ເຕືອນພັຍ ຂະບວນການ ຄ້າມະນຸສຈີນ ຮູບແບບ ການແຕ່ງດອງ
ຊາວລາວ ເປັນຫ່ວງຂະບວນການ ຄ້າມະນຸສຈີນ ທີ່ມາໃນຮູບແບບ ການແຕ່ງດອງ ກັບແມ່ຍິງລາວ ຫຼັງຈາກ ທີ່ມີຄົນໂພສຕ໌ ຮັບສມັກແມ່ຍິງລາວ ເພື່ອແຕ່ງດອງກັບ ຄົນຈີນ ຈຳນວນເຖິງ 15 ຄົນ ໂດຍຜູ້ໂພສຕ໌ ອ້າງວ່າຈະໄດ້ເງິນເດືອນສູງ.
-
ໄຊຍາ
2022-08-23 -
-
-
Your browser doesn’t support HTML5 audio
ເມື່ອວັນທີ 16 ສິງຫາທີ່ຜ່ານມາ ມີຜູ້ໃຊ້ ເຟສບຸກຄ໌ (Facebook) ຊື່ “Lan Chan” ໄດ້ໂພສຕ໌ ລົງໃນ ເຟສບຸກຄ໌ ຂອງໂຕເອງ ແລະຕັ້ງຄ່າເປັນສາທາຣະນະ ເຊີນຊວນແມ່ຍິງລາວ ສະຖານະໂສດ ມາແຕ່ດອງກັບຜູ້ຊາຍ ທີ່ເປັນນັກທຸຣະກິຈຈີນ ຢູ່ໃນລາວຈຳນວນ 15 ຄົນ ໂດຍຈະໃຫ້ເງິນເດືອນ, ເດືອນລະ 25 ລ້ານກີບ ແລະ ແມ່ຍິງລາວຜູ້ໃດສົນໃຈ ຕ້ອງໄດ້ສົ່ງວີດີໂອ ແນະນໍາໂຕເອງດ້ວຍຮອຍຍີ້ມ ແລະເວົ້າວ່າ ສະບາຍດີ ຂ້ອຍຢູ່ລາວ ຍີນດີຕ້ອນຮັບສູ່ປະເທດລາວ.
ຫຼັງຈາກນັ້ນຜູ້ໃຊ້ ເຟສບຸກຄ໌ ດັ່ງກ່າວກໍຫາຍໄປ ເຮັດໃຫ້ຊາວລາວຫຼາຍຄົນ ຄິດວ່າມັນເປັນຂໍ້ມູນ ປອມຈຶ່ງເປັນຫ່ວງວ່າ ອາຈເປັນຂະບວນການ ຄ້າມະນຸສຈີນ ທີ່ມາໃນຮູບແບບໃໝ່ ຄືການຊອກແຕ່ງດອງ ກັບແມ່ຍິງລາວ ຜ່ານສື່ສັງຄົມອ໋ອນລາຍນ໌ ພ້ອມໄດ້ສະແດງຄວາມຄິດເຫັນວ່າແມ່ຍິງລາວຕ້ອງລະວັງໃຫ້ຫຼາຍກ່ຽວກັບຂໍ້ສເນີທີ່ມາໃນຮູບແບບຂອງເງິນເດືອນຫຼາຍຍ້ອນຂໍ້ ສເນີນີ້ມັນມາໃນຮູບແບບຂອງການການຄ້າມະນຸສ 3 ແບບຄື ການບັງຄັບໃຊ້ແຮງງານ, ການບັງຄັບຂາຍອາວັຍຍະວະ ແລະ ການບັງຄັບໃຫ້ເປັນໂສເພນີ.
ດັ່ງນັກຮຽນຊັ້ນ ມ.3 ທີ່ເຄີຍຝຶກອົບຮົມເປັນພິທີກອນນ້ອຍເພື່ອສື່ສານເຣື່ອງຄ້າມະນຸສໃນລາວໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 23 ສິງຫານີ້ວ່າ.
