ສປປ ລາວ ປະສົບບັນຫາ ຂາດອາຫານ ເຖິງ 13.5% ໃນທົ່ວປະເທດ
ອົງການອາຫານໂລກ ຣາຍງານວ່າ ປະຊາຊົນລາວ ໃນທົ່ວປະເທດ ຫລາຍກວ່າ 13.5% ຂາດອາຫານ, ສະເພາະຢູ່ແຂວງເຊກອງ ຂາດອາຫານເຖິງ 33%, ແຂວງອຸດົມໄຊ ແລະ ຜົ້ງສາລີ ຂາດເຖິງ 22% ເຊິ່ງ ສາເຫດສ່ວນນຶ່ງ ແມ່ນສະພາບ ເງິນກີບເຟີ້ສູງ ແລະອື່ນໆ.
-
ຈຳປາທອງ
2023-04-20 -
-
-
Your browser doesn’t support HTML5 audio
ອົງການອາຫານໂລກ ຫລື World Food Program ຣາຍງານວ່າ ແຕ່ເດືອນມົກກະຣາ ຫາ ເດືອນກຸມພາ 2023 ນີ້ ປະຊາຊົນລາວ ໃນທົ່ວປະເທດຫລາຍກວ່າ 13.5% ຂາດອາຫານ ຫລື ບໍ່ມີຄວາມໝັ້ນຄົງທາງອາຫານ. ເວົ້າສະເພາະຢູ່ແຂວງເຊກອງ ຂາດອາຫານເຖິງ 33% ຫລື ນຶ່ງສ່ວນສາມຂອງຈໍານວນພົລເມືອງ ທັງໝົດຢູ່ແຂວງນີ້, ຢູ່ແຂວງ ອຸດົມໄຊ ແລະແຂວງຜົ້ງສາລີ ປະຊາຊົນກໍຂາດອາຫານເຖິງ 22%.
ສາເຫດທີ່ພາໃຫ້ປະຊາຊົນລາວ ຢູ່ແຂວງຕ່າງໆຂອງ ສປປ ລາວ ຂາດແຄນອາຫານ ຫລາຍຄືແນວນັ້ນ ແມ່ນເປັນຍ້ອນຄວາມທຸກຍາກ, ຊໍ້າບໍ່ໜໍາລາຄາສິນຄ້າອຸປະ ໂພກ-ບໍຣິໂພກ ທຸກຢ່າງກໍແພງຂຶ້ນຫລາຍ ຍ້ອນເງິນກີບອ່ອນຄ່າລົງຫລາຍ, ເງິນກີບເຟີ້ຮຸນແຮງ ເຮັດໃຫ້ປະຊາຊົນຕ້ອງໄດ້ອົດ, ປະຢັດໃນເຣື່ອງການໃຊ້ຈ່າຍ ຮວມເຖິງການໃຊ້ຈ່າຍໃນດ້ານອາ ຫານການກິນ ຊຶ່ງເປັນເຣື່ອງທີ່ຈໍາເປັນປະຈໍາວັນ.
ຢູ່ແຂວງເຊກອງ ເປັນຕົ້ນໃນເຂດຫ່າງໄກ ສອກຫລີກ ປະຊາຊົນຂາດອາຫານການກິນຫລາຍ ຍ້ອນຄວາມທຸກຍາກ, ມີຊີວິດຢູ່ແບບອົດໆຢາກໆ, ຍິ່ງດຽວນີ້ ກໍປະເຊີນກັບເງິນກີບເຟີ້ ແລະອ່ອນຄ່າລົງນໍາເລື້ອຍໆ ເຮັດໃຫ້ລາຄາອາຫານການກິນ ທີ່ແພງຂຶ້ນມາແຕ່ດົນແລ້ວນັ້ນ ຍິ່ງແພງຂຶ້ນນໍາເລື້ອຍໆ.
ດັ່ງປະຊາຊົນຢູ່ເມືອງດາກຈຶງ ແຂວງແຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 20 ເມສາ 2023 ນີ້ວ່າ:
“ຂ້ອນຂ້າງຂາດໆແຄນໆຫັ້ນແຫລະ ປະຊາຊົນບາງບ່ອນກະທຸກຍາກ ແຫລະເນາະ ບໍ່ມີອັນຢູ່ອັນກິນ ບາງບ່ອນບາງເຂດຊົນນະບົດ ຫ່າງໄກຊອກຫລີກ ຈາກເມືອງ ຢູ່ໃນເມືອງກໍພໍກິນພໍໃຊ້ບາງຄອບບາງຄົວ ຫລັງຈາກໂຄວິດມານີ້ຍັງບໍ່ລົງ ແພງກວ່າເກົ່າບໍ່ມີເງິນເດ໋ ຊື້ຂອງຫລາຍຂອງແພງຫລາຍ ບໍ້ມີເງິນດອກ ບໍ່ໄດ້ກິນ ຊື້ກໍຊື້ລົດລົງກວ່າແຕ່ກີ້ ແຕ່ກີ້ຊື້ຊີ້ງົວນີ້ທໍ່ໃດ 60-70 ຕອນນີ້ເປັນແສນແລ້ວ.”
