍສະໝອນ ເລົ່າເຖິງ ໂຄວິດ-19

ການຣະບາດ ຂອງໂຄວິດ-19 ຢູ່ຢູໂຣບ ຮວມທັງປະເທດ ແບລຢ້ຽມ ເບົາບາງລົງ ພາຍຫລັງ ທີ່ໄດ້ສັກວັກຊິນ ປ້ອງກັນ, ແຕ່ກໍຍັງມີ ການລະມັດລະວັງ ຫຼາຍຢູ່.

ທ່ານໝໍ ສາຍສະໝອນ (ຢູ່ກາງ ແຖວໜ້າ) ແລະ ທິມງານ ທ່ານໝໍ ສາຍສະໝອນ

ມາເຖິງປັດຈຸບັນ ການຣະບາດ ຂອງໂຄວິດ-19 ຢູ່ຢູໂຣບ ຮວມທັງປະເທດ ແບ​ລ​ຢ້ຽມ ເບົາບາງລົງ ພາຍຫລັງ ທີ່ໄດ້ມີ ການສັກວັກຊິນ ປ້ອງກັນເຊື້ອນີ້ ມາໂດຍຕລອດ, ແຕ່ຜູ້ຄົນ ກໍຍັງມີ ຄວາມລະມັດລະວັງ ຫຼາຍຢູ່ ເພື່ອບໍ່ໃຫ້ຕິດເຊື້ອ ໂດຍຍຶດໝັ້ນ ຢູ່ໃນຫລັກການ ທີ່ວ່າ “ກັນດີ ກວ່າແກ້” ດັ່ງທີ່ ດຣ. ສາຍສະໝອນ ຄໍາມະນີວົງ ທ່ານໝໍ ທີ່ໄດ້ຮັບ 2 ໃບປະກາດ ສະນິຍະບັດ ຈາກມະຫາວິທຍາລັຍ ບ​ຣັ​ສ​ໂຊ​ລ​ສ໌ (Brussels) ປະເທດແບນຢ້ຽມ ໃນສອງຂແນງການຄື: ຂແນງຜ່າຕັດທົ່ວໄປ ແລະຂແນງ ຜ່າຕັດສຸກເສີນ ແລະ ພັກຟື້ນ ໃຫ້ສັມພາດ ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກໍຣະກະດາ 2021 ຊຶ່ງເບື້ອງຕົ້ນ ທ່ານກ່າວເຖິງ ສະພາບ ການຣະບາດ ຂອງໂຄວິດ-19 ຫຼັງມີ ການສັກວັກຊິນ ປ້ອງກັນ ມານີ້ວ່າ ມັນກໍ ຫລຸດຜ່ອນຖອຍລົງ...

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org