ແມ່ຍິງ 58 ຄົນ ຖືກຊ່ອຍ ຈາກການຄ້າມະນຸສ

ແມ່ຍິງ, ເດັກຍິງຕ່າງປະເທດ, ແມ່ຍິງ ແລະ ເດັກຍິງລາວ ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸສ ຈຳນວນ 58 ຄົນ ຖືືກຊ່ອຍໄດ້ ແລະຈັບຜູ້ຕ້ອງຫາ 40 ຄົນ ເປັນຍິງ 24 ຄົນ ປະກອບມີ ຄົນສັນຊາດສິງກະໂປ ເຊື້ອສາຍຈີນ, ຄົນໄທຍ, ຄົນລາວ ແລະ ຄົນຣັສເຊັຽ.

ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ, ວັນທີ 27 ກໍຣະກະດາ 2016 RFA

ໃນ​ປີ 2021 ກົມຕຳ​ຣວດ​ສ​ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ​ນຸສ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ຊ່ອຍ​ເຫຼືອແມ່​ຍິງ, ເດັກ​ຍິງ​ຕ່າງ​ປະ​ເທດ, ແມ່​ຍິງ ແລະ ເດັກ​ຍິງ​ລາວ ທີ່​ຖືກ​ເຄາະ​ຮ້າຍ ​ຈາກ​ການ​ຄ້າ​ມະ​ນຸສ ໄດ້ 58 ຄົນ.

ເຈົ້າ​ໜ້າ​ທີ່ ໄດ້ແກ້​ໄຂ​ຄະ​ດີຄ້າ​ມະ​ນຸສໄດ້ 25 ເຣື່ອງ ແລະ ​ໄດ້ຮັບແຈ້ງຄະດີການຄ້າມະນຸສ 78 ຄັ້ງ​.

ເຈົ້າ​ໜ້າ​ທີ່ໄດ້​ຈັບ​ຜູ້​ຕ້ອງ​ຫາ 40 ຄົ​ນ ເປັນ​ຍິງ 24 ຄົນ ທີ່ ເປັນ​ຄົນ​ສັນ​ຊາດ​ສິງ​ກະ​ໂປ ເຊື້ອ​ສາຍ​ຈີນ, ຄົນ​ໄທ​ຍ, ຄົນ​ລາວ ແລະ ຄົນ​ຣັສ​ເຊັຽ ແລະ ເຂົາ​ເຈົ້າ​ທັງ​ໝົດ ຖືກ​ດໍ​າ​ເນີນ​ຄະ​ດີ ໃນ​ຂໍ້​ຫາ​ຄ້າ​ມະ​ນຸສ, ການ​ເປັນ​ນາຍ​ໜ້າຈັດ​ຫາ​ແມ່​ຍິງ ແລະ ເດັກ​ຍິງໄປ​ຄ້າ​ປະ​ເວ​ນີ ແລະ​ ເປັນ​ຜູ້​ຄ້າ​ມະ​ນຸສເຮັດ​ໃຫ້​ແມ່​ຍິງ ແລະ ເດັກຍິງ​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ. ປັດ​ຈຸ​ບັນ ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ສົ່ງ​ສຳ​ນວນ​ຄະ​ດີ​ທັງ​ໝົດ ໃຫ້​ອັຍ​ການ ເພື່ອ​ດຳ​ເນີນ​ຄະ​ດີ​ຕາມ​ກົດ​ໝາຍ.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 5 ເມ​ສາ ວ່າ:

25 ຄະດີ ອັນນີ້ ເຮົາມີນີ້ ມັນຈະມີຄົນຣັສເຊັຽແດ່ ມີຄົນໄທແດ່ ລ້າສຸດນີ້ ອາທິດກ່ອນນີ້ ມີຄົນສິງກະໂປແດ່ ມັນກໍມີທັງນາຍໜ້ານຳ ແລະ ມັນກໍມີທັງຜູ້ຄ້ານຳ ຈັ່ງຊີ້ ຫັ້ນແຫຼະມັນກໍຫຼາຍຜູ້ກະທຳຜິດ ລວມກັນຫັ້ນແຫຼະ ສ່ວນຫຼາຍ ເຮົາກໍລຸບໃຫ້ ອັຍການໝົດແລ້ວ ສ່ວນວ່າ ຂບວນການຕໍ່ໄປ ມີແຕ່ທາງອັຍການ ທາງສານ ເພິ່ນດຳເນີນການທາງຣະບຽບກົດໝາຍແຫຼະເຈົ້າ.”

