ນາຍຄຣູ ຕິດຢາບ້າ ຖືກປົດ

ນາຍຄຣູ 3 ຄົນ ຢູ່ ເມືອງພູຄູນ ແຂວງ ຫລວງພຣະບາງ ຖືກປົດ ຍ້ອນ ຕິດຢາບ້າ.

ຢາບ້າ ທີ່ ທາງການ ຂອງ ທຸກປະເທດໃນໂລກ ຕິດຕາມ ຍຶດ ປາບປາມ ທໍາລາຍ Public Domain/dailysun

ນາຍຄຣູ 3 ຄົນ ທີ່ບໍ່ຖືກເປີດເຜີຍຊື່ ແລະຕໍາແໜ່ງ ຢູ່ເມືອງພູຄູນ ແຂວງຫລວງພຣະບາງ ຖືກອໍານາດການປົກຄອງ ເມືອງພູຄູນ ປົດອອກ ຈາກການເປັນຣັຖກອນ ຍ້ອນຖືກກວດພົບວ່າ ເສພ ແລະຕິດຢາບ້າ ຊຶ່ງຖືເປັນຄວາມຜິດທາງວິນັຍ ທີ່ຮ້າຍແຮງ. ດັ່ງທີ່ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 25 ຕຸລາ ນີ້ວ່າ:

"ເອົາຂແນງການທີ່ກ່ຽວຂ້ອງຫັ້ນມາກວດ ນີ້ນະ ກວດນໍ້າມູກ ນະ ພົບສານເສບຕິດ ຫັ້ນນະ ຜູ້ກ່ຽວກະໄດ້ມີການສາຣະພາບ ເປັນຕາເຫັນວ່າ ໂອ້ຖ້າວ່າຫາກຕິດຢາເສພຕິດແລ້ວ, ແລ້ວຈະເອົາໄວ້ໃນຂົງເຂດກໍາລັງ ເຮົາ ມັນຈະບໍ່ໄດ້."

ການປົດນາຍຄຣູ 3 ຄົນນີ້ ແມ່ນອີງຕາມກົດໝາຍ ແລະຣະບຽບການ ຂອງກະຊວງສຶກສາທິການແລະກິລາ. ພະນັກງານ-ຣັຖກອນ ຈະແມ່ນ ຂແນງໃດກໍຕາມ ຫາກກ່ຽວຂ້ອງ ກັບຢາເສພຕິດ ຈະຕ້ອງຖືກປົດ, ບໍ່ສາມາດໃຫ້ເຮັດວຽກນໍາຣັຖ ໄດ້ອີກຕໍ່ໄປ.

ທ່ານກ່າວຕື່ມວ່າ ສໍາລັບນາຍຄຣູ 3 ຄົນນີ້ ຖືກລົງໂທດພຽງແຕ່ປົດອອກຈາກ ການເປັນຣັຖກອນ ແລະຈະຖືກນໍາໄປຮັບການບໍາບັດ ເພື່ອໃຫ້ ເຊົາການຕິດຢາບ້ານັ້ນ.

ຫລັງຈາກກວດພົບນາຍຄຣູ 3 ຄົນຕິດຢາເສບຕິດນີ້ແລ້ວ ທາງເມືອງພູຄູນ ກໍໄດ້ເພີ່ມມາຕການກວດກາ ສຸຂພາບຂອງພະນັກງານ-ຣັຖກອນ ເພື່ອຫາສານເສບຕິດ ຢ່າງເຂັ້ມງວດ ຮວມທັງໄດ້ເອົາໃຈໃສ່ ວຽກງານສະກັດກັ້ນ ຢາເສພຕິດ ຢູ່ຕາມໂຮງຮຽນ ແລະຊຸມຊົນຕ່າງໆ ເພື່ອບໍ່ ໃຫ້ເດັກນ້ອຍ ນັກຮຽນເສພຢາເສບຕິດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org