ປະມົງລາວຈະຮອດບ້ານ ແລ້ວ
ຊາວ ປະມົງ ລາວ 9 ຄົນ ຈາກ ອິນໂດເນເຊັຽ ໄດ້ ມາເຖິງ ໄທ ແລ້ວ ແລະ ຕຣຽມ ກັບ ຄືນ ລາວ.
-
ຈໍາປາທອງ
2015-06-17 -
-
-
Your browser doesn’t support HTML5 audio
ຄົນງານ ລາວ ທີ່ ໄປ ເຮັດວຽກ ໃນ ເຮືອ ຫາປາ ຂອງໄທ ຢູ່ ປະເທສ ອິນໂດເນເຊັຽ, ແລະ ຕົກເປັນ ຜູ້ ເຄາະຮ້າຍ 9 ຄົນ ໄດ້ ມາເຖິງ ປະເທສ ໄທ ແລ້ວ, ແລະ ຕຣຽມໃຫ້ ກັບຄືນ ລາວ. ຜູ້ ເຄາະຮ້າຍ ທີ່ວ່າ ນັ້ນ, ໄດ້ຮັບ ການ ຊ່ວຍເຫລືອ ຈາກ ຫລາຍ ຝ່າຍ ເປັນຕົ້ນ ຈາກ ອົງການ ຈັດຕັ້ງ ສາກົນ ເພື່ອ ການ ໂຍກຍ້າຍ ຖິ່ນຖານ ຫລື IOM ທີ່ ໄດ້ ຮ່ວມມື ກັບ ຣັຖບາລ ອິນໂດເນເຊັຽ, ຊ່ວຍ ຄ່າ ເດີນທາງ ໃຫ້. ດັ່ງ ເຈົ້າໜ້າທີ່ ມູນນິທິ ສົ່ງເສີມ ເຄືອຂ່າຍ ຄຸນນະພາບ ຊີວິດ ແຮງງານ ຂອງໄທ ກ່າວວ່າ:
"ທ່ານ ເວົ້າວ່າ ຄົນງານ ລາວ ທີ່ ມາຈາກ ເກາະ ເບນຈິນາ ມາເຖິງ ເກາະ ຕວນ ມີ ທັງໝົດ 9 ຄົນ. ອົງການ ຣະຫວ່າງ ປະເທສ ເພື່ອ ການ ໂຍກຍ້າຍ ຖິ່ນຖານ ທີ່ ອິນໂດເນເຊັຽ ກັບ ຣັຖບາລ ອິນໂດເນເຊັຽ ຊ່ວຍເຫລືອ. ຊຸດນີ້ ເປັນຊຸດ ທີ່ ທູດລາວ ຢູ່ ກຸງ ຈາກາຕາ ບອກ ເມື່ອຕອນ ລົມກັນ ທີ່ ອິນໂດເນເຊັຽ ວ່າ ມີ 8 ຫາ 9 ຄົນ ທີ່ ຈະເດີນທາງ ກັບ ໃນ ຊຸດ ທຳອິດ".
ທ່ານ ກ່າວ ຕໍ່ໄປວ່າ ໃນເມື່ອ ຄົນງານ ລາວ 9 ຄົນ ນັ້ນ ມາເຖິງ ປະເທສ ໄທ ແລ້ວ, ກໍຈະສົ່ງ ກັບ ໄປ ສປປລາວ, ແລະ ພວກ ເຂົາເຈົ້າ ສາມາດ ຮຽກຮ້ອງ ຂໍຄວາມ ຊ່ວຍເຫລືອ ຈາກ ກະຊວງ ແຮງງານ ແລະ ສວັດດິການ ສັງຄົມ ຂອງລາວ ໃນ ການ ຟ້ອງຮ້ອງ ເອົາຄ່າ ແຮງງານ ຈາກ ນາຍຈ້າງ ໄທ ທີ່ ບໍ່ໄດ້ ໃຫ້ ຄ່າຈ້າງ ແກ່ ພວກ ເຂົາເຈົ້າ. ຄົນງານ 9 ຄົນ ທີ່ວ່າ ນັ້ນ ເປັນ ຜູ້ຊາຍ ທັງໝົດ.
ທ່ານ ເວົ້າວ່າ ສ່ວນ ຄົນງານ ຫາປາ ລາວ ໃນ ຊຸດທີ 2 ຈຳນວນ 4 ຄົນ ທີ່ ໄດ້ ພິສູດ ສັນຊາດ ແລ້ວນັ້ນ ຄາດວ່າ ຈະໄດ້ ກັບ ປະເທສ ລາວ ໃນ ອີກ ບໍ່ດົນນີ້. ເພື່ອ ຄວາມ ກະຈ່າງແຈ້ງ ກ່ຽວກັບ ແຜນການ ຊ່ວຍເຫລືອ ເພິ່ມຕື່ມ ເອເຊັຽ ເສຣີ ກໍ ພຍາຍາມ ຕິດຕໍ່ ໄປຫາ ສະຖານທູດ ລາວ ປະຈຳ ໄທ ແລະ ອິນໂດເນເຊັຽ ແຕ່ ບໍ່ມີ ເຈົ້າໜ້າທີ່ ສະຖານທູດ ຄົນໃດ ໃຫ້ ຄໍາຕອບ ໄດ້.