ເຊື້ອພຍາດຕັບກຳລັງ ແຜ່ຜາຍ
ກະຊວງສາທາຣະນະສຸກ ເພີ້ມມາຕການ ເຝົ້າຣະວັງ ແລະ ສະກັດກັ້ນ ເຊື້ອພຍາດ ໃນຕັບ ຊນິດA ທີ່ ກຳລັງ ແຜ່ຜາຍ ໃນ ນະຄອນຫຼວງ ວຽງຈັນ.
-
ສິດນີ
2016-08-15 -
-
-
Your browser doesn’t support HTML5 audio
ກະຊວງສາທາຣະນະສຸກ ເພີ້ມມາຕການ ເຝົ້າຣະວັງ ສະກັດກັ້ນ ເຊື້ອພຍາດຕັບ ຊນິດA ທີ່ກຳລັງ ຣະບາດ ທີ່ ນະຄອນຫຼວງ ວຽງຈັນ ໃນເວລານີ້ ຫລັງຈາກ ພົບເຫັນ ຄົນຕິດ ເຊື້ອໂຣຄ ດັ່ງກ່າວ ຈຳນວນນຶ່ງ ຊືຶ່ງ ທາງການ ໄດ້ອອກ ແຈ້ງການ ຕໍ່ ປະຊາຊົນ ແລະ ຜູ້ປະກອບການ ເປັນຕົ້ນ ໂຮງງານ ນ້ຳດື່ມ, ນ້ຳກ້ອນ ແລະ ຮ້ານອາຫານ ຫຼາຍແຫ່ງ ໃນລາວ ໃຫ້ ເອົາໃຈໃສ່ ປ້ອງກັນ ເຊື້ອໂຣຄ ດັ່ງກ່າວ ແກ່ ພະນັກງານ ຂອງຕົນ ຢ່າງເຂັ້ມງວດ. ດັ່ງ ເຈົ້າຂອງ ໂຮງງານ ນ້ຳກ້ອນ ແຫ່ງນຶ່ງ ເມືອງ ສີໂຄດຕະບອງ ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ບໍ່ໆໆໆ ເຮົາບໍ່ມີເດ ເພາະວ່າເຮົາ ມີຫມໍ ມາກວດ ຢູ່ຕລອດນະ ເຈົ້າ ແຕ່ລະປີ ຂະເຈົ້າ ຈະລົງມາກວດ ເຈົ້າ ອັນນີ້ເຮົາ ກໍກວດທຸກປີເດ ແຕ່ມີ ອຸປສັກ ຄື ພະນັງການ ອອກເລື້ອຍ ເຮັດໃຫ້ ບໍ່ໄດ້ກວດ ສຸຂພາບ ຢ່າງຕໍ່ເນື່ອງ".
ເຈົ້າຂອງໂຮງງານນ້ຳກອ້ນ ອີກທ່ານນຶ່ງ ທີ່ເມືອງ ສີສັດຕະນາກ ເວົ້າວ່າ ໂຮງງານຂອງລາວ ໄດ້ກວດ ສຸຂພາບ ຂອງຄົນງານ ຕລອດ ແຕ່ມີ ອຸປສັກ ຍ້ອນວ່າ ຄົນອອກການ ແລະ ເຂົ້າການ ເລື້ອຍໆ ຈື່ງເຮັດໃຫ້ ການກວດສຸຂພາບ ບໍ່ຕໍ່ເນື່ອງ:
"ເຈົ້າເຮົາກໍມີ ເຮົາກໍກວດຢູ່ ໂຮງຫມໍ 6 ເດືອນ ຫລື ປີນຶ່ງ ຫັ້ນແຫລະ ປະມານນັ້ນ ແຕ່ວ່າ ພະນັກງານ ເຮົາມັນ ເຂົ້າໆອອກໆ ບາງເທື່ອເຮົາ ກໍມີແຕ່ ປີນຶ່ງ ຄ່ອຍກວດ ເທື່ອນຶ່ງ ຫຼາຍກ່ອນ ກັມມະກອນ ເຮົາບໍ່ມີ ແບບປະຈຳ ຫັ້ນນ່າ".
ເປັນໂຣຄຕັບ ຊນິດ A ເປັນໂຣຄ ຕິດແປດ ໄດ້ງ່າຍ ຜ່ານທາງ ອາຫານ ການກິນ ແລະ ການສຳພັດ ທາງອາຈຽນ ນ້ຳ ປະສາວະ ນ້ຳມູກ ນ້ຳລາຍ ຂອງຄົນເຈັບ ດັ່ງນັ້ນ ທາງການ ຈຶ່ງປ່າວເຕືອນ ປະຊາຊົນ ໃຫ້ຣະມັດ ຣະວັງ ໃນການ ໄປຢ້ຽມຢາມ ຄົນປ່ວຍ ຍ້ອນໂຣຄ ດັ່ງກ່າວ.