ທ່ານ ກ່າວ​ຕື່ມ​ວ່າ ເມື່ອ​ ​ອັຍ​ການ​ຮັບ​ສຳ​ນວນການ​ຟ້ອງ​ຮ້ອງ ເພື່ອ​ເຂົ້າ​ສູ່​ຂບວນ​ການ​ພິ​ຈາ​ຣະ​ນາ ​ຄະ​ດີ​ໃນ​ຊັ້ນ​ສານ​ແລ້ວ ທາງ​ເຈົ້າ​ໜ້າ​ທີ່ຕຳ​ຣວດ ກໍ​ຄື ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ຍັງ​ບໍ່​ທັນ​ຮູ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ລົງ​ໂທດ ​ຕໍ່​ຜູ້​ຕ້ອງ​ຫາທັງ​ໝົດ​ແຕ່​ຢ່າງ​ໃດ.

ໃນ​ຈຳນວນ 58 ຄົນ ທີ່ຊ່ອຍເຫຼືອອອກມາໄດ້ ລວມມີ ເປັນຄົນລາວ 11 ຄົນ ແລະຄົນຕ່າງປະເທດ 47 ຄົນ ເຊິ່ງ ຖືກຕົວະໃຫ້ມາເຮັດວຽກ ແລະ ຖືກບັງຄັບໃຫ້າຍບໍຣິການທາງເພດ ຢູ່ຄາຊິໂນ ຄິງສ໌ໂຣມັນສ໌ ພາຍໃນເຂດເສກິພິເສດສາມຫລ່ຽມຄຳ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ປັດຈຸບັນ ຜູ້ທີ່ຖືກເຄາະຮ້າຍ 58 ຄົນ ຖືກສົ່ງກັບຄືນຫາຄອບຄົວແລ້ວ ຫຼັງຈາກໄດ້ຮັບການຟື້ນຟູຈິດໃຈ ແລະ ໄດ້ຮັບການສຶກສາອົບຮົມ.  

ເຈົ້າ​ໜ້າ​ທີ່ ​ກົມ​ຕຳ​ຣວດ​ສ​ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ​ນຸສ ໄດ້​ກ່າວ​ໃນ​ວັນ​ທີ 5 ເມ​ສາ ວ່າ:  

ຄົນໄທຍ ແລະ ກໍຄົນວຽດ ແລະ ກໍຄົນຣັສເຊັຽ ສິງກະໂປ ຈີນ ທີ່ເຮົາສົ່ງກັບ ຄືນປະເທດ, ຈຳນວນນຶ່ງ ຄົນລາວ ກໍແມ່ນ ຖືວ່າ ບຳບັດທາງດ້ານຮ່າງກາຍ ຈິດໃຈ ກ່ອນຈະກັບຄືນສູ່ສັງຄົມ, ຮູບແບບຂອງເພິ່ນ ກໍຕົວມາອອກແຮງງານ ແຕ່ສ່ວນຫຼາຍ ຖືກບັງຄັບຄ້າປະເວນີ ຢູ່ ແຂວງບໍ່ແກ້ວ ພຸ້ນ.”            

ອີງ​ຕາມ​ຂໍ້​ມູນ ຈາກ​ຜູ້​ທີ່​ຖືກ​ຕົວະ​ໄ​ປ​ເຮັດ​ວຽກ​ຢູ່​ ຄາ​ຊິ​ໂນຄິງ​ສ໌ໂຣ​ມັນສ໌, ປັດ​ຈຸ​ບັນ ຍັງ​ມີ​ແມ່​ຍິງ​ລາວ ແລະ ໄທ​ຍ ທີ່​ຖືກ​ຕົວະ​ໄປ​ເຮັດ​ວຽກ​ຢູ່ ເຂດ​ດັ່ງ​ກ່າວ ແລະ ຍັງ​ອອກ​ມາບໍ່​ໄດ້ ໂດຍສະ​ເພາະ​ການ​ເຮັດ​ວຽກ​ຕອບ​ແຊັດ, ແຕ່ ຖ້າ​ເຮັດ​ບໍ່​ໄດ້​ຕາມ​ເປົ້າ​ໝາຍ ເຂົາ​ເຈົ້າ​ກໍ​ຈະ​ຖືກ​ລົງ​ໂທດ​ ດ້ວຍ​ການແລ່ນ​ຂາ​ດຽວ, ລຸກ​ຢືນ ລຸກ​ນັ່ງ 100-200 ຄັ້ງ ລວມ​ເຖິງ​ການ​​ຂາຍ​ບໍ​ຣິ​ການ​ທາງ​ເພດ.

