ຊ່ອຍແມ່ຍິງລາວ ເ​ຫຍື່ອຄ້າມະນຸສ ຈາກຄິງສ໌ ໂຣມັນສ໌

ຕໍາຣວດ ແຂວງບໍ່ແກ້ວ ໄດ້ຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປເປັນ ຄົນຕອບແຊັດ ແລະ ບໍຣິການ ທາງເພດ ຢ່າງໜ້ອຍ 14 ຄົນ ເມື່ອບໍ່ດົນມານີ້ ຈາກກາສິໂນ ຄິງສ໌ ໂຣມັນສ໌ ຢູ່ເມືອງຕົ້ນເຜິ້ງ, ໃນນັ້ນຊ່ອຍໄດ້ 3 ຄົນໃນມື້ວັນທີ 6 ກຸມພາ ແລະມື້ກ່ອນນັ້ນ ຊ່ອຍໄດ້ 3 ຄົນ.

ຕໍ່ໜ້າກາສິໂນ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ເດືອນເມສາ ປີ 2015 RFA

ເມື່ອມໍ່ໆຜ່ານມານີ້ ຕໍາຣວດແຂວງບໍ່ແກ້ວ ຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປເຮັດ ຢູ່ກາສິໂນ ຄິງສ໌ ໂຣມັນສ໌ ໃນເຂດເສຖກິດ ພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ໄດ້ຢ່າງໜ້ອຍ 14 ຄົນ. ໃນນັ້ນ 3 ຄົນ ຊ່ອຍໃຫ້ໜີອອກມາໄດ້ໃນມື້ວັນທີ 6 ກຸມພານີ້ ແລະໃນມື້ວັນທີ 5 ກຸມ ພາກໍຊ່ອຍໄດ້ 3 ຄົນ ຊຶຶ່ງມີທັງເປັນພະນັກງານຕອບແຊັດ ແລະສາວບໍຣິການທາງເພດ, ແຕ່ກໍບໍ່ສາມາດຮູ້ໄດ້ວ່າ ຍັງມີແມ່ຍິງລາວອີກຈັກຄົນ ທີ່ລໍຖ້າການຊ່ອຍເຫລືອ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍ່ແກ້ວທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 7 ກຸມພານີ້ວ່າ:

ມື້ວານນີ້ 3 ແລ້ວກໍມືກ່ອນໜ້າຫັ້ນນີ້ 3 ເຂົາຂໍຄວາມຊ່ວຍເຫລືອ ເພາະວ່າຢູ່ເຂດນອກນີ້ ບໍ່ໄດ້ຢູ່ກາສິໂນ ເຮົາສາມາດເຂົ້າໄດ້ ບອກຈຸດບອກທາງມານີ້ ເອີໄປໄດ້ ສ່ວນຫລາຍນີ້ເປັນຕອບແຊັດ ບາງເທື່ອກໍເປັນສາວບໍຣິການ ທາງເພດນີ໋.

ທ່ານກ່າວຕື່ມວ່າ ວຽກງານຊ່ອຍເຫລືອແມ່ຍິງ ອອກຈາກກາສິໂນຄິງສ໌ໂຣມັນສ໌ ເປັນວຽກງານສະເພາະຂອງຕໍາຣວດໂດຍກົງ. ປີກາຍເຈົ້າໜ້າທີ່ຕໍາຣວດຂແນງການທີ່ກ່ຽວຂ້ອງ ກໍໄດ້ຊ່ອຍແມ່ຍິງ ທີ່ຮ້ອງຂໍຄວາມຊ່ອຍເຫລືອ ໃຫ້ໄດ້ອອກຈາກກາຊິໂນນັ້ນໄດ້ 40-50 ຄົນ ຊຶ່ງ ສ່ວນໃຫຍ່ມາຈາກ ນະຄອນຫລວງວຽງຈັນ ທີ່ຖືກຕົວະໃຫ້ມາ ຂາຍບໍຣິການທາງເພດ ແລະເປັນພະນັກງານຕອບແຊັດ.

ການຊ່ອຍເຫລືອແມ່ຍິງ ອອກຈາກກາສິໂນຄິງສ໌ໂຣມັນສ໌ ເຈົ້າໜ້າທີ່ແຂວງບໍ່ແກ້ວ ອີກທ່ານນຶ່ງ ເວົ້າວ່າ ເປັນວຽກງານທີ່ຍາກ ເນື່ອງຈາກເປັນເຂດຂອງນັກລົງທຶນຈີນ, ຕ້ອງໄດ້ຮັບຄວາມຮ່ວມມືຈາກ ແມ່ຍິງຜູ້ເຄາະຮ້າຍ ແລະຍາດພີ່ນ້ອງຂອງພວກເຂົາເຈົ້າ ໃນການປະສານເຣື່ອງໃຫ້ຂໍ້ມູນ ແກ່ເຈົ້າໜ້າທີ່ຕໍາຣວດ.

