ແມ່ຍິ່ງ 3 ຄົນ ຖືກຊ່ອຍໄວ້ ກ່ອນຖືກຕົວະ ຂ້າມໄປໄທຍ
ແມ່ຍິງລາວ 3 ຄົນ ອາຍຸລະຫວ່າງ 19-20 ປີ ຈາກນະຄອນຫຼວງວຽງຈັນ ຖືກນາຍໜ້າ ຢູ່ເມືອງສອງຄອນ ຕົວະ ເອົາໄປເຮັດວຽກ ຢູ່ປະເທດໄທຍ ແບບຜິດກົດໝາຍ ຊຶ່ງມີຄວາມສ່ຽງ ທີ່ຈະຕົກເປັນເຫຍື້ອ ຂອງການຄ້າມະສຸສ ແຕ່ຖືກເຈົ້າໜ້າທີ່ ຊ່ອຍໄວ້ໄດ້ທັນກ່ອນ.
-
ຈຳປາທອງ
2022-07-18 -
-
-
Your browser doesn’t support HTML5 audio
ປີ 2021 ທີ່ຜ່ານມາ ຕໍາຣວດປ້ອງກັນຄວາມສງົບ ເມືອງສອງຄອນ ແຂວງສວັນນະເຂດ ໄດ້ຊ່ອຍແມ່ຍິງລາວ 3 ຄົນ ອາຍຸແຕ່ 19 ປີຫາ 20 ປີ ທີ່ຈະໄປເຮັດວຽກ ເປັນກັມມະກອນຢູ່ປະເທດໄທຍ ຍ້ອນມີຄວາມສ່ຽງທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸສ. ນາຍໜ້າທີ່ ຢູ່ເມືອງສອງຄອນ ໄດ້ບອກໃຫ້ ແມ່ຍິງ ທັງ 3 ຄົນ ທີ່ຢູ່ນະຄອນຫຼວງວຽງຈັນ ຂີ່ຣົຖມາ ດ່ານຊາຍແດນທ້ອງຖິ່ນ ເພື່ອຂີ່ເຮືອຂ້າມໄປຝັ່ງປະເທດໄທຍ.
ເມື່ອພວກນາງມາເຖິງ ເມືອງສອງຄອນແລ້ວ, ເວລາຜ່ານໄປໄດ້ 4-5 ມື້ ນາຍໜ້າກໍຍັງບໍ່ພາ ຂ້າມໄປຝັ່ງໄທຍ ເຮັດໃຫ້ເຈົ້າໜ້າທີ່ ດ່ານຊາຍແດນທ້ອງຖິ່ນ ຜິດສັງເກດ, ສົງສັຍວ່ານາຍໜ້າ ຈະພາລັກຂ້າມທາງເຮືອໄປໄທຍ ແລ້ວກໍຊ່ອຍພວກນາງກັບຄືນ ໄປນະຄອນຫລວງວຽງຈັນ ໂດຍທີ່ທາງສະຫະພັນແມ່ຍິງແຂວງສວັນນະເຂດ ສົງສັຍວ່າ ພວກເຂົາເຈົ້າ ເຂົ້າຂ່າຍມີຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸສ ເນື່ອງຈາກວ່າ ຜູ້ເປັນນາຍໜ້າຕົວະວ່າ ພວກເຂົາເຈົ້າມີເອກສານ ໄປເຮັດວຽກຢ່າງຖືກຕ້ອງ ຢູ່ປະເທດໄທຍ, ແຕ່ຄວາມຈິງແລ້ວແມ່ນບໍ່ມີ ແລະບໍ່ໃຊ້ຊ່ອງທາງຂ້າມໄປໄທຍ ຜ່ານດ່ານຂົວມິຕພາບລາວ-ໄທຍ ສວັນນະເຂດ-ມຸກດາຫານ.
