ທາງການລາວຈັດອົບຮົມ ຕ້ານ ຄ້າມະນຸດ
ທາງການລາວ ຈັດສັມມະນາ ວຽກງານ ສະກັດກັ້ນ ການຄ້າມະນຸດ ຢູ່ 4 ແຂວງ ພາກເໜືອ.
-
ມະນີຈັນ
2018-05-11 -
-
-
Your browser doesn’t support HTML5 audio
ທາງການລາວ ຈັດສັມມະນາວຽກງານ ສະກັດກັ້ນການຄ້າມະນຸດ ໃນຂແນງການທ່ອງທ່ຽວ ໃນມື້ວັນທີ 7 ແລະທີ 8 ພຶສພາ 2018 ຢູ່ ຫ້ອງວ່າການ ປົກຄອງແຂວງບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ ແລະແຂວງ ຜົ້ງສາລີ ເພື່ອໃຫ້ຄວາມຮູ້ ແກ່ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ; ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຕ້ານການຄ້າມະນຸດ ນະຄອນຫລວງວຽງຈັນ ຕໍ່ RFA ໃນມື້ວັນທີ 10 ພຶສພານີ້:
"4 ແຂວງພາກເໜືອ ສິມີການໄປເນາະ ໄປເຮັດຈັດກອງປະຊຸມ ເຣື່ອງການເຄື່ອນຍ້າຍ ແຮງງານ ເຣື່ອງການຄ້າມະນຸດ ກິຈກັມຕ້ານການ ຄ້າມະນຸດ ຂອງກະຊວງແຮງງານ ກັບທາງທ່ອງທ່ຽວເນາະ ສິເຮັດຊຸດນີ້ ໄປໂຄສະນາເຜີຍແຜ່ຫັ້ນນະ ໄປເຜີຍແຜ່ ໂຄສະນາ ຄ້າມະນຸດ ຈະມີກິຈກັມ 4 ແຂວງພາກເໜືອເນາະ."
ທ່ານກ່າວຕໍ່ໄປວ່າ ການຈັດກິຈກັມດັ່ງກ່າວມີພາກສ່ວນ ກະຊວງແຮງງານ ແລະສວັດດີການສັງຄົມ ແລະກະຊວງຖແລງຂ່າວ ແລະວັທນະທັມ ການທ່ອງທ່ຽວເປັນຜູ້ຈັດ ເພື່ອໃຫ້ທິດທາງແກ່ເຈົ້າໜ້າທີ່ກ່ຽວຂ້ອງ ໃນການໂຄສະນາ ໃຫ້ຄວາມຮູ້ແກ່ປະຊາຊົນ ໃນການຕ້ານການຄ້າມະນຸດ ຮວມທັງຮູບການ ຕົວະຍົວະແບບໃໝ່ ຂອງນັກຄ້າມະນຸດຈີນ ທີ່ອາສັຍກຸ່ມ tour ທ່ອງທ່ຽວເປັນເຄື່ອງມື ຊຶ່ງເຄີຍເກີດຂຶ້ນກັບແມ່ຍິງ ເມືອງ ປາກລາຍມາແລ້ວ ເມື່ອເດືອນ ພຶສພາ ປີ 2017:
"ໄປທາງ group tour ນີ້ສິເປັນວິທີໃໝ່ ວິທີໃໝ່ທີ່ຣີສອດ ຈາກການຕິດຕາມຂອງຕໍາຣວດເນາະ ເພາະວ່າສ່ວນຫລາຍ ໄປຈີນນີ້ຂະເຈົ້າ ຈະບໍ່ໄດ້ໄປເປັນ group tour ຂະເຈົ້າຈະໄປແບບທັມມະດາ ປ້ອງກັນແບບ group tour ນີ້ຍັງໄດ້ມີຕົວ ສະກັດກັ້ນ ເທື່ອເນາະວ່າຈະໄປ ອອກໄປທາງນີ້ຫັ້ນນະ ຊຶ່ງວ່າມັນກໍອາຈເປັນເຣື່ອງໃໝ່ ເຣື່ອງໄປກັບກຸ່ມ tour ເນາະຫັ້ນນະ."
ໃນລະຍະ 2 ປີ ທີ່ຜ່ານມາຢູ່ແຂວງພາກເໜືອ ມີແມ່ຍິງລາວໄດ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄປຈີນຫລາຍກໍຣະນີແລ້ວ. ໃນປີ 2016 ມີແມ່ຍິງໃນເມືອງ ແກ່ນທ້າວ ເຄີຍຖືກຕົວະ ແຕ່ງດອງແລ້ວພາໄປຂາຍຢູ່ຈີນ 2 ຄົນ ແຕ່ເຈົ້າໜ້າທີ່ໄດ້ຊ່ວຍ ກັບຄືນໄດ້.
ເມື່ອຕົ້ນປີ 2017 ກໍມີແມ່ຍິງເມືອງ ໄຊຍະບູຣີ ອາຍຸ 24 ປີທີ່ຫາກໍ່ຮຽນຈົບ ມະຫາວິທຍາລັຍ ກໍຖືກຄົນຈີນ ຕົວະໄປຈີນນານເຖິງ 8 ເດືອນ ຖືກເອົາໄປກັກຂັງ ຢູ່ໃນບ້ານ. ໂຊກດີທີ່ຕໍາຣວດ ຊ່ວຍກັບມາບ້ານໄດ້ເມື່ອທ້າຍປີດຽວກັນນັ້ນ.
ກໍຣະນີຫລ່າສຸດ, ວັນທີ 25 ມີນາ ທີ່ຜ່ານມາ ທາງການແຂວງຫລວງນໍ້າທາ ກໍສາມາດ ຊ່ວຍແມ່ຍິງອາຍຸ 22 ປີ ຢູ່ເມືອງນາແລ ທີ່ຖືກຕົວະ ໄປຈີນ ກັບມາໄດ້.