ຍາກນິດນຶ່ງ ເພາະວ່າມັນເປັນເຂດພິເສດເນາະ ຂອງເຂົາເຈົ້າເລີຍເນາະ ທາງແຂວງເຮົາຖືວ່າບໍ່ມີສິດເນາະ ຜູ້ກ່ຽວເນາະ ບາງເທື່ອຜູ້ກ່ຽວຫລືຍາດຕິພີ່ນ້ອງ ໃຫ້ມາປະສານກັບພວກເຮົາ ຈັ່ງສາມາດຊ່ວຍໄດ້. 

ເມື່ອກ່ອນໜ້ານັ້ນ ແມ່ຍິງລາວຈາກ ນະຄອນຫລວງວຽງຈັນ 2 ຄົນ ທີ່ຖືກຕົວະໄປເຮັດວຽກ ເປັນສາວຮ້ານຢູ່ກາສິໂນຄິງສໂຣມັນ ມາຕັ້ງແຕ່ມື້ວັນທີ 15 ທັນວາ 2021 ກໍສາມາດໜີອອກມາໄດ້ ເມື່ອປະມານທ້າຍເດືອນມົກກະຣາ ທີ່ຫາກໍຜ່ານມານີ້ ໂດຍມີເຈົ້າໜ້າທີ່ທີ່ກ່ຽວ ຂ້ອງໃຫ້ຄໍາແນະນໍາ, ອີງຕາມຄໍາເວົ້າຂອງຜູ້ເຄາະຮ້າຍນາງນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເພິ່ນແນະນໍາໃຫ້ວ່າ ບໍ່ໃຫ້ຕັດສິນໃຈໄວ ເຈົ້າຕ້ອງວາງແຜນວ່າ ເຈົ້າຢູ່ຈຸດໃດ ມັນຢູ່ໃກ້ທາງໃດແດ່ ໃຫ້ເຈົ້າແບບວ່າຄົ້ນຄວ້າມັນຢູ່ທາງໃດ ຈັ່ງຊີ້ນ່າ ຄັນເຂົາຈັບໄດ້ນີ້ແມ່ນຕາຍສະຖານດຽວ ປະມານ ແບບມັນມິດມັນມືດ ພໍມັນບໍ່ເຫັນຄົນນີ້ແຫລະ ກໍເລີຍລົງມາລຸ່ມ ແລ່ນ ໃກ້ສິຮອດກໍາແພງຮົ້ວ ພໍດີມີຜູ້ຊາຍ 2 ຄົນ ໃຊ້ໄຟສາຍສາດໃສ່ໜ້າຂ້ອຍ ປ໋າດ ຂ້ອຍຕາຍແທ້ ແລ້ວເຂົາກໍວໍຫາຕໍາຣວດ ກໍຖາມລາຍລະອຽດ ແລ້ວເຂົາກໍເອົາຈຸຂ້ອຍໄປ ຢູ່ຫ້ອງການຕໍາຣວດເຂົານ່າ.

ນາງເວົ້າຕໍ່ໄປວ່າ ໃນຄືນດຽວກັນນັ້ນ ກໍມີແມ່ຍິງລາວອີກກຸ່ມນຶ່ງ 6 ຄົນ ທີ່ເຮັດວຽກເປັນສາວຮ້ານຄືກັນ, ແຕ່ຢູ່ຕຶກອື່ນ ກໍຫລົບໜີອອກມາໄດ້ຄືກັນ. ທັງ 6 ຄົນນີ້ ໜີອອກມາຍ້ອນບໍຣິສັດຕອບແຊັດຈີນ ປະຕິບັດຕໍ່ແບບບໍ່ແມ່ນມະນຸດ, ໃຫ້ກິນເຂົ້າໃນຫ້ອງນໍ້າ ແລະເຮັດໃຫ້ພວກເຂົາເຈົ້າເປັນໜີ້ຄົນລະ 20,000 ຢັວນ ທັ້ງໆທີ່ພວກເຂົາເຈົ້າຍັງບໍ່ທັນໄດ້ເຮັດວຽກຫຍັງເລີຍ ແລະຖືກກັກໂຕນານເຖິງ 2 ເດືອນ ຄືຕັ້ງແຕ່ເດືອນພຶສຈິກາ 2021 ເຖິງເດືອນມົກກະຣາ 2022 ນີ້.