“ມັນບໍ່ມີຄົນທີ່ຈ້າງ 25 ລ້ານກີບຕໍ່ເດືອນ ແລ້ວໃຫ້ເຮົາຢູ່ລ້າໆ. ແລ້ວບາງຄົນເຂົາເຈົ້າກໍເອົາໄປ ໄປເປັນຄົນຮັບໃຊ້ ກົດຂີ່ຂູດຮີດ. ເຂົາເຈົ້າໃຫ້ແຮງງານຂັ້ນຕໍ່າເຂົາເຈົ້າ, ແຕ່ໃນຂ່າວທີ່ບອກວ່າ 25 ລ້ານ. ນ້ອງບອກຈະບອກວ່າ ບໍ່ແນະນໍາໃຫ້ໄປ ເພາະວ່າເຮົາບໍ່ຮູ້ເທື່ອ ເຮົາໄປແລ້ວ ເຂົາເອົາເຮົາໄປເຮັດນັ້ນ ໄປເຮັດນີ້ ໄປຄ້າປະເວນີ ໄປກົດຂີ່ຂູດຮີດ ຫຼືຮ້າຍແຮງກ່ວານັ້ນ ເອົາໄປຂາຍຕັບ, ຂາຍໄຕປະມານນີ້.”
ຍານາງກ່າວຕື່ມວ່າ ການໂພສຊອກແຕ່ງດອງ ກັບແມ່ຍິງລາວບໍ່ເຄີຍເຫັນມາກ່ອນ ຫາກໍມາປີນີ້ ແລະຫາກໍເຫັນເມື່ອນຶ່ງສັປດາທີ່ຜ່ານມາ. ຊຶ່ງສະພາບໂຕຈິງ ປະເທດລາວໃນໄລຍະນີ້ ມີສະພາບເງິນເຟີ້ຫຼາຍ ໝາຍຄວາມວ່າເງິນ 10-20 ພັນກີບ ເກືອບຈະຊື້ຫຍັງບໍ່ໄດ້ ຈຶ່ງເຮັດໃຫ້ກຸ່ມຄົນຈີນ ມາໃນຮູບແບບແຕ່ງດອງ ແລະໃຫ້ເງິນເດືອນສູງ ກັບແມ່ຍິງລາວຍ້ອນເງິນເດືອນສູງ ເປັນສິ່ງຈູງໃຈ ໃຫ້ສະບາຍທາງລັດ ແລະມີເງິນລົງທຶນເຮັດທຸຣະກິຈ ຂນາດນ້ອຍເພື່ອສະບາຍໃນມື້ໜ້າໄດ້.
ນັກສຶກສາຊັ້ນປີທີ 1 ຈາກຄະນະວິທຍາສາຕສັງຄົມ ມຫາວິທຍາລັຍແຫ່ງຊາຕ ກ່າວວ່າ ໂຕເອງມີຄວາມເປັນຫ່ວງ ແມ່ຍິງລາວຈະບໍ່ປອດພັຍ ຍ້ອນກຸ່ມຄົນຈີນຈະໃຊ້ວິທີການ ຫຼອກລໍ້ໃຫ້ເປັນເມັຽ ມີຄ່າຕອບແທນສູງ ຜ່ານການໂຄສະນາໃນ ເຟສບຸກຄ໌ ແຕ່ສະພາບໂຕຈິງ ອາຈພາໄປຈີນ ໄປໃຊ້ແຮງງານໜັກ ຫຼືຂາຍຕໍ່ໃຫ້ຄົນຈີນຜູ້ອື່ນແທນ ຊຶ່ງເຄີຍມີປະກົດໃຫ້ເຫັນໃນເຂດຊົນນະບົດ ທີ່ມີແມ່ຍິງຊົນເຜົ່າ ຖືກຕົວະແຕ່ງດອງໂດຍບ່າວຈີນສເນີເງິນໃຫ້ ຜູ້ປົກຄອງຈຳນວນຫຼາຍ ແລະ ຜ່ານແຕ່ຂັ້ນບ້ານ ຕາມຮີດຄອງປະເພນີ ເທົ່ານັ້ນບໍ່ໄດ້ຜ່ານເອກສານ ການຈົດທະບຽນສົມຣົຖ ຂັ້ນແຂວງ ແລະລະຫວ່າງປະເທດ.