ປະຊາຊົນຢູ່ແຂວງເຊກອງຜູ້ນຶ່ງເວົ້າວ່າ ຄວາມອຶດຫິວໃນແຂວງນີ້ ກໍມີຫລາຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ ແມ່ນຫລາຍທີ່ສຸດ, ບໍ່ມີດິນທໍາກິນ ແລະພາກຣັຖກໍບໍ່ສົນໃຈນໍາ, ເອົາດິນໃຫ້ຄົນວຽດນາມປູກໝາກມີ້, ກາເຟ, ຢາງພາລາໝົດ ເຮັດໃຫ້ຊາວບ້ານຕ້ອງໄດ້ລີ້ນຮົນ ຫາເຊົ້າກິນຄໍ່າ, ໄປຫາເຄື່ອງປ່າຂອງດົງມາລ້ຽງຊີວິດ.
ຢູ່ແຂວງຜົ້ງສາລີ ທີ່ມີປະຊາຊົນຂາດອາຫານ ການກິນຫລາຍເຖິງ 22%, ແມ່ຄ້າ ຂາຍເຄື່ອງຢູ່ເມືອງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍ້ອນເງິນກີບເຟີ້, ລາຄາເຄື່ອງຂອງແມ່ນຫຍັງກໍແພງເບິດ, ລູກຄ້າກໍຫລຸດໜ້ອຍລົງ, ການຢູ່ກິນກໍບໍ່ຄືແຕ່ກ່ອນ ຈໍາເປັນຕ້ອງໄດ້ອົດ.
“ລູກຄ້າດຽວນີ້ຫລຸດລົງ ເພາະເຄື່ອງແພງ ເຂົາບໍ່ໄດ້ຊື້ກິນຫລາຍກວ່າແຕ່ກ່ອນ ຢຸດ ການຊື້ກໍບໍ່ມີ ມີແຕ່ກິນໜ້ອຍກວ່າເກົ່າ ຄືຕອນນັ້ນນະ ກິນມະເຍາະມະແຍະ ກິນນີ້ກິນນັ້ນ ກິນນໍ້າຫວານກິນອິຫຍັງ ດຽວນີ້ມາກິນຫຍັງມັນກໍແພງ ຊື້ມາກິນມັນກໍບໍ່ກຸ້ມແລ້ວ ເຣື່ອງກິນຟູມເຟືອຍກໍບໍ່ກິນແລ້ວເດ໋.”
ເພື່ອຊ່ອຍແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງຜແນກກະສິກັມ ແລະປ່າໄມ້ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ຣັຖບານມີໂຄງການເຂົ້າມາຊ່ອຍເຫລືອ ເຣື່ອງການປູກຝັງ, ລ້ຽງສັດ ແລະກໍ່ສ້າງໂຄງຮ່າງພື້ນຖານ ສໍາລັບການກະເສດຢູ່ແຂວງນີ້ ແລະທັງມີໂຄງການຊ່ອຍ ຊາວບ້ານທີ່ທຸກຍາກ ຄອບຄົວລະ 200,000 ກີບຕໍ່ເດືອນ ເພື່ອຊື້ອາຫານ ແລະເຄື່ອງຂອງທີ່ຈໍາເປັນ ຮວມທັງເພື່ອໃຊ້ຈ່າຍຍາມເຂົ້າໂຮງໝໍ.
“ກະທຸກຍາກ ໂອ໋ ຫລາຍ ທຸກຍາກທີ່ຢູ່ອາສັຍກັບລາຍຮັບ ມັນກໍມີໂຄງການຊ່ວຍເຫລືອຫລາຍໂຄງການ ໂຄງການນຶ່ງກໍລ້ຽງສັດ ໂຄງການນຶ່ງກໍເອົາເງິນສົດໃຫ້ເລີຍນະ 200,000 ຕໍ່ເດືອນ.”
