ຄົນລາວຄ້າຢາເສພຕິດ ຖືກຈັບ

ຕຳຣວດ ຮັກສາ ຊາຍແດນ ວຽດນາມ ຈັບ ນັກຄ້າ ຢາເສບຕິດ ຄົນລາວ 4 ຄົນ ແລະ ຍຶດ ຢາບ້າ ໄດ້ກວ່າ 39,400 ເມັດ.

ພວກຄ້າຢາເສພຕິດ ທີ່ເຈົ້າໜ້າທີ່ ກວດກາຮັກສາ ຊາຍແດນວຽດນາມ ຈັບໄດ້ ແລະ ສົ່ງໃຫ້ ທາງຝ່າຍລາວ Courtesy of Thanh Hoa border guards

ຕຳຣວດ ຮັກສາ ຊາຍແດນ ວຽດນາມ ທີ່ ແຂວງ ທັນຮົວ, ໄດ້ມອບ ນັກຄ້າ ຢາເສບຕິດ ຄົນລາວ 4 ຄົນ ທີ່ ຖືກຈັບ ວ່າງ ຕົ້ນອາທິດ ນີ້ ໃຫ້ແກ່ ເຈົ້າຫນ້າທີ່ ລາວ. ຜູ້ຕ້ອງຫາ ມີຢາບ້າ ຢູ່ໃນການ ຄອບຄອງ 39,400 ກ້ອນ ທີ່ ເຈົ້າຫນ້າທີ່ ຍຶດໄວ້ໄດ້.

ການຈັບກຸມ ເກີດຂຶ້ນ ໃນ ຕອນທ່ຽງ ຂອງ ວັນຈັນ ໃນຂນະທີ່ ນາຍ ທາວ ກຽງໂຮ ອາຍຸ 55 ປີ, ຜູ້ຕ້ອງຫາ ຄົນ ທຳອິດ ໄດ້ ເດີນທາງ ເຂົ້າ ມາຜ່ານດ່ານ ດັ່ງກ່າວ ຂອງ ວຽດນາມ, ເຈົ້າຫນ້າທີ່ ກວດກາ ແລະ ໄດ້ພົບເຫັນ ຢາບ້າ 4 ເມັດ ໃນຖົງ ຂອງລາວ, ຫລັງຈາກ ນັ້ນ, ເຈົ້າຫນ້າທີ່ ກໍນໍາ ລາວໄປ ທີ່ບ້ານ ສອງຫລັງ ທີ່ ລາວ ເຊື່ອງຢາບ້າ ໄວ້ ແລະ ໄດ້ຈັບ ຜູ້ຕ້ອງຫາ ເພີ້ມອີກ ສາມຄົນ.

ໃນນັ້ນ ກໍມີ ນາງຈູໂຮ ອາຍຸ 49 ປີ, ແລະ ລູກຊາຍ ຂອງ ນາງ ຊື່ ນາຍ ທາວ ບີໂທ ອາຍຸ 35 ປີ, ໃນການ ຈັບກຸມ ເທື່ອນີ້ ເຈົ້າຫນ້າທີ່ ວຽດນາມ ໄດ້ ຍຶດ ຢາບ້າ ໄດ້ ກວ່າ 27 ພັນ ກ້ອນ ແລະ ເຮໂຣອິນ ປະມານ 200 ກຣາມ, ໃນເຮືອນ ທີ່ ແຂວງ ຫົວພັນ. ນອກຈາກ ນັ້ນ ເຈົ້າຫນ້າທີ່ ຕຳຣວດ ຍັງພົບເຫັນ ເງິນ ໂດລາ ປະມານ 30 ພັນ ໂດລາ.

ໃນການ ກວດຄົ້ນ ບ້ານ ອີກຫລັງນື່ງ, ໃນ ບໍຣິເວນ ດັ່ງກ່າວ ຊຶ່ງ ເປັນບ້ານ ຂອງນາຍ ໂຈວັນທາວ ອາຍຸ 40 ປີ, ໃນ ມື້ດຽວກັນ ຕອນແລງ ເຈົ້າຫນ້າທີ່ ສາມາດ ຍຶດ ຢາບ້າ ໄດ້ອີກ 12 ພັນ ເມັດ.

ການຈັບກຸມ ກຸ່ມຄ້າ ຢາເສບຕິດ ເທື່ອນີ້ ເປັນ ຄັ້ງໃຫຍ່ ທີ່ບໍ່ເຄີຍ ມີມາກ່ອນ ໃນການຮ່ວມ ປາບປາມ ກຸ່ມ ຄ້າ ຢາເສບຕິດ ຕາມແນວ ຊາຍແດນ ຣະຫວ່າງ ເຈົ້າຫນ້າທີ່ ລາວ ແລະ ວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org