ຄົນລາວທີ່ເຄາະຮ້າຍໃນເຮືອ ປະມົງ ໄທ
ອົງການ ຈັດຕັ້ງ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຂອງໄທ ຈະ ເດີນທາງ ໄປ ປະເທດ ອິນໂດເນເຊັຽ ໃນ ເດືອນ ພຶສພາ ນີ້ ເພື່ອ ຊ່ວຍເຫລືອ ຄົນງານ ລາວ ທີ່ ເຮັດວຽກ ຢູ່ເຮືອ ປະມົງ ໄທ.
-
ມະນີຈັນ
2015-05-11 -
-
-
Your browser doesn’t support HTML5 audio
ທ່ານ ສມັກ ທັບທານີ ຈາກ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຫລື LPN ຂອງໄທ ເປີດເຜີຍ ວ່າ ຂນະນີ້ ທາງ ມູນນິທິ ຂອງ ພວກທ່ານ ກໍາລັງ ຕຣຽມ ຈະ ເດີນທາງ ໄປ ປະເທດ ອິນໂດ ເນເຊັຽ ໃນ ເດືອນ ພຶສພາ ນີ້ ເພື່ອ ຕິດຕໍ່ ປະສານ ງານ ກັບ ເຈົ້າໜ້າທີ່ ກ່ຽວຂ້ອງ ເພື່ອ ສົ່ງ ຄົນງານ ລາວ ທີ່ ຖືກ ຫລອກໄປ ເຮັດວຽກ ໃນເຮືອ ປະມົງ ໄທ ຢູ່ເຂດ ນ່ານ ທະເລ ຂອງ ອິນໂດ ເນເຊັຽ:
"ທ່ານ ກ່າວວ່າ ຈະຕ້ອງ ລໍຖ້າ ຕົວແທນ ຂອງທູດ ເຮົາອາຈ ຕ້ອງໄດ້ ຊ່ວຍກັນ ເຣື່ອງການ ໃຊ້ຈ່າຍ ຄ່າ ເດີນທາງ ຂອງ ຄົນງານ ລາວ ຈະ ເຂົ້າໄປ ລົມ ກັບ ສະຖານທູດ ລາວ ທີ່ ກຸງ ຈາກາຕາ ເສັຽກ່ອນ ເພື່ອ ວາງແຜນ ແລ້ວ ລົງໄປ ພື້ນທີ່ ນໍາກັນ ເພື່ອ ຕິດຕາມ ເບິ່ງ ສະພາບ ຄວາມ ເປັນຈິງ ຂອງ ພວກ ເຂົາເຈົ້າ ຂນະນີ້ ຍັງ ປະສານ ງານ ຢູ່."
ທ່ານ ວ່າ ສະຖານທູດ ລາວ ປະຈໍາ ປະເທດ ອິນໂດ ເນເຊັຽ ໄດ້ເວົ້າ ຕໍ່ ອົງການ ຂອງ ທ່ານ ວ່າການ ທີ່ ຈະ ຊ່ວຍເຫລືອ ຄົນງານ ລາວ ນັ້ນ ຕ້ອງໄດ້ ປະຕິບັດ ຕາມ ຂັ້ນຕອນ ໂດຍໃຫ້ ທາງ ການລາວ ຢືນຢັນ ໄດ້ກ່ອນ ວ່າ ຄົນງານ ລາວ ທີ່ ຕົກຄ້າງ ຢູ່ໃນ ອິນໂດ ເນເຊັຽ ນັ້ນ ເປັນ ຄົນລາວ ແທ້ ກ່ອນຈະໄດ້ ປະກອບ ເອກກະສານ ເພື່ອ ຂໍ ນຳເອົາ ຄົນງານ ລາວ ກັບຄືນ ປະເທດ ຫລື ສົ່ງ ມາ ປະເທດ ໄທ ກ່ອນ.
ສໍາລັບ ເຣື່ອງ ຄ່າ ໃຊ້ຈ່າຍ ໃນ ການ ເດີນທາງ ກັບບ້ານ ຂອງ ຄົນລາວ ນັ້ນ ທາງ ອົງການ ຂອງ ທ່ານ ຄິດວ່າ ຫາກ ສະຖານທູດ ລາວ ບໍ່ມີ ງົບປະມານ ສ່ວນນີ້ ທາງ ພາກ ປະຊາຊົນ ກໍ ອາຈ ຕ້ອງ ໄດ້ ຊ່ວຍກັນ ຫາ ງົບປະມານ ຫລື ຣະດົມ ທຶນ ຊ່ວຍເຫລືອ ພວກ ເຄາະຮ້າຍ ຈາກ ການ ຄ້າມະນຸດ ນັ້ນ.
ທ່ານ ສມັກ ທັບທານີ ກ່າວຕື່ມ ອີກວ່າ ປັຈຈຸບັນ ຄົນງານ ລາວ ທີ່ ເປັນ ລູກເຮືອ ທັງໝົດ ຊຶ່ງ ມູນນິທີ ຂອງ ທ່ານ ຊ່ວຍເຫລືອ ຢູ່ເກາະ ອໍາບົນ ປະເທດ ອິນໂດ ເນເຊັຽ ຊຶ່ງ ເວລາ ນີ້ ອາສັຍ ຢູ່ກັບ ຊາວບ້ານ ໃນ ທ້ອງຖິ່ນ ນັ້ນ ແມ່ນ ໄດ້ ຊ່ວຍ ວຽກງານ ໃນສວນ ເພື່ອ ລໍຖ້າ ເວລາ ຖືກ ສົ່ງຕົວ ກັບ ຄືນ ປະເທດ.