ອີກ 6 ຄົນຫັ້ນ ໜ່ວຍສະເພາະກິດຫັ້ນໄປເອົາກໍ໋ ບໍ່ໄດ້ກິນນໍ້າ ເຂົາເອົາໄປແລ້ວແລ້ວເຂົາຖິ້ມ ເຂົາໄປໄວ້ຫ້ອງແຖວ ແລ້ວເຂົາແບບບໍ່ມີນໍ້າກິນ ເຂົາຈໍາເປັນຕ້ອງໄດ້ກິນນໍ້າໃນຫ້ອງນໍ້າ ລົມມານີ້ແລ້ວເຂົາກໍໃຫ້ ເພາະວ່າ ໂອ້ຍ ເອື້ອຍ ວ່າຊັ້ນ ກໍຍ້ອນຖືກຄໍາຊັກຊວນຈາກຜູ້ອື່ນ ວ່າໄດ້ເງິນດີ ບາດມາມັນບໍ່ໄດ້ເປັນຄືຄໍາທີ່ເຂົາເວົ້າວ່າ ລ້ຽງເຂົ້າລ້ຽງນໍ້າ ມາເຂົາເປັນໜີ້ 20,000 ຢັວນ ຈຸນັ້ນນ່າ.

ນາງເວົ້າຕື່ມອີກວ່າ ພາຍຫລັງທີ່ຕົນ ແລະໝູ່ຄົນນຶ່ງຈາກ ນະຄອນຫລວງວຽງຈັນ ແລະອີກ 6 ຄົນໄດ້ພົບພໍ້ເຈົ້າໜ້າທີ່ຕໍາຣວດລາວ ແລະໄດ້ພາກັນໃຫ້ປາກຄໍາວ່າ ພວກຕົນຖືກນາຍໜ້າລາວ ຕົວະຍົວະໃຫ້ມາສມັກເຮັດວຽກຢູ່ກາຊິໂນ ຄິງສ໌ ໂຣມັນສ໌ ໂດຍເວົ້າວ່າທຸກຢ່າງຟຣີ. ແຕ່ພໍມາຮອດກາສິໂນນັ້ນແລ້ວ ພັດບໍ່ເປັນຄືດັ່ງວ່າ. ນາງເວົ້າວ່າ ສະເພາະຕົນເອງ ທີ່ສມັກມາເປັນສາວຮ້ານ ກໍຖືກຂູດຮີດແຮງງານ, ບໍ່ໄດ້ຮັບເງິນເດືອນ ແລະທັງຖືກໃຫ້ເປັນໜີ້ນໍາດ້ວຍ. ທັງໝົດນັ້ນ ເຈົ້າໜ້າທີ່ກໍໄດ້ເຮັດບັນທຶກ, ບໍ່ໄດ້ຖືກປັບໃໝໃສ່ໂທດ ແລະໄດ້ນໍາພວກນາງໄປສົ່ງຂຶ້ນຣົຖໄຟກັບບ້ານໃຜບ້ານລາວ.

ແລະແມ່ຍິງຜູ້ເຄາະຮ້າຍຈາກແຂວງຫລວງນໍ້າທາ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກຸມພານີ້ວ່າ ໃນຕົ້ນເດືອນກຸມພານີ້ ນາງກໍສາມາດຕິດຕໍ່ຫາເຈົ້າໜ້າທີ່ຕໍາຣວດ ຊ່ອຍໃຫ້ນາງວອອກມາຈາກໂຮງກາຊິໂນນັ້ນໄດ້.

ສົ່ງຂໍ້ມູນໃຫ້ເຂົາເຈົ້າ ແລ້ວເຂົາເຈົ້າກໍເລີຍເອົາຕາມຂໍ້ມູນທີ່ເຮົາສເນີໄປ ແລ້ວເຂົາເຈົ້າກໍເລີຍເຂົ້າໄປເອົາເຮົາອອກມາ ດີໃຈທີ່ໄດ້ອອກມາຈາກຂຸມນາຣົກ ເຮົາເຂົ້າໄປແລ້ວເຮົາເຮັດບໍ່ໄດ້ ເຮົາຈະກົດດັນເນາະ ຜິດພາດໜ້ອຍນຶ່ງເຂົາກໍປັບໃໝ 200-5000-1000-2000 ຢັວນ ຈະນັ້ນນ່າ ແລ້ວທີ່ນີ້ເຮົາເຮັດບໍ່ໄດ້ ເຂົາເຈົ້າກໍເລີຍວ່າ ເຮົາເຊັນສັນຍາ 6 ເດືອນແລ້ວບໍ່ຢູ່ຄົບສັນຍາ ແລ້ວເຂົາເຈົ້າໃຫ້ອອກຫັ້ນນ່າ ເຮົາຕ້ອງເສັຽເງິນໃຫ້ເຂົາເຈົ້າ 28,000 ຢັວນ.

ນາງເວົ້າຕື່ມວ່າ ວຽກຕອບແຊັດ ເປັນວຽກຕົ້ມຕຸນ, ເປັນການຕົວະຍົວະໃຫ້ຜູ້ຊາຍຕ່າງປະ ເທດ ມາເປັນແຟນ ແບບຮັກແພງກັນ ແລ້ວຍົວະໃຫ້ຜູ້ຊາຍໂອນເງິນເຂົ້າບັນຊີຂອງບໍຣິສັດຈີນ ທີ່ຕົນເຮັດວຽກນໍາ.

