ຄົນລາວຖືກ ຄົນຈີນຕີ ຍ້ອນເຮັດວຽກ ຕອບແຊັດ ບໍ່ໄດ້

ຄົນລາວ 2 ຄົນ ຖືກເຈົ້າໜ້າທີ່ ຮັກສາຄວາມປອດພັຍ ທຳຮ້າຍ ຮ່າງກາຍ ຫຼັງຈາກທີ່ ພະຍາຍາມໜີ ອອກຈາກເຂດ ເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພາະເຮັດວຽກ ຕອບແຊັດ ໃຫ້ນາຍຈ້າງ ຄົນຈີນບໍ່ໄດ້.

ກາສິໂນຄິງສ໌ໂຣມັນສ໌ ເມືອງຕົ້ນເມືອງ ແຂວງບໍ່ແກ້ວ ເດືອນ ພຶສຈິກາ 2021 RFA

ວັນທີ 21 ມິຖຸນາ ທີ່ຜ່ານມາຜູ້ໃຊ້ ເຟສບຸ໋ກຄ໌ ຂຽນເພັດ ຫ້ອຍກະເສີມ ໄດ້ໂພສຄຣິບພ້ອມຂໍ້ຄວາມວ່າ ຢູ່ຕຶກຊີນວານຕ໋າ ຊຶ່ງເປັນຕຶກໃໝ່ ຂອງ ກາສິໂນ ຄິງສ໌ໂຣມັນສ໌ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຄົນລາວເປັນຜູ້ຊາຍຈຳນວນ 2 ຄົົນເຮັດ ວຽກຕອບແຊັດບໍ່ໄດ້ ແລ້ວລັກໜີຖືກເຈົ້າໜ້າທີ່ ຮັກສາຄວາມປອດພັຍ ທີ່ເປັນຄົນຈີນແລະຄົນພະມ້າຕີ ຊຶ່ງໃນຄົນລາວ 2 ຄົນນັ້ນ ມີຄົນນຶ່ງຖືກເຈົ້າໜ້າທີ່ ຮັກສາຄວາມປອດພັຍ ຄົນພະມ້າຕີ ຈົນຢ່າງບໍ່ໄດ້.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າ ທີ່ຄະນະຄຸ້ມຄອງເຂດເສຖກິຈ ພິເສດສາມຫຼ່ຽມຄຳ ທ່ານນຶ່ງທີ່ບໍ່ປະສົງອອກຊື່ແລະຕຳແໜ່ງ ໄດ້ຢືນຢັນວ່າໂຕເອງເຫັນຄຣິບດັ່ງກ່າວແລ້ວ ແຕ່ຍັງບໍ່ທັນໄດ້ເຫັນເອກສານຣາຍງານ ກ່ຽວກັບເຣື່ອງດັ່ງກ່າວຄັກແນ່. ຫຼ້າສຸດເວລາ 12 ໂມງຂອງວັນທີ 22 ມິຖຸນາແມ່ນຄົນລາວທັງ 2 ຄົນພັກຜ່ອນຢູ່ຫ້ອງການສະເພາະກິຈ ກາສິໂນ ເຂດເສຖກິຈພິເສດສາມຫຼ່ຽມຄຳ ແລະ ປອດພັຍຢ່າງໄດ້ເປັນປົກກະຕິ ແຕ່ເຈົ້າໜ້າທີ່ ຈະທຳການສືບສວນ-ສອບສວນ ກ່ຽວກັບເຣື່ອງນີ້.

ດັ່ງເຈົ້າໜ້າທີ່ ຄຸ້ມຄອງເຂດເສຖກິຈພິເສດ ສາມຫຼ່ຽມຄຳ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 22 ມິຖຸນານີ້ວ່າ:

ດຽວນີ້ ອ້າຍກໍຢູ່ໃນກາສິໂນນີ້ ເຫັນແລ້ວ ເຫັນແລ້ວ ເຫັນແຕ່ຄຣິບ ແຕ່ວ່າຍັງບໍ່ທັນເຫັນເອກສານ ເຂົ້າມາລົມກັບເຂດແລ້ວ ເພິ່ນຍ່າງໄດ້ແລ້ວ ບໍ່ເປັນຫຍັງດອກ ເອີປອດພັຍ ບໍ່ເປັນຫຍັງດອກ.

ເຈົ້າໜ້າທີ່ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ອີກທ່ານນຶ່ງກ່າວວ່າພາຍຫຼັງ ທີ່ໄດ້ຮັບຄລິບດັ່ງກ່າວ ຈາກພົລເມືອງດີ ກໍໄດ້ສົ່ງຕໍ່ຄລິບນັ້ນ ໄປຍັງເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈພິເສດສາມຫຼ່ຽມຄຳ ທີ່ຄຸ້ມຄອງຕຶກຊີນວານຕ໋າ ຊຶ່ງເປັນຕຶກເກີດເຫດແລ້ວ ແລະໄດ້ປະສານງານ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ສືບສວນ-ສອບສວນແລ້ວ.

