ຮ້ານເກມ ກາຍເປັນ ບ່ອນ​ຂາຍ ຢາເສບຕິດ

ຮ້ານເກມ ໃນເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ເປັນແຫຼ່ງມົ້ວສຸມຢາເສບຕິດ ຂອງໜຸ່ມ​ນ້ອຍ​ລາວ

ຜູ້ເສບຢາເສບຕິດ 28 ຄົນ ທີ່ເຈົ້າໜ້າທີ່ຕຳຣວດ ສະກັດກັ້ນແລະຕ້ານຢາເສບຕິດ ຈັບໄດ້ຢູ່ຮ້ານເກມ ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຮູບຈາກ ໜັງສືພິມ ຄວາມສະຫງົບ

ເຈົ້າໜ້າທີ່ຕຳ​ຣວດ ຜແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ລົງກວ​ດ​ຄົ້ນ ແລະ ປິດ ຮ້ານເກມແຫ່ງນຶ່ງ ຢູ່ ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ແລະ ສາມາດກັກ ຜູ້ເສບ ແລະ ຜູ້ຂາຍ ຢາເສບຕິດ ໄດ້ທັງໝົດ 28 ຄົນ, ຮວມຂອງກາງຢາບ້າ 24 ເມັດ. ຜູ້ຖືກຈັບ ສ່ວນຫຼາຍເປັນໜຸ່ມ​ນ້ອຍ ທີ່ເຂົ້າມາຫຼີ້ນເກມ ເສບ ແລະ ຂາຍຢາເສບຕິດ ໃນນັ້ນ 3 ຄົນ ທີ່ມີຢາເສບຕິດ ໄວ້ໃນຄອບຄອງ ເພື່ອ ຂາຍ, ດ່ັງທ່ານ ເຈົ້າໜ້າທີ່ ຜແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 21 ກຸມພາ ນີ້ວ່າ :

"ຖ້າວ່າ ເປັນປະເພດເສບສັງນີ້ ຈະຂ້ອນຂ້າງຈູບຈຸງ ພວກວັຍຣຸ້ນ (ໜຸ່ມ​ນ້ອຍ) ວັຍຫຍັງ ນີ້ນະ ສວ່ນຫຼາຍພວກເຂົາ ວັຍຣຸ້ນ (ໜຸ່ມ​ນ້ອຍ) ເຂົາຈະໄປເຂດທີ່ມີການຊຸມໃຊ້ແດ່ ຫຼືວ່າ ໄປຫຼີ້ນໄປມ່ວນເຮຮາ ອີຫຍັງ ຜູ້ຄ້າ ຈະນ້ອຍເນາະວັຍ ຈະເປັນພວກວັຍກາງຄົນ ບໍ່ອີຫຍັງລົງມາ ສວ່ນຫຼາຍ ຈະເປັນແນວນັ້ນ."

ເຈົ້າໜ້າທີ່ ໄປກວດຮ້ານເກມດັ່ງກ່າວ ພາຍຫຼັງ ໄດ້ຮັບຣາຍງານ ຈາກປະຊາຊົນວ່າ ມີກຸ່ມຊາ​ວ​ໜຸ່ມ ຈຳນວນຫຼາຍ ໄປຫຼີ້ນ ຢູ່ຮ້ານເກມ ໃນບ້ານໜອງບອນ ແລະ ໄດ້ສ້າງຄວາມລົບກວນ ໃຫ້ກັບປະຊາຊົນ ເຂດໃກ້ຄຽງ ເຈົ້າໜ້າທີ່ ຈື່ງໄດ້ຈັດ ກຳລັງວິຊາສະເພາະ ເຂົ້າກວດຄົ້ນ ແລະ ກວດຮູ້ວ່າ ຮ້ານເກມດັ່ງກ່າວ ແມ່ນຖືກສັ່ງປິດ ແຕ່ດົນແລ້ວ ແຕ່ຍັງມີກຸ່ມຊາວ​ໜຸ່ມ ໄປຫຼິ້ນເກມ ແລະ ຄ້າຂາຍ ຢາເສບຕິດຫຼາຍຢູ່.

ປັຈຈຸບັນ ເຈົ້າໜ້າທີ່ ກໍາລັງສອບສວນ ພວກທີ່ ທີ່ເຄີຍ ຊື້-ຂາຍ ຢາເສບຕິດ ໃນຮ້ານດັ່ງກ່າວ ມາດຳເນີນຄະດີ ສ່ວນພວກໜຸ່ມ​ນ້ອຍ ທີ່ຖືກຈັບ ຈະຖືກ ສຶກສາອົບຮົມ  ເຮັດບົດບັນທຶກ ກ່ອນມອບໃຫ້ຜູ້ປົກຄອງ. ສຳລັບ ຜູ້ຕິດຢາເສບຕິດ ຮ້າຍແຮງ ເຈົ້າໜ້າທີ່ ຈະໄດ້ນໍາສົ່ງ ສູນບຳບັດ ຢາເສບຕິດ ຕາມຂໍ້ມູນ ຂອງອົງການປາບ​ປາມ ຢາ​ເສບ​ຕິດ ແລະ ອາ​ຊ​ຍາ​ກັມ ຂອງສະ​ຫະ​ປະ​ຊາ​ຊາດ (UNODC) ເປີ​ດເຜີຍວ່າ ສປປ ລາວ ມີຈຳນວນ ຜູ້ຕິດຢາເສບຕິດ ທັງໝົດ 5 ໝື່ນຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org