ຂ.ບໍ່ແກ້ວ ສືບຫາທີ່ມາ ຢາໄອ໋ຊ

ເຈົ້າໜ້າທີ່ ທາງການ ແຂວງບໍ່ແກ້ວ ກຳລັງສືບສວນ ຕິດຕາມຫາ ທີ່ມາຂອງ ຢາໄອ໋ຊ ມູລຄ່າ ກວ່າ 6 ຮ້ອຍ ລ້ານບາດ.

ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ກຳລັງສືບຫາ ທີ່ມາຂອງຢາໄອ໋ຊ ຈຳນວນ 651 ກິໂລກຣາມ ມູນຄ່າກວ່າ 600 ລ້ານບາດ ທີ່ຍຶດໄດ້ຢູ່ ບ້ານຫ້ວຍຫະ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ Screen captured : https://m.facebook.com/story.php?story_fbid=1996880873962425&id=1811480202502494

ທາງການແຂວງບໍ່ແກ້ວ ກຳລັງສືບຫາທີ່ມາຂອງຢາໄອ໋ຊ ຈຳນວນ 651 ກິໂລກຣາມ ມູນຄ່າກວ່າ 600 ລ້ານບາດ ທີ່ຍຶດໄດ້ຢູ່ບ້ານຫ້ວຍຫະ, ເມືອງຕົ້ນເຜິ້ງ ຂນະທີ່ຄົນຮ້າຍກຳລັງຂົນສົ່ງຢາເສພຕິດດັ່ງກ່າວ ໄປແຂວງຫຼວງນໍ້າທາ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 18 ພຶສພາ ນີ້ວ່າ ປັດຈຸບັນກຳລັງສືບສວນຂໍ້ມູນ ຈາກພວກກ່ຽວຢູ່ ເພື່ອນຳຫາຜູ້ເປັນເຈົ້າຂອງຢາໄອ໋ຊຈຳນວນດັ່ງກ່າວ. ສ່ວນຣາຍລະອຽດນັ້ນຍັງບໍ່ສາມາດ ເປີດເຜີຍໄດ້:

“ຕາມການເກັບກຳຂໍ້ມູນຂອງໄທເຮົາ ນິເນາະ ກໍ່ເຫັນວ່າ ມັນບໍ່ສາມາດຢັ້ງຢືນໄດ້ ວ່າແມ່ນຂອງບຸກຄົນໃດ ຢາຫັ່ນນະເນາະ ຖືວ່າຕອນນີ້ ໄທເຮົາ ແມ່ນໄດ້ເກັບກັບຂໍ້ມູນຢູ່ ບໍ່ທັນເປີດເຜີຍໄດ້ບໍ່ສາມາດບົ່ງບອກໄດ້ ວ່າຂອງທ້າວນີ້ທ້າວນີ້ ຍັງບໍ່ສາມາດບົ່ງບອກໄດ້.”

ຢາໄອ໋ຊ ຊຸດດັັ່ງກ່າວນີ້ ຕຳຣວດຜແນກສະກັດກັ້ນ ແລະຕ້ານຢາເສພຕິດ ແຂວງບໍ່ແກ້ວ ຈັບໄດ້ໃນວັນທີ 11 ພຶສພາ ທີ່ຜ່ານມາ ເວລາ 9 ໂມງເຊົ້າ ຫຼັງຈາກໄດ້ຮັບແຈ້ງຈາກ ພົລເມືອງດີ ວ່າຈະມີການຂົນສົ່ງ ຢາໄອ໋ຊ ທີ່ມີຈຳນວນຫຼາຍທີ່ສຸດ ຈາກເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໄປທີ່ແຂວງຫຼວງນໍ້າທາ.

ການຈັບພວກຄ້າຢາເສພຕິດໃນຄັ້ງນີ້ ເຈົ້າໜ້າທີ່ສາມາດຍຶດຂອງກາງ ເປັນຢາໄອ໋ຊ 651 ກິໂລກຣາມ, ຣົດປຣາຣາໂດ ທີ່ໃຊ້ໃນການຂົນສົ່ງ 3 ຄັນ, ເງິນສົດຈຳນວນ 2 ແສນ 3 ໝື່ນບາດ ແລະເງິນກີບເກືອບ 5 ລ້ານກີບ ພ້ອມກັບໂທຣະສັບມືຖື 11 ໜ່ວຍ ແລະຊັບສິນມີຄ່າອີກ ຈຳນວນນຶ່ງ.

ສຳລັບກຸ່ມຜູ້ຕ້ອງຫາ ໃນຄະດີນີ້ນັ້ນ ມີທັງໝົດ 4 ຄົນໃນນັ້ນ 2 ຄົນ ມີອາຊີບເຮັດໄຮ່ເຮັດນາ ແລະອີກ 2 ຄົນ ອາຊີບຄ້າຂາຍ. ໃນຂນະທີ່ ຖືກຈັບ ພວກກ່ຽວທັງ 4 ພຍາຍາມໃຫ້ສິນບົນ ແກ່ເຈົ້າໜ້າທີ່ 2 ລ້ານບາດ ແຕ່ເຈົ້າໜ້າທີ່ ບໍ່ຮັບເອົາເງິນ ດັ່ງກ່າວ.

ປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ໄດ້ຕັ້ງຂໍ້ຫາກັບຄົນຮ້າຍທັງ 4 ແລ້ວ ຄື ມີຄວາມຜິດຖານເຈຕນາ ຮ່ວມກັນຂົນສົ່ງຢາເສພຕິດ. ສ່ວນຂໍ້ມູນອື່ນ ທີ່ພວກກ່ຽວສາຣະພາບນັ້ນ ເຈົ້າໜ້າທີ່ຍັງບໍ່ສາມາດເປີດເຜີຍໄດ້ເທື່ອ ເນື່ອງຈາກຕ້ອງໃຊ້ໃນການຂຍາຍຜົນ ສືບຫາຜູ້ຮ່ວມຂະບວນການນີ້ ຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org