ຄາດການສາເຫດເບື້ອງຕົ້ນ ທີ່ຄົນລາວຖືກຄົນຈີນ, ຄົນພະມ້າ ຕີກໍອາຈເປັນບັນຫາກ່ຽວກັບເງິນ ແລະ ສ່ວນຫຼາຍ ຄະນະຄຸ້ມຄອງເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຈະບໍ່ຮູ້ຣາຍລະອຽດທັງໝົດ ເນື່ອງຈາກຂຶ້ນກັບ ເຂດຄວາມຮັບຜິດຊອບ ຂອງໃຜມັນ ແລະຢືນຢັນວ່າ ບໍ່ວ່າຄົນສັນຊາດໃດ ຖ້າຖືກທຳຮ້າຍຮ່າງກາຍ ຈະໄດ້ຮັບການຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງທັນທີ.

ດັ່ງເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຜູ້ນີ້ໄດ້ກ່າວໃນມື້ດຽວກັນນີ້ວ່າ:

ສົ່ງຄລິບໃຫ້ເຂົາເຈົ້າເບິ່ງແລ້ວ ແລ້ວເຂົາເຈົ້າຖາມຢູ່ຕຶກຫຍັງ ຢູ່ຫ້ອງເບີຫຍັງ ບາງເທື່ອກໍຂຶ້ນກັບເງິນ ສ່ວນຫຼາຍເຂົາກໍບໍ່ໃຫ້ອີ່ຫຍັງເຮົາ ກໍບໍ່ຮູ້ຂ່າວມາຈາກພາກສ່ວນໃດ ຄັນວ່າຄົນຈີນຄົນລາວ ຄົນຫຍັງເຮົາກໍຊ່ອຍໝົດຫັ້ນແຫຼະ.”

ແມ່ຍິງລາວ ທີ່ເຄີຍໄປເຮັດວຽກເປັນສາວຮ້ານ ກາສິໂນ ຄິງສ໌ໂຣມັນສ໌ ຕຶກຈີ້ນຕີ ເປັນໄລຍະເວລາ 6 ເດືອນ ຕາມສັນຍາທີ່ບໍຣິສັດ ໃນຕຶກຈີ້ນຕີວ່າຈ້າງງານ ນາງກ່າວວ່າ ໂຕເອງອອກມາຈາກ ກາສິໂນ ຄິງສ໌ໂຣມັນສ໌ໄດ້ 1 ເດືອນປາຍແລ້ວ ແລະບໍ່ໄດ້ຖືກນາຍຈ້າງຕີຈັກເທື່ອ ມີແຕ່ຕັດເງິນເດືອນ ຖ້າໂຕເອງຂາຍເຄື່ອງດື່ມ ປະເພດເຫຼົ້າ, ເບັຽ ບໍ່ໄດ້ຕາມເປົ້າໝາຽ ແລະບໍ່ຄິດຈະກັບໄປເຮັດວຽກຢູ່ ກາສິໂນ ຄິງສ໌ໂຣມັນສ໌ ອີກແລ້ວ.

ນາງກ່າວວ່າ ຕຶກຈີ້ນຕີ ແລະ ຕຶກຊີນວານຕ໋າ ຢູ່ໃກ້ກັນແລະໂຕເອງກໍບໍ່ເຄີຍ ເຫັນຄົນລາວຖືກຄົນຈີນ, ຄົນພະມ້າຕີ ກັບຕາໂຕເອງ ແຕ່ເປັນທີ່ຮູ້ກັນທົ່ວໄປ ໃນກາສິໂນ ຄິງສ໌ໂຣມັນສ໌ ວ່າບໍຣິສັດທີ່ຈະທຳຮ້າຍຮ່າງກາຍຄົນລາວໄດ້ ຕ້ອງເປັນບໍຣິສັດນອກລະບົບ ບໍ່ໄດ້ມີສະຖານທີ່ ຕັ້ງຢູ່ໃຈກາງຂອງກາສິໂນ ແລະເຈົ້າໜ້າທີ່ ຮັກສາຄວາມປອດພັຍ ປະຈຳບໍຣິສັດນັ້ນໆ ຈະທຳຮ້າຍຮ່າງກາຍຄົນລາວແທ້ ເນື່ອງຈາກບໍ່ແມ່ນຍາຕິພີ່ນ້ອງ ຂອງເພິ່ນ.

