ຕໍາຫຼວດລາວ ກໍາລັງສືບສວນ-ສອບສວນ ຫາມືປືນໄທ ທີ່ຍິງຄົນລາວເສຍຊີວິດ ຢູ່ໜ້າຮ້ານບັນເທີງ
ເກີດເຫດຍິງກັນ ເສຍຊີວິດ 1 ຄົນ ຢູ່ໜ້າຮ້ານບັນເທີງ ເທັກທ່ຽນກົ່ງ ເສັ້ນທາງຖະໜົນດົງນາໂຊກ ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນເວລາປະມານ 4 ໂມງເຊົ້າ ຂອງວັນທີ 16 ກຸມພາ 2025 ນີ້.
-
ຈຳປາທອງ/ເພັດສະຫຍາມ
2025-02-18