ເຈົ້າໜ້າທີ່ ສະຫະພັນແມ່ຍິງລາວ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ກໍຣະກະດານີ້ວ່າ:
“ເພິ່ນຢູ່ໃນກຸ່ມສ່ຽງ ເພິ່ນຊິເດີນທາງ ໄປປະເທດເພື່ອນບ້ານນີ້ແຫລະ ປະເທດໄທຍນີ້ ບໍ່ມີ (ເອກສານ) ເລີຍ ເພາະວ່ານາຍໜ້າ ເພິ່ນຈະພາຂ້າມໃສ່ເຮືອນ້ອຍໄປ ຄືລັກລອບເຂົ້າເມືອງ ເຮົາໄດ້ຊ່ອຍເຫລືອຜູ້ນີ້ ຖືວ່າເຮົາກໍເຮັດໜ້າທີ່ ຂອງເຮົາສໍາເຣັດ.”
ແມ່ຍິງ 3 ຄົນທີ່ວ່ານັ້ນ ເປັນລາວລຸ່ມ, ຜູ້ນຶ່ງຢູ່ເມືອງໄຊທານີ ແລະອີກ 2 ຄົນ ເຈົ້າໜ້າທີ່ ຈື່ເມືອງບໍ່ໄດ້. ຄອບຄົວພວກເຂົາເຈົ້າທຸກຍາກ, ບໍ່ໄດ້ຮຽນໜັງສືຕໍ່, ຢາກໄປຫາເງິນ ມາຊ່ອຍເຫລືອຄອບຄົວ. ດັ່ງນັ້ນຈຶ່ງຕັດສິນໃຈ ທີ່ຈະໄປເຮັດວຽກ ເປັນກັມມະກອນຫາເງິນ ຢູ່ໄທຍ ຍ້ອນເຊື່ອວ່າ ຜູ້ເປັນນາຍໜ້າຈະເແລ່ນເອກສານໄປເຮັດວຽກ ຢ່າງຖືກຕ້ອງໃຫ້.
ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງສວັນນະເຂດ ອີກຜູ້ນຶ່ງກ່າວໃນມື້ດຽວກັນນີ້ວ່າ:
“ຄັ້ງທໍາອິດ ເພິ່ນກໍບໍ່ຮູ້ຫັ້ນແລ້ວ ເພາະເພິ່ນວ່າ ຊິໄປອັນນັ້ນ ໄປຫາເງິນບ່ອນເຂົາເຈົ້າວ່າ ໄປເປັນກັມມະກອນເຂົາເຈົ້າແຫລະ ຢູ່ໄທຍ ແລ້ວເຂົາກໍໄດ້ເງິນ ໄດ້ຊັ້ນ ກໍຕົວະຍົວະຫັ້ນແຫລະ ຊ່ວງນັ້ນມັນປິດປະເທດເດ. ອັນນີ້ ກໍນຶ່ງມາໄປໄດ້ສະບາຍໄປຈັ່ງຊັ້ນ ມີເອກສານຄົບ ກໍເຊື່ອແລ້ວ ເດັກນ້ອຍ ຍ້ອນຄອບຄົວນີ້ແຫລະ ສະພາບຂອງຄອບຄົວທຸກຍາກ ແລ້ວກໍບໍ່ໄດ້ຮຽນຕໍ່.”
ນາງກ່າວຕື່ມວ່າ ພາຍຫລັງທີ່ເຈົ້າໜ້າທີ່ຕໍາຣວດ ສົ່ງພວກເຂົາເຈົ້າໄປຢູ່ ໃນຄວາມເບິ່ງແຍງ ຂອງສະຫະພັນແມ່ຍິງ ແຂວງສວັນນະເຂດແລ້ວ ກໍໄດ້ຮັບການອົບຮົມ ໃຫ້ຄວາມຮູ້ ກ່ຽວກັບກົດໝາຍວ່າ ດ້ວຍການຕ້ານການຄ້າມະນຸສ ແລະລະບຽບການເຂົ້າ-ອອກ ປະເທດຢ່າງຖືກຕ້ອງຕາມກົດໝາຍ. ຈາກນັ້ນກໍສົ່ງພວກນາງ ໄປຫາຄອບຄົວ ທີ່ນະຄອນຫລວງວຽງຈັນ.