ແມ່​ຍິງ​ຈາກ​ແຂວງ​ບໍ​ຣິ​ຄຳ​ໄຊ ທີ່​ເຄີຍຖືກ​ຕົວະ​ໄປ​ເຮັດ​ວຽກ ຢູ່ ຄາ​ຊິ​ໂນຄິງ​ສ໌ໂຣ​ມັນສ໌ ໄດ້​ກ່າວ​ວ່າ ໃນ​ວັນ​ທີ 5 ເມ​ສາ ວ່າ:

ໄປຮອດກໍວ່າ ໃຫ້ເຮົາຫັ້ນ ໄປຕົວະຄົນ ໃຫ້ເຂົາເຈົ້າມາລົງທຶນມາ ອີ່ຫຍັງຫັ້ນແຫຼະ ຖ້າເຮົາ ເຮັດບໍ່ໄດ້ ກໍຖືກທຳໂທດ ໃຫ້ເຮົາເຕັ້ນກົບ ແລະ ກໍໃຫ້ເຮົາອັນ ແລ່ນຂາດຽວ ຫຼືວ່າ ລຸກຢືນ ລຸກນັ່ງ 100-200 ເທື່ອ ຫັ້ນນ່າ, ຜູ້ອື່ນ ກໍສ່ວນຫຼາຍ ພວກຜູ້ສາວ ເຂົາເຈົ້າ ກໍເຕັມໃຈໄປແດ່ແຫຼະ ຕາມເອື້ອຍຕິດຫັ້ນ ຢູ່ໃນຫັ້ນ ມັນກໍເວົ້າເຣື່ອງເງິນຂອງເຂົາເຈົ້າໄປຮອດແລ້ວ ບາງທີ ເຂົາຫຼິ້ນເບື່ອແລ້ວ ເຂົາກໍຂາຍຕໍ່ໃຫ້ຜູ້ໃໝ່.”

ກໍຣະ​ນີ ເຈົ້າໜ້າທີ່ໄດ້ຮັບແຈ້ງ ຄະດີການຄ້າມະນຸສ 78 ເທື່ອນັ້ນ ຈະຕ້ອງມີການກວດກາ ຫຼັກຖານຢ່າງລະອຽດກ່ຽວກັບຜູ້ທີ່ຖືກເຄາະຮ້າຍ.

ເຈົ້າ​ໜ້າ​ທີ່​ຕຳ​ຣວດ ກົມ​ໃຫຍ່ຕຳ​ຣວດ ໄດ້​ກ່າວ​ໃນ​ວັນ​ທີ 5 ເມ​ສາ ວ່າ:

ບໍ່ແມ່ນວ່າພວກເອື້ອຍຈະຊ່ວຍໄດ້ເມີຫັ້ນນ່າ ມັນກໍຕ້ອງຂຶ້ນກັບຂໍ້ມູນ ຫຼັກຖານ ອີ່ຫຍັງຕ່າງໆ ບໍ່ແມ່ນວ່າ ເອີ ເຮົາໄດ້ຂໍ້ມູນມາແນວນີ້ ແປວ່າ ຕ້ອງໄດ້ເດີ ພວກເອື້ອຍ ກໍຕ້ອງຊອກຄື ກັນວ່າ ມັນມີຂໍ້ມູນມາແທ້ບໍ່ ຖືກຕ້ອງບໍ່ ແມ່ນເປັນໃຜແທ້ເນາະຂຶ້ນຢູ່ ກັບຜູ້ໃຫ້ຂໍ້ມູນທີ່ຊັດເຈນ ຂໍ້ມູນຫຼັກຖານມີອີ່ຫຍັງແດ່ ສາມາດສົ່ງໃຫ້ເພິ່ນໄດ້ ເອກສານບໍ່ ອີ່ຫຍັງ, ອີ່ຫຍັງ ຖືກຕົບ ຖືກຕີ ຫຼືວ່າ ເປັນຮູບ ອີ່ຫຍັງ ອີຫຍັງ ສຸດແລ້ວແຕ່ເນາະ.” 

ບາງ​ກໍ​ຣະ​ນີ ​ຜູ້​ໃດ​ຕ້ອງ​ການ​ໃຫ້​ເຈົ້າ​ໜ້າ​ທີ່ ​ຊ່ອຍ​ອອກ​ຈາກ​ສາມ​ຫລ່ຽມຄຳ ຕ້ອງ​ຈ່າຍ​ຄ່າ​ດໍ​າ​ເນີນ​ການ ໃຫ້​ເຈົ້າ​ໜ້າ​ທີ່ 5,000 ຢວນ ເພື່ອ​ໃຫ້​ຊ່ອຍ​ອອກ​ມາ.

