ໂທດປະຫານຊີວິດສໍາລັບ ຜູ້ຄ້າຢາບ້າ

ສານໃນລາວ ຕັດສິນ ປະຫານ ຊິວິດ ໂດຍການ ຍິງເປົ້າ ຜູ້ຄ້າ ຢາເສບຕິດ ສອງຄົນ ທີ່ ມີຢາບ້າ 3 ກິໂລກຣາມ ຢູ່ໃນຄອບຄອງ.

ຕົວຢ່າງ ລັກສນະ ຢາບ້າ ທີ່ມີຫຼາຍສີ ແລະຫຼາຍຮູປແບບ RFA

 

ທ້າວສອນໄຊຍະລາດ ອາຍຸ 29 ປີ ແລະ ທ້າວມົນທິບພະວົງ ອາຍຸ 23 ປີ ທັງສອງ ເປັນຣາສດອນ ເມືອງ ຈັນທະບູຣີ ນະຄອນຫລວງ ວຽງຈັນ ຖືກຈັບ ໃນມື້ວັນທີ 6 ເດືອນມິນາ 2013 ພ້ອມຂອງກາງ ຢາບ້າ ຈຳນວນ 15 ຫໍ່ນ້ຳຫນັກ ປະມານ 3.4 ກິໂລກຣາມ ແລະ ປືນສັ້ນ 1 ກະບອກ ພ້ອມທັງລູກປືນ 5 ນັດ.

ກົດຫມາຍລາວບັນຍັດໄວ້ວ່າ ຜູ້ໃດມີຢາບ້າ ຫລື ຢາກະຕຸ້ນປະສາດ ຊນິດຕ່າງໆຢູ່ໃນຄອບຄອງເຖິງ 3 ພັນກຣາມ ຈະຜລິດ ຈຳຫນ່າຍ ແຈກຢາຍນຳເຂົ້າສົ່ງອອກ ຫລື ຂົນສົ່ງ ໃນເຂດ ສາທາຣະນະຣັດ ປະຊາທິປະຕັຍ ປະຊາຊົນລາວ ຈະຖືກໂທດ ປະຫານ ຊິວິດ ໂດຍ ການຍິງເປົ້າ ຢ່າງດຽວ.

ເລີ້ມແຕ່ຕົ້ນປີນີ້ມາ ສື່ມວນຊົນພາກຣັຖຂອງລາວ ໄດ້ລາຍງານ ການ ຈັບກຸມ ຜູ້ກະທຳຜິດ ກ່ຽວກັບ ການຄ້າ ຢາເສບຕິດ ຫລາຍຄັ້ງ ແຕ່ ທ້າວສອນ ກັບທ້າວມົນ ເຫັນວ່າ ຈະເປັນຄະດີ ທຳອິດທີ່ສານລາວ ຕັດສິນປະຫານຊິວິດ ຜູ້ຜລິດຄ້າຂາຍແຈກຢາຍຂົນສົ່ງ ແລະ ຈຳຫນ່າຍເຮໂຣອິນກວ່າ 500 ກຣາມ ຫລື ຢາບ້າກວ່າ 3 ພັນກຣາມ ຂື້ນໄປ ມີໂທດ ປະຫານຊິວິດ.

ໃນປີ 2009 ສານລາວໄດ້ຕັດສິນລົງໂທດ ປະຫານຊິວິດ ຜູ້ຍິງຄ້າ ຢາເສບຕິດ ຊາວອັງກິດ Samantha Orobator ຖືກຈັບພ້ອມເຮໂຣອິນ ປະມານ 680 ກຣາມ ໃນຂນະທີ່ຈະຂື້ນເຮືອບິນ ຢູ່ສນາມບີນ ວັດໄຕ ໄປບາງກອກ ຕໍ່ມາສານລາວ ໄດ້ຫລຸດໂທດ ໃຫ້ຈຳຄຸກ ຕຣອດ ຊິວິດ ແຕ່ເນຣະເທດໄປ ເຂົ້າຄຸກ ຢູ່ປະເທດອັງກິດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org