ໃນກອງປະຊຸມ ສລຸບວຽກງານຕ້ານການຄ້າມະນຸສ ປະຈໍາປີ 2021 ຊຶ່ງໄດ້ຈັດຂຶ້ນຢູ່ ແຂວງສວັນນະເຂດ ໃນມື້ວັນທີ 29 ມິຖຸນາຜ່ານມາ ໄດ້ເວົ້າວ່າ ປີ 2021 ທຸກພາກສ່ວນທີ່ກ່ຽວຂ້ອງ ກັບວຽກງານຕ້ານການຄ້າມະນຸສ ໄດ້ເອົາຜູ້ຄ້າມະນຸສ ເປັນແມ່ຍິງລາວ 3 ຄົນ ໃນ 2 ກໍຣະນີ ມາດໍາເນີນຄະດີ ຕາມລະບຽບກົດໝາຍ ຊຶ່ງເຈົ້າໜ້າທີ່ຫ້ອງການ ອັຍການແຂວງສວັນນະເຂດ ເວົ້າວ່າ ໄດ້ສົ່ງສໍານວນຄະດີ ໄປໃຫ້ສານພິຈາຣະນາແລ້ວ ແຕ່ບໍ່ຮູ້ວ່າ ຄະດີນັ້ນໄປຮອດໃສແລ້ວ.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ກໍຣະກະດານີ້ວ່າ:
“ຜູ້ຖືກຫາ ມັນເປັນຄົນລາວໝົດ ໂຕຫັ້ນມັນແມ່ນຜູ້ຍິງນໍ. ໂອ! ມັນກໍຖືກສານຄັດສິນແລ້ວບໍໂຕນີ້ ເຮົາກໍມີແຕ່ເກັບກໍາສະຖິຕິ ເຮົາບໍ່ໄດ້ຕິດຕາມໂຕນີ້.”
ປະຊາຊົນຢູ່ເມືອງສອງຄອນ ພາກັນໄປຫາເຮັດວຽກ ຢູ່ປະເທດໄທຍຫລາຍ. ສ່ວນຫລາຍໄປແບບຖືກຕ້ອງ ຕາມກົດໝາຍ ແລະຈໍານວນນຶ່ງກໍລັກໄປ. ທີ່ຜ່ານມາ ບໍ່ເຄີຍໄດ້ຍິນຂ່າວວ່າ ປະຊາຊົນໃນເມືອງນີ້ ຖືກຕົວະ ໄປເຮັດວຽກຢູ່ປະເທດໄທຍ ແລະຕົກເປັນເຫຍື່ອ ຂອງການຄ້າມະນຸສແຕ່ຢ່າງໃດ.
ດັ່ງປະຊາຊົນເມືອງນີ້ເວົ້າວ່າ:
“ເຈົ້າ ຫລາຍຢູ່ ເຂົາໄປນ່າ ແຕ່ວ່າບໍ່ໄດ້ຕົວະ ເຂົາໄປເຮັດແບບບໍ່ຖືກກໍມີ ລັກຣົຖເໝົາໄປກໍມີ ສ່ວນຫລາຍກໍເຮັດໜັງສື ເຮັດບັດໄປສ່ວນຫລາຍ.”
ໃນກອງປະຊຸມ ສລຸບວຽກງານ ຕ້ານການຄ້າມະນຸສ ຢູ່ແຂວງສັວນນະເຂດ ປະຈໍາປີ 2021 ທີ່ວ່ານັ້ນ ໄດ້ຮັບຜ່ານບົດແນະນໍາ ສເນີແຜນງານແຫ່ງຊາຕ ວ່າດ້ວຍການຕ້ານການຄ້າມະນຸສ ໄລຍະ 5 ປີ 2021-2025 ແລະຜ່ານຄໍາສັ່ງຂອງຮອງນາຍົກ ຣັຖມົນຕຣີ ລົງວັນທີ 25 ກໍຣະກະດາ 2018 ວ່າດ້ວຍການແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຕ້ານການຄ້າມະນຸສນັ້ນ.