ຢູ່ແຂວງໄຊສົມບູນ ຊຶ່ງເປັນອີກແຂວງນຶ່ງ ທີ່ປະຊາຊົນຂາດອາຫານການກິນຫລາຍ, ລາຄາສິນຄ້າ ທີ່ເປັນພື້ນຖານສໍາລັບຊີວິດປະຈໍາວັນ ກໍແພງຂຶ້ນເຖິງ 2 ເທົ່າ ເປັນຕົ້ນນໍ້າມັນເຊື້ອເພີງ, ຊີ້ນໝູ, ຊີ້ນງົວ, ໝີ່.
ດັ່ງທີ່ເຈົ້າຂອງຮ້ານອາຫານ ຢູ່ເມືອງທ່າໂທມ ແຂວງໄຊສົມບູນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ເມສານີ້ວ່າ:
“ອັນເຣື່ອງແພງ ສຸດຍອດເລີຍ ແພງຂຶ້ນແຕ່ກ່ອນຫລາຍ ສົມມຸດວ່າຄືນໍ້າມັນເນາະ ມາເປັນຕຸ໋ກນຶ່ງ 35,000 ກີບ ໃນຍາມນີ້ທົບເຄິ່ງເມິດ ອາຫານການິນຢູ່ບ້ານເຮົານະ ຄືມີ່ແຕ່ກ່ອນ 45 ພັນມາເປັນ 90 ປາຍພັນ ຄືນໍ້າຕານຖົງນຶ່ງ 5 ພັນ 6 ພັນເປັນຖົງນຶ່ງ 25 ພັນແລ້ວ ຊີ້ນໝູແມ່ນຕ່າງຈາກແຕ່ກ່ອນ ຫວ່າງນຶ່ງຕອນໂຄວິດມັນແມ່ນ 45 ພັນເນາະ ຕອນນີ້ແມ່ນ 75 ພັນ ຊີ້ນງົວຕອນຊ່ວງໂຄວິດມານີ້ມັນຂຶ້ນນ່າ ໂຄວິດແມ່ນງົວແມ່ນລາຄາ ໂລນຶ່ງ 60 ພັນ ຍາມນີ້ຂຶ້ນມາເປັນ 95 ພັນຫລືນຶ່ງແສນແລ້ວ.”
ເວົ້າສະເພາະລາຄານໍ້າມັນເຊື້ອເພີງ, ອີງຕາມການແຈ້ງການ ຂອງກະຊວງອຸດສາຫະກັມ ແລະການຄ້າ, ກໍຖືກປັບແພງຂຶ້ນໃນທົ່ວປະເທດ ແຕ່ມື້ວັນທີ 1 ເມສານີ້ເປັນຕົ້ນມາ ຄືປັບຂຶ້ນລາຄານ້ໍາມັນແອດຊັງ ພິເສດ ລິດນຶ່ງ 310 ກີບ ຄືຈາກ 26,260 ກີບເປັນ 26,570 ກີບຕໍ່ລິດ.
ນອກຈາກປັດໄຈເງິນກີບເຟີ້ ຄືທີ່ໄດ້ເວົ້າມານັ້ນແລ້ວ ກໍຍັງມີປັດໃນອື່ນໆອີກ ທີ່ເຮັດໃຫ້ປະຊາຊົນຂາດອາຫານການກິນຮຸນແຮງຂຶ້ນ ເຊັ່ນຜົລກະທົບຈາກການຂັດແຍ່ງ ຢູ່ໃນໂລກ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ຜົລກະທົບຈາກການແພ່ຣະບາດ ຂອງເຊື້ອໂຄວິດ-19 ແລະລາຄານໍ້າມັນແພງນໍາດ້ວຍ.
ອົງການອາຫານໂລກ ລະບຸໃນຣາຍງານນັ້ນວ່າ ຄວາມບໍ່ໝັ້ນຄົງ ທາງອາຫານຢູ່ ສປປ ລາວ ຈະຮຸນແຮງຂຶ້ນໃນເຂດຊົນນະບົດ ຫ່າງໄກສອກຫລີກ ຍ້ອນເປັນເຂດທີ່ປະຊາຊົນ ຍັງທຸກຍາກ, ບໍ່ມີບ່ອນອາສັຍ ແລະບໍ່ມີລາຍຮັບພຽງພໍ, ບໍ່ມີເງິນທີ່ຈະຊື້ອາຫານດີກິນ, ເວົ້າສະເພາະຢູ່ແຂວງຜົ້ງສາລີ ປະຊາຊົນກໍຍັງມີຄວາມທຸກຍາກຫລາຍຢູ່.
ເວົ້າເຖິງພັຍອຶດຫິວ ຢູ່ແຂວງສວັນນະເຂດ ປະຊາຊົນຜູ້ນຶ່ງເວົ້າວ່າ ຕົນອາສັຍຢູ່ເຂດຫ່າງໄກ, ທໍາການກະເສດ, ປະສົບກັບພັຍແຫ້ງແລ້ງ, ສ່ວນຫລາຍໄປຫາກິນຕາມປ່າ, ໄປຮັບຈ້າງຫາເງິນໄດ້ເລັກນ້ອຍ ພໍມາລ້ຽງຄອບຄົວ.
ອົງການອາຫານ ແລະການກະເສດ ຂອງສະຫະປະຊາຊາຕ ຫລື FAO ຣາຍງານໃນມື້ວັນທີ 21 ມີນາທີ່ຜ່ານມາວ່າ ໃນປີ 2022 ມີພົລເມືອງລາວຫລາຍກວ່າ 1 ລ້ານຄົນ ກໍາລັງປະເຊີນ ກັບຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ໃນລະດັບຮຸນແຮງ ແລະປານກາງ ຊຶ່ງໃນນັ້ນຢູ່ໃນລະດັບຮຸນແຮງປະມານ 71,000 ຄົນ ແລະປານກາງ 1.04 ລ້ານຄົນ. ໃນນັ້ນບໍ່ມີຄວາມໝັ້ນຄົງສູງ ກວ່າໝູ່ແມ່ນຢູ່ແຂວງອັດຕະປື 30% ແລະຮອງລົງມາ ແມ່ນແຂວງຫລວງນໍ້າທາ 27% ຂອງຈໍານວນພົລເມືອງທັງໝົດ ຂອງແຂວງ, ອີງຕາມການຣາຍງານ ຂອງໜັງສືພິມ Vientiane Times ໃນມື້ວັນທີ 21 ມິນາທີ່ຜ່ານມາ.
ສາເຫດທີ່ເຮັດໃຫ້ ພົລເມືອງລາວ ບໍ່ມີຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ຮ້າຍແຮງຄືແນວນັ້ນ ແມ່ນຍ້ອນຫລາຍປັດໄຈ ເປັນຕົ້ນລາຄາອາຫານ, ນໍ້າມັນເຊື້ອເພີງ ແລະປັດໃຈ ໃນການຜລິດກະສິກັມແພງຂຶ້ນ, ເງິນກີບເຟີ້, ຄ່າຈ້າງ, ກໍາລັງຊື້ ແລະລາຍໄດ້ຂອງຄອບຄົວຫລຸດລົງ ແລະໂຄງຮ່າງພື້ນຖານເສັຍຫາຍຈາກພັຍທໍາມະຊາຕ.
ເພື່ອປະກອບສ່ວນ ເຂົ້າໃນການແກ້ໄຂບັນຫາການ ຂາດແຄນສະບຽງອາຫານ ຢູ່ ສປປ ລາວ, ສະຫະຣັຖອາເມຣິກາ ກໍໄດ້ໃຫ້ການຊ່ອຍເຫລືອ ເຊັ່ນເມື່ອວັນທີ 30 ພຶສຈິກາ 2021 ກໍໄດ້ຊ່ອຍເຫລືອ ຣັຖບານ ສປປ ລາວ ໃນໂຄງການອາຫານທ່ຽງ ຢູ່ໂຮງຮຽນຊັ້ນປະຖົມ 718 ແຫ່ງ ໃນ 18 ເມືອງບູຣິມະສິດໃນທົ່ວປະ ເທດ ໂດຍຊ່ອຍເຂົ້າທີ່ເສີມໄວຕາມິນ ແລະທາດບໍາລຸງ 1,300 ຕັນ, ຖົ່ວເລນເທວ 230 ຕັນ, ປາກະປ໊ອງ 130 ຕັນ ແລະນໍ້ານົມ ທີ່ມີທາດບໍາລຸງ ສໍາລັບປຸງແຕ່ງອາຫານ 110 ຕັນ. ສະບຽງອາຫານ ທັງໝົດທີ່ວ່ານີ້ ຖືກນໍາໃຊ້ເຂົ້າໃນອາຫານທ່ຽງ ທີ່ມີໂພຊະນາການ ໃຫ້ເດັກນ້ອຍນັກຮຽນ 63,000 ຄົນໃນທົ່ວປະເທດ. ສະບາຍດີ