ແມ່​ຍິງ​ລາວ ຈາກ​ແຂວງ​ບໍ​ຣິ​ຄຳ​ໄຊ ທີ່​ຖືກ​ຕົວະ​ໄປ​ເຮັດ​ວຽກ ຢູ່ ຄາ​ຊິ​ໂນຄິງ​ສ໌ໂຣ​ມັນສ໌ ຜູ້​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ:  

ໄປເອີ້ນ ເຈົ້າໜ້າທີ່ມາ ແລ້ວ ກໍແຈ້ງເບີຫ້ອງ ເອີຫຍັງ ຫັ້ນແຫຼະ ແລະ ກໍຈ່າຍໃຫ້ເຂົາເຈົ້າ ຈ່າຍໃຫ້ອັນ ພວກເຂົາເຈົ້າ ໄປຮັບເຮົາຫັ້ນແຫຼະ ຄັນຄົນຊິອອກ 5,000 ຢວນ ໃຫ້​​ເຂົາກໍວ່າ ຊ່ວຍລ້າຫັ້ນແຫຼະ ແຕ່ວ່າ ຕ້ອງໄດ້ເສັຽເງິນ ເຮົາກໍເວົ້າບໍ່ໄດ້ ເຂົາວ່າ ມາຊ່ວຍເຮົາລ້າຫັ້ນແຫຼະ ແຕ່ວ່າ ອອກມາ ເຂົາກໍຕ້ອງເອົາ ຄ່ານ້ຳມູກນ້ຳມັນ ຄ່າເຂົາໄປສົ່ງ ໄປຮັບເຮົາ ຄ່າຈ່າຍນັ້ນ ຈ່າຍນີ້ ໃຫ້ເຮົາ ຫັ້ນແຫຼະ ຄວາມໝາຍນ່າ.”

ທິດ​ທາງແຜນການ ປີ 2022 ຂອງກົມຕຳຣວດສະກັດກັ້ນ ແລະ ຕ້ານການຄ້າມະນຸສ ຍັງຄົງສຸມໃສ່ໂຄສະນາ ປູກຈິດສຳນຶກ ກ່ຽວກັບສຖານທີ່ ມີຄວາມສ່ຽງ ພ້ອມທັງສ້າງປອຣ໌ດໂຄນາ, ບົດເພງ, ຖ່າຍທຳຈຳລອງເຫດການ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ, ສ້າງຊ່ອງທາງການໂຄນາ ຜ່ານແອບຕິກຕອກ, ເຟບຸກຄ໌, ຢູທູບ, ເວບໄຊທ໌, ວິທະຍຸ.

ນອກ​ຈາກນີ້ ກົມ​ຕຳ​ຣວດ ສະ​ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ​ນຸສ ຍັງ​ມີ​ແຜນ​ຜັກ​ດັນ​ໃຫ້​ເອົາ​ບົດ​ຮຽນ​ ການ​ຄ້າ​ມະ​ນຸສ ເຂົ້າ​ໃນ​ຫຼັກ​ສູດ​ການ​ສຶກ​ສາ​ພາກ​ບັງ​ຄັບ ແຕ່​ຊັ້ນ​ປະ​ຖົມ​ສຶກ​ສາປີ​ທີ 3 ເຖິງ​ຊັ້ນ​ມັທ​ຍົມ​ສຶກ​ສາ​ຕອນ​ປາຍ​ນຳ​ດ້ວຍ.

ເຈົ້າ​ໜ້າ​ກົມ​ຕໍາ​ຣວດ​ສ​ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ​ນຸສ ຜູ້​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ:

ປັດຈຸບັນ ພວກເຮົາ ກຳລັງ ປະຕິບັດຕາມວຽກງານ ແຫ່ງຊາເດ້ ວ່າ ດວ້ຍການຕ້ານຄ້າມະນຸສ ທັງວຽກງານ ໂຄນາແດ່ ທັງວຽກງານ ປູກຈິດສຳນຶກ ໃຫ້ປະຊາຊົນ ຮັບຮູ້ຜົຮ້າຍຂອງການຄ້າມະນຸສ ນີ້ແດ່ ທັງມີບົດລະຄອນ ທັງພວກເຮົາ ມີການຕໍຣາ ຫຼັກສູດ ການຮຽນ-ການສອນ ເຂົ້າໃນແຕ່ລະຊັ້ນ.3 ຂຶ້ນມາຊັ້ນມັຍົມປາຍ ພວກເຮົາແຮ່ງມີຕຳຣາສິດສອນຢູ່ແລ້ວ.”

ນອກ​ຈາກນີ້ ເຈົ້າໜ້າທີ່ຍັງມີການລະດົມທຶນ ຈາກພາກຣັຖ ສ້າງສູນຕ້ອຮັບຊົ່ວຄາວ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ ຢູ່ແຂວງຫລວງນ້ຳທາ ໄດ້ 11 ພາກສ່ວນ ແລະ ເອກຊົນ ໄດ້ 38 ພາກສ່ວນ ເຊິ່ງສ້າງສຳເລັດແລ້ວ 95 ເປີເຊັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org