ຫົວໂປ່ຄ້າຢາເສພຕິດ ຈັບແລ້ວ ມິດເລີຍ

ຜູ້ຄົນເລີ້ມສົງໃສ ກ່ຽວກັບ ຄວາມຊັກຊ້າ ໃນການ ດຳເນີນຄະດີ ກຸ່ມຄ້າ ຢາເສບຕິດ ຣາຍໃຫຍ່ ຄື: ທ້າວ ອນປະສົງ, ທ້າວສີສຸກ ດາວເຮືອງ ແລະເຄືອຂ່າຍ.

ທ້າວ ສີສຸກ ດາວເຮືອງ ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ ທີ່ຖືກຈັບແລ້ວ ມິດໄປເລີຍ ແລະ ເຊື່ອກັນວ່າ ເປັນເຄືອຂ່າຍຂອງ ທ້າວ ໄຊຊະນະ ແກ້ວພິມພາ Citizen Journalist

ຫລັງຈາກ ທ້າວ ໄຊຊະນະ ແກ້ວພິມພາ ນັກຄ້າຢາເສພຕິດ ຊາວລາວ ຖືກທາງການໄທ ຈັບໂຕໄດ້, ຕໍ່ມາຢູ່ ປະເທດລາວ ເຈົ້າໜ້າທີ່ລາວ ກໍໄດ້ຈັບ ທ້າວຄອນປະສົງ, ທ້າວສີສຸກ ດາວເຮືອງ ພ້ອມດ້ວຍເຄືອຂ່າຍ ທີ່ເປັນນັກຄ້າ ຢາເສບຕິດ ຣາຍໃຫຍ່.

ສະເພາະຢູ່ປະເທດລາວ ເຫດການຜ່ານໄປໄດ້ 1 ປີ ກວ່າແລ້ວ, ແຕ່ການດຳເນີນຄະດີ ກໍຍັງບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ ຈຶ່ງເຮັດໃຫ້ ຫຼາຍຄົນ ເລີ້ມບໍ່ໝັ້ນໃຈ ແລະ ບໍ່ເຊື່ອວ່າ ພວກຄ້າຢາເສບຕິດ ເຫລົ່ານັ້ນ ຈະຖືກນຳມາຂຶ້ນສານ ຕາມຂະບວນການຍຸຕິທັມ.

ຂ້າພະເຈົ້າໄດ້ມີໂອກາດ ສຳພາດ ພະນັກງານ ບຳນານທ່ານນຶ່ງ ຜູ້ທີ່ບໍ່ປະສົງ ອອກຊື່, ໃຫ້ ທ່ານ ໄປຟັງຣາຍລະອຽດ ໃນເລື້ອງນີ້ເບິ່ງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org