ເຮົາຕ້ອງຕົວະເຂົາວ່າ ເອີ ທີ່ແລກໃຫ້ເຂົາເຈົ້າຊ່ວຍເຮົາເກັບກ່ອນເນາະ ຫລັງຈາກຊ່ວຍເຮົາເກັບ 3 ຄັ້ງແລ້ວຄັ້ງທີ 4 ເຮົາກໍເລີຍຍົວະເຂົາວ່າ ເອີ ໃຫ້ເຂົາເຂົ້າໄປເຕີມ. ຖ້າເຂົາເຕີມ 5,000 ເຂົາກໍຕ້ອງໄດ້ກໍາໄລມາ 600 ກໍເລີຍຍົວະໃຫ້ເຂົາເຈົ້າເຕີມຫລັກແສນ ຫລັກໝື່ນ ແລ້ວທີ່ນີ້ເຮົາກໍເລີຍບອກບັນຊີເຂົາ ບໍ່ໃຫ້ເຂົາຖອນເງິນໄດ້ຫັ້ນນ່າ ແລ້ວທີ່ນີ້ເຂົາຖອນບໍ່ໄດ້ ເຮົາກໍເລີຍວ່າໃຫ້ເຂົາໄປຖອກເງິນມາອີກ 2 ແສນຫລືວ່າ 300,000 ບາດແລ້ວເອົາມາຖອກ ມັນກົດຈະມີຄ່າທໍານຽມ.

ປັດຈຸບັນ ແມ່ຍິງຈາກ ນະຄອນຫລວງວຽງຈັນຄົນດັ່ງກ່າວ ດໍາລົງຊີວິດ ຢູ່ດ້ວຍຄວາມຫວາດລະແວງ, ຍ້ອນກັງວົນວ່າ ຈະຖືກເມັຍຂອງຫົວໜ້າຄົນຈີນ ທີ່ຕົນໜີອອກມານັ້ນຂ້າ ເນື່ອງຈາກກ່ອນຈະໜີອອກມານັ້ນ ເມັຍຫົວໜ້າຈີນ ທີ່ເປັນຄົນບ້ານດຽວກັນກັບນາງ ເວົ້າວ່າ ຜູ້ໃດກໍຕາມ ຄິດຈະໜີອອກໄປຈາກທີ່ນີ້ ກໍໃຫ້ໃຊ້ໜີ້ຄົນລະ 20,000 ຍັວນ, ດັ່ງນັ້ນຈຶ່ງເຮັດໃຫ້ນາງຢູ່ບໍ່ເປັນບ່ອນ, ບໍ່ຢູ່ເຮືອນຕາມສໍາມະໂນຄົວ, ຕ້ອງໄດ້ໄປອາສັຍຢູ່ບ້ານພີ່ນ້ອງ ແລະໝູ່ໄປເລື້ອຍໆ ເພື່ອບໍ່ໃຫ້ພັກພວກເຂົາ ສາມາດຕາມຕົວນາງໄດ້ ແລະດຽວນີ້ ນາງກໍມີແຜນທີ່ຈະໄປປະກອບອາຊີບຢູ່ແຂວງອື່ນ.

ສໍາລັບແມ່ຍິງຈາກ ແຂວງຫລວງນໍ້າທາ ກໍດີໃຈ ທີ່ຕົນໄດ້ອອກມາຈາກ ກາຊິໂນຄິງສ໌ໂຣມັນສ໌ໄດ້, ຕອນນີ້ກໍຂາຍເຄື່ອງຊ່ອຍຄອບຄົວ ພ້ອມທັງຫາວຽກໃໝ່ເຮັດ. ນາງຂໍຝາກເຕືອນແມ່ຍິງລາວ ທີ່ກໍາລັງຕັດສິນໃຈໄປເຮັດວຽກຢູ່ທີ່ນັ້ນວ່າ ບໍ່ວ່າຈະຖືກເຊີນຊວນ ຈາກຄົນລາວແຂວງດຽວກັນ ຫລືຕ່າງແຂວງ ກໍຈົ່ງຢ່າໄດ້ຫລົງເຊື່ອ ເພາະມັນເປັນພຽງ ຄໍາໂຄສະນາຊວນເຊື່ອ ທີ່ວ່າຈະໄດ້ເງິນເດືອນສູງ 6,000 ຢັວນ, ເພາະໃນຕົວຈິງແມ່ນຈະຖືກໃຫ້ເປັນໜີ້ ແທນທີ່ວ່າຈະໄດ້ເງິນເດືອນສູງນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org