ດັ່ງນັກສຶກສາຊັ້ນປີທີ 1 ຈາກຄະນະວິທຍາສາຕສັງຄົມ ມຫາວິທຍາລັຍແຫ່ງຊາຕ ກ່າວໃນມື້ດຽວກັນນີ້ວ່າ:
“ອັນແບບນີ້ແບບບໍ່ຄ່ອຍປອດພັຍປານໃດ ເພາະວ່າມັນຈະເປັນຂູ່ທີ່ສເນີເອົາເງິນໃຫ້ ຄ່າຕອບແທນ ແລ້ວເຮົາກໍບໍ່ຮູ້ວ່າ ການທີ່ເຂົາມາສເນີເງິນແບບນັ້ນ ເຂົາເອົາເຮົາກັບປະເທດໄປບໍ່ ແລະຄັນເຮົາກັບປະເທດໄປປະເທດເຂົາແລ້ວ ບາງທີເຂົາອາຈບໍ່ໄດ້ເອົາເປັນເມັຽ ຫຼືວ່າເປັນພັນລະຍາເວົ້າງ່າຍໆ ອາຈຈະເປັນ ເປັນການຄ້າມະນຸສ ໃນຮູບແບບນຶ່ງ.”
ຍານາງກ່າວຕື່ມວ່າ ໂຕເອງເວົ້າໃນຖານະທີ່ໂຕເອງ ເຄີຍຝຶກອົບຮົມ Peer Education (ການສຶກສາ ແບບເພື່ອນຊ່ອຍເພື່ອ) ພາຍໃຕ້ຫົວຂໍ້ການຄ້າມະນຸສ ແມ່ນຫຍັງ, ສິທທິຂັ້ນພື້ນຖານເດັກມີຫຍັງ ແລະ ການເດີນທາງ ທີ່ປອດພັຍ ແລະສິທທິຂັ້ນພື້ນຖານ ຂອງຊາວຜູ້ອອກແຮງງານ ມີຫຍັງແດ່ ແລະຫາກແມ່ຍິງລາວ ບໍ່ຢາກຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸສຈີນ ໃນຮູບແບບການຕົວະ ແຕ່ງດອງ ໃຫ້ເງິນສູງຕ້ອງໄດ້ສຶກສາ ປະກອບເອກະສານຜ່ານຂັ້ນແຂວງ ແລະ ລະຫວ່າງປະເທດຄັກແນ່.
ຂະນະທີ່ຊາວໜຸ່ມ ຮຽນຢູ່ມຫາວິທຍາລັຍ ວິທຍາສາຕ ສຸຂພາບ ຊັ້ນປີທີ 1 ກ່າວວ່າໂຕເອງ ໄດ້ເຫັນຂ່າວທີ່ມີຄົນເປີດຮັບສມັກ ແມ່ຍິງລາວມາແຕ່ດອງ ກັບນັກທຸຣະກິຈຊາຍຈີນ ແລ້ວກໍຮູ້ສຶກເປັນຫ່ວງວ່າ ແມ່ຍິງລາວຈະຫຼົງໄປຕາມ ການໂຄສະນາຊວນເຊື່ອແນວນັ້ນ ຫາກບໍ່ໄດ້ຮັບຂໍ້ມູນ-ຂ່າວສານ ການຕົກເປັນເຫຍື່ອຂອງຂະບວນການ ການຄ້າມະນຸສ ຢ່າງທົ່ວເຖິງ ຮວມເຖິງໂຕເອງ ເຫັນການໂພສໃນລັກສະນະນີ້ ເພື່ອສ້າງກະແສຢ່າງຕໍ່ເນື່ອງ ໃນໄລຍະເວລານຶ່ງແລ້ວ.
ດັ່ງຊາວໜຸ່ມລາວ ຢູ່ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ເຫັນຕລອດເລີຍ ຂ້ອຍຈຶ່ງວ່າ ແມ່ນຄົນສ້າງກະແສນີ້ ເພາະວ່າເຫັນຂ່າວນີ້ຕລອດມາ ປະມານ ອາທິດແລ້ວນີ້ແຫຼະ ເປັນຫ່ວງລະຫວາ ຢ້ານເຂົາເຈົ້າຜູ້ບໍ່ມີຄວາມຮູ້ນີ້ ເຂົາເຈົ້າມັກຫຼົງໄປຫັ້ນນ່າ. ນ້ອງກໍບໍ່ມັກຄົນນັ້ນໂພສຕ໌ຂ່າວແນວນີ້ ແນວນັ້ນນ່າ. ຖ້າເຂົາເຈົ້າແມ່ນຄົນດີແທ້ ບໍ່ຈຳເປັນມີມາໂພສຕ໌ ຕ້ອງການເມັຽຄົນລາວແນວນີ້ ແນວນັ້ນເນາະ. ຄົນດີມີຄົນດີໄປເອົາ ເຂົາເຈົ້າໝົດແລ້ວນ່າ.”