ດັ່ງແມ່ຍີງລາວ ທີ່ເຄີຍໄປເຮັດວຽກຢູ່ ກາສິໂນ ຄິງສ໌ໂຣມັນສ໌ ກ່າວໃນມື້ດຽວກັນນີ້ວ່າ:

ອັນໂຕນີ້ໜ້າ ຈະແມ່ນອັນບໍຣິສັດນອກລະບົບ ເຈົ້າແຕ່ວ່າເຮົາບໍ່ໄດ້ເຫັນໂຕຈິງ ແຕ່ວ່າກໍມີຢູ່ ແຕ່ວ່າມັນກໍບໍ່ໄດ້ຢູ່ໂຕຊອຍກາງ ຂອງກາສິໂນຫັ້ນດອກ ມັນຈະຢູ່ເຂດນອກໜ້ອຍນຶ່ງ ໂຕນັ້ນນ່າ ຄັນຄົນຈີນເຂົາເຮັດແທ້ໆ ເພາະວ່າເຮົາບໍ່ແມ່ນພີ່ນ້ອງຂອງເຂົາເດ້ ເຂົາບໍ່ສົນດອກ ຄັນເຂົາເຮັດເຂົາກໍເຮັດແທ້ໆ ເດ້.

ປະຊາຊົນລາວຜູ້ນຶ່ງ ທີ່ໄດ້ເຫັນຄລິບໃນເຟສບຸ໊ກຄ໌ ກໍໄດ້ສະແດງຄວາມເຫັນວ່າ ຖ້າຄົນຈີນລະເມີດກົດໝາຽລາວ ໃຫ້ຈັບສົ່ງກັບປະເທດ ໂດຍສະເພາະການເຮັດຜິດ ທີ່ກ່ຽວກັບການຂົ່ມເຫັງ, ຂົ່ມຂູ່ ແລະ ທຳຮ້າຍຮ່າງກາຍຄົນລາວ ຢູ່ລາວ. ເພື່ອປ້ອງກັນບໍ່ໃຫ້ຄົນຈີນ ມາໃຊ້ອຳນາດໃນປະເທດລາວ ຄືປະເທດຈີນບ້ານເກີດເມືອງນອນເຂົາ.

ດັ່ງປະຊາຊົນລາວ ທີ່ເຫັນຄລິບດັ່ງກ່າວ ໃນມື້ດຽວກັນນີ້ວ່າ:

ຄົນຈີນເຮັດອີ່ຫຍັງຜິດຢູ່ລາວ ໃຫ້ສົ່ງກັບ ເຂົາມາຂົ່ມເຫັງ ມາຂົ່ມຂູ່ເດ້ ໃຊ້ອຳນາດເກີນ ຢູ່ໃນປະເທດນ່າ ຄືວ່າ ຄົນຈີນເຂົາປະເທດ ມຫາອຳນາດເນາະ ເຂົາມາໃຊ້ອຳນາດ ໃນປະເທດລາວ ຄືຢູ່ໃນເຂດເມືອງເຂົາ ມັນເປັນໄປບໍ່ໄດ້ ເພາະຢູ່ລາວປົກກະຕິ ມັນບໍ່ໄດ້ແນວນັ້ນ ຂນາດນັ້ນ.

ຫຼ້າສຸດເວລາ 15:30 ນາທີ ຂອງວັນທີ 22 ມິຖຸນານີ້ ເຈົ້າໜ້າທີ່ຄະນະຄຸ້ມຄອງ ເຂດເສຖກິຈພິເສດສາມຫຼ່ຽມຄຳ ໄດ້ກ່າວວ່າ ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກຳລັງດຳເນີນການ ປະສານງານກັບພາກສ່ວນ ທີ່ກ່ຽວຂ້ອງ ເພື່ອຈະຊ່ອຍເຫຼືອຄົນລາວ 2 ຄົນ ກັບຄືນ ສູ່ພູມລຳເນົາ ແລະໃຫ້ລໍຖ້າການ ປະສານງານ ເພື່ອຕິດຕາມຄວາມຄືບໜ້້າ.

ກ່ອນໜ້ານີ້ໃນວັນທີ 16 ເມສາທີ່ຜ່ານມາ ເພຈເຟສບຸ໊ກຄ໌ ເວົ້າຈາພາສາລາວ ກໍໄດ້ໂພສຄລິບ ເກີດເຫດຄົນຈີນຕີຄົນລາວ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຕ່ບໍ່ໄດ້ລະບຸຫຍັງເພີ່ມຕື່ມ ແລະຄວາມຍາວຂອງຄລິບ ພຽງ 16 ວິນາທີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org