ແມ່ຍິງລາວຖືກຍົວະ ໄປຈີນ
ແມ່ຍິງ ແຂວງໄຊຍະບູຣີ ຄົນນຶ່ງ ອາຍຸປະມານ 30 ປີ ຖືກຄົນຈີນຕົວະ ໄປຈີນ ຕັ້ງແຕ່ເດືອນ ພຶສຈິກາ ປີກາຍ ໂດຍທີ່ຍາດຕິ ພີ່ນ້ອງ ບໍ່ສາມາດ ຕິດຕໍ່ໄດ້ເລີຍ ຢ້ານວ່າ ອາດຖືກ ນໍາໄປຂາຍ ຢູ່ຈີນ.
-
ໄມຊູລີ
2018-01-09 -
-
-
Your browser doesn’t support HTML5 audio
ແມ່ຍິງແຂວງໄຊຍະບູຣີ ຄົນນຶ່ງອາຍຸປະມານ 30 ປີ ຖືກຄົນຈີນຕົວະໄປ ປະເທດຈີນ ຕັ້ງແຕ່ເດືອນ ພຶສຈິກາ ປີກາຍ ໂດຍທີ່ຍາດຕິພີ່ນ້ອງ ບໍ່ສາມາດຕິດຕໍ່ຫາໄດ້ເລີຍ ຄິດຢ້ານວ່າ ນາງອາດຖືກ ເອົາໄປຂາຍຢູ່ຈີນ. ດັ່ງທີ່ເຄີຍເກີດຂຶ້ນມາ ໃນຫຼາຍກໍຣະນີ ຜ່ານມາ ດັ່ງຄໍາເວົ້າຂອງ ຍາດຕິພີ່ນ້ອງ ຂອງແມ່ຍິງ ຄົນນັ້ນເວົ້າ ໃນມື້ວັນທີ່ 8 ມົກກະຣາ ນີ້ວ່າ:
“ຕິດຕໍ່ຫາແມ່ໄດ້ຕລອດ ຈົນຮອດວັນທີ່ 29 ຂອງເດືອນ 11 ແລ້ວບໍ່ໄດ້ຍິນສຽງເລີຍ ລູກສາວວ່າຕິດຕໍ່ຫາແມ່ ບໍ່ໄດ້ວ່າຊັ້ນ ແມ່ກໍຕິດຕໍ່ລູກ ບໍ່ໄດ້ ຜູ້ຊາຍຫັ້ນນະ ເນາະມາເຮັດວຽກ ຢູ່ວຽງຈັນ ຊື່ ອາຕູ້ ແລ້ວບາດນີ້ມາ ຄົບມາຫລີ້ນກັນແລ້ວ ມາເອົາໄປ ຂີ່ຣົຖ ໄປຮອດຊາຍແດນ ລາວ-ຈີນ ແລ້ວຕໍາຣວດລາວ ພີ້ໃຫ້ລູກກັບ ບໍ່ໃຫ້ໄປນໍາກັນ ຢ້ານເຂົາເອົາໄປຂາຍ ຫັ້ນແຫລະ ແລ້ວມັນໄປຜູ້ດຽວ ໄປຈີນພຸ້ນນະ ແລ້ວກັບ ຄືນມາລາວ ພິ້ອີກ ມານໍາເອົາ ເຮົາອີກຕຶ່ມ.”
ອີງຕາມຄໍາເວົ້າຂອງຍາດຕິພີ່ນ້ອງ ແມ່ຍິງທີ່ຄອບຄົວຂອງນາງເຊື່ອວ່າ ຖືກຕົວະໄປຈີນຣາຍນີ້ ເປັນຊາວເມືອງປາກລາຍ ແຂວງໄຊຍະບູຣີ ໄປເຮັດວຽກຢູ່ ນະຄອນຫລວງວຽງຈັນ ຫລາຍປີແລ້ວ, ຕໍ່ມາເມື່ອປີ 2017 ທີ່ຜ່ານມາ ນາງໄດ້ໂທຣະສັບ ມາບອກ ພີ່ນ້ອງວ່າມີຄົນຈີນ ຊື່ວ່າອາຕູ້ ເປັນຄົນແຂວງຫນານຫມິງ ມາເຮັດວຽກຢູ່ ນະຄອນຫລວງວຽງຈັນ ໄດ້ຊັກຊວນ ໄປຢູ່ຈີນນໍາກັນ.
ຕາມຣາຍງານ ຜູ້ຊາຍຈີນຄົນນີ້ໄດ້ພຍາຍາມ ຊັກຊວນແມ່ຍິງຄົນນີ້ ໄປຈີນເຖິງສອງເທື່ອ ແຕ່ບໍ່ສໍາເຣັດ ຈົນເຖິງກາງເດືອນ ພຶສຈິກາ 2017 ຜູ້ຊາຍຈີນ ຄົນດຽວນັ້ນ ໄດ້ຕິດຕໍ່ຫາແມ່ຍິງຄົນນັ້ນ ໃຫ້ເດີນທາງໄປຫາຢູ່ຈີນ ໂດຍໃຊ້ໜັງສືເດີນທາງ ແບບນັກ ທ່ອງທ່ຽວແລ້ວນາງກໍເຂົ້າ ໄປຈີນ ໄດ້ຕໍ່ຈາກນັ້ນ ກໍຫາຍໄປເລີຍ ນັບແຕ່ມື້ວັນທີ່ 29 ພຶສຈິກາ 2017 ເປັນຕົ້ນມາ.
ກ່ຽວກັບບັນຫາການຄ້າມະນຸດໄປຈີນ ຜ່ານມາເຈົ້າໜ້າທີ່ ດ່ານຊາຍແດນ ບໍ່ເຕັນທີ່ເຮັດວຽກສະກັດກັ້ນ ການຄ້າມະນຸດ ກໍເຄີຍໃຫ້ສັມພາດວ່າ:
“ຄ້າມະນຸດ ຜ່ານມາກໍຖືວ່າ ໄດ້ສະກັດກັ້ນເນາະ! ໄດ້ລົງຫັ້ນແຫລະ ເຂົາກໍຕົ້ມ ພວກກວດຄົນເຂົ້າເມືອງ ເນາະຜແນກ ຕ້ານການຄ້າມະນຸດ ສ່ວນຫລາຍກໍໄປ ເຂົາຈະລັກລອບ ຂ້າມຊາຍແດນ ສ່ວນຫລາຍ ຈະມີໄປຂາຍຢູ່ ປະເທດຈີນ ປີທີ່ແລ້ວນີ້ ສາມາດຊ່ວຍຜູ້ ເຄາະຮ້າຍ ທີ່ ສົ່ງມາຈາກຈີນ ເນາະ 4 ຄົນ ດໍາເນີນຢູ່ນີ້ ກໍເຣື້ອງນຶ່ງຄົນນຶ່ງເນາະ ທີ່ວ່າເອົາຄົນລາວໄປ ຂາຍຫັ້ນນະ.”
ຢ່າງໃດກໍຕາມ ຣາຍງານວ່າ ສໍາຫລັບ ແຂວງໄຊຍະບູຣີນັ້ນ ໃນປີ 2016 ຜ່ານມາ ມີແມ່ຍິງ ໃນເມືອງແກ່ນທ້າວ ເຄີຍຖືກ ລໍ້ລວງແຕ່ງງານ ກັບຜູ້ຊາຍ ຄົນຈີນ 2 ຄົນແຕ່ຖືກ ເຈົ້າໜ້າທີ່ ຊ່ວຍກັບ ຄືນມາໄດ້ ໃນຂນະດຽວກັນ ໃນຕົ້ນປີ 2017 ກໍມີແມ່ຍິງ ເມືອງໂຊຍະບູຣີ ຜູ້ນຶ່ງ ອາຍຸ 24 ປີ ຫາກໍຈົບ ມະຫາວິທຍາລັຍ ຖືກຕົວະຍົວະໄປຈີນ ແລ້ວຖືກນໍາໄປ ກັກຂັງຢູ່ໃນບ້ານ ຂອງຜູ້ຊາຍຈີນ ເຖິງ 8 ເດືອນ ແລະ ເຈົ້າໜ້າທີ່ ຕໍາຣວດ ຫາກໍຊ່ວຍເຫລືອ ເອົາຕົວກັບຄືນມາໄດ້ ເມື່ອກາງປີ 2017 ທີ່ຜ່ານມານີ້.