ໃນໄລຍະ 2-3 ປີ ຜ່ານມາ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຮູບແບບຂອງຂະບວນການຄ້າມະນຸສຈີນ ຢູ່ໃນຮູບແບບຂອງນັກລົງທຶນຈີນ ດ້ານກະສິກັມ ເປັນຕົ້ນລົງທຶນປູກກ້ວຍ ຫຼື ໝາກຖົ່ວ ແລ້ວມີແມ່ຍິງລາວໄປເຮັດວຽກເປັນຄົນງານ ຢູ່ນຳສວນນັ້ນ ຈາກນັ້ນແມ່ຍິງ ແລະນັກລົງທຶນຈີນ ດ້ານກະສິກັມ ກໍມັກຮັກກັນກໍພາກັນແຕ່ງດອງ ຖືກຕ້ອງຕາມຮີດຄອງປະເພນີ ຂັ້ນບ້ານ ແຕ່ບໍ່ໄດ້ຖືກກົດໝາຽ ດ້ານການປະກອບເອກສານ ເຮັດໃຫ້ແມ່ຍິງລາວຖືກເຈົ້າໜ້າທີ່ຈີນ ສົ່ງໂຕກັບລາວ ຍ້ອນບໍ່ມີເອກສານແຕ່ງດອງ ແລະບໍ່ຮູ້ຢູ່ດົນໄປຈະເປັນເຫຍື່ອ ການຄ້າມະນຸສຢູ່ຈີນ ຫຼືບໍ່ ຈຶ່ງບໍ່ຢາກໃຫ້ແມ່ຍິງລາວ ຫຼົງເຊື່ອກຸ່ມຄົນມາໂພສຕ໌ໃນສື່ສັງຄົມອ໋ອນລາຍນ໌ ທີ່ຢາກແຕ່ງດອງກັບ ແມ່ຍິງລາວ.
ດັ່ງເຈົ້າໜ້າທີ່ ຫ້ອງການສະຫະພັນແມ່ຍິງ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ວ່າຖືກເຂົາເຮັດ ຖືກຕາມຮີດຄອງ ຢູ່ແຕ່ວ່າບໍ່ຖືກກົດໝາຽຫັ້ນນ່າ ແລ້ວກໍມີກໍຣະນີອັນນຶ່ງຫັ້ນ ກໍແມ່ນໄປຈ້າງຢູ່ສວນໝາກຖົ່ວ ກໍແມ່ນຄົນຈີນ ເຂົາມາລົງທຶນຫັ້ນເຂົາໄປມັກຜູ້ບ່າວຫັ້ນ ແລ້ວຈີນຫັ້ນກໍລັກເອົາເຂົາໄປຢູ່ຈີນພຸ້ນ ແລ້ວເຂົາກໍພົບແນວໃດກໍບໍ່ຮູ້ ແລ້ວເຂົາກໍເອົາກັບມາສົ່ງ ບໍ່ຮູ້ວ່າຢູ່ດົນໄປຊິໄປແນວໃດຫັ້ນນ່າ.”
ຍານາງກ່າວຕື່ມວ່າ ປັດຈຸບັນຫ້ອງການສະຫະພັນແມ່ຍິງ ເມືອງນາໝໍ້ ຍັງຄົງສືບຕໍ່ວຽກງານ ໂຄສະນາໃຫ້ຊາວໜຸ່ມ ທີ່ໃຊ້ສື່ສັງຄົມອ໋ອນລາຍນ໌ ທັງຫຼາຍມີສະຕິຢ່າຟ້າວຫຼົງເຊື່ອ ການໂຄສະນາທາງອ໋ອນລາຍນ໌ ຫຼາຍເກີນໄປ ແລະເອົາກົດໝາຽວ່າ ດ້ວຍການແຕ່ດອງ ກັບຄົນຕ່າງປະເທດ ແບບຖືກຕ້ອງພ້ອມກົດໝາຽ ວ່າດ້ວຍການຄ້າມະນຸສ ປີ 2015 ມາຕຣາ 2 ລົງໂຄສະນານຳວຽກງານອື່ນດ້ວຍ.
ຂະນະທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ກໍໄດ້ຊ່ອຍເຫຼືອທັງແມ່ຍິງ ແລະ ຜູ້ຊາຍ ຊຶ່ງສ່ວນຫຼາຍເປັນຄົນຕ່າງແຂວງ ທີ່ຖືກກຸ່ມບໍຣິສັດຂອງຄົນລາວ ແລະຈີນຕົວະ ມາເຮັດວຽກຕອບແຊັດ ຢູ່ຄາສິໂນ ຄິງສ໌ໂຣມັນສ໌ ໃນຮູບແບບເງິນເດືອນສູງ ແຕ່ສະພາບໂຕຈິງແມ່ນເຮັດວຽກ ບໍ່ໄດ້ເງິນ ແລ້ວຂາຍສົ່ງໃຫ້ບໍຣິສັດອື່ນຈຶ່ງເຕືອນໃຫ້ແມ່ຍິງລາວ ຢ່າຫຼົງເຊື່ອກຸ່ມຄົນທີ່ໂພສຕ໌ ຂໍແຕ່ງດອງກັບແມ່ຍິງລາວ ແລ້ວໃຫ້ເງິນເດືອນສູງຍ້ອນອາຈເປັນຮູບແບບນຶ່ງ ທີ່ຈະນຳພາແມ່ຍິງລາວເຂົ້າສູ່ຂະບວນ ການມະນຸສໄດ້.
ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງບໍ່ແກ້ວກ່າວໃນມື້ດຽວກັນນີ້ວ່າ:
“ສ່ວນໃຫຍ່. ຂໍ້ມູນສ່ວນໃຫຍ່ ກໍແມ່ນຖືກຫຼອກລວງ ໄປອອກແຮງງານເນາະ ເຂົາເຈົ້າວ່າຕອບແຊັດ ມັນໄດ້ເງິນເດືອນດີ ຄືການໂຄສະນາທາງອ໋ອນລາຍນ໌ ຫັ້ນແຫຼະ ພໍ້ບັນຫາ ພໍ້ບັນຫາທາງແມ່ຍິງ ຂອງພວກເຮົາຍົກໂຕຢ່າງວ່າ ບໍຣິສັດນີ້ຮັບໄປເນາະ ແລ້ວເຂົາເຈົ້າບໍ່ໄດ້ຄ່າແຮງງານ ແລ້ວເຂົາເຈົ້າຂາຍໃຫ້ບໍຣິສັດໃໝ່.”
ທີ່ຜ່ານມາວິທຍຸເອເຊັຽເສຣີ ໄດ້ຣາຍງານວ່າ ຮູບແບບການຄ້າມະນຸສ ໃນລາວມີທັງການຕົວະແຕ່ງດອງແອບແຝງ ການຄ້າມະນຸສ ໃນໄລຍະບຸນກິນຈຽງ, ການຈ້າງຖືພາ, ການຕົວະໄປເຮັດວຽກຕອບແຊັດ ໄດ້ເງິນເດືອນສູງ ຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ, ການຕົວະໄປອອກແຮງງານ ຢູ່ຕ່າງປະເທດ ແຕ່ຖືກໃຫ້ຂາຍບໍຣິການ.
ຂະນະທີ່ຕາມກົດໝາຽ ວ່າດ້ວຍການຄ້າມະນຸສ ປີ 2015 ມາຕຣາ 2 ຣະບຸວ່າ ການຄ້າມະນຸສໝາຍ ເຖິງການຊອກຫາ, ລັກພາໂຕ, ການເຄື່ອນຍ້າຍ, ການຂົນສົ່ງ, ຮັບເອົາຄົນຢູ່ພາຍໃນ ຫຼືຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫຼື ລີ້ຊ່ອນດ້ວຍການຂົນຂວາຍ, ແນະນໍາ, ຕົວະຍົວະຫຼອກລວງ, ຊື້ຈ້າງຈອບອອຍ, ຜູກມັດດ້ວຍໜີ້ສິນ, ການເອົາເດັກມາລ້ຽງ, ໝັ້ນໝາຽແອບແຝງ, ແຕ່ງດອງແອບແຝງ, ການໃຫ້ຖືພາ ແລະການເຜີຍແຜ່ ສິ່ງລາມົກເພື່ອຂູດຮີດແຮງງານ, ຂູດຮີດທາງເພດ ເປັນຂ້າທາດ ຫຼື ໂສເພນີ ແລະເອົາອາວັຍຍະວະຕ່າງໆ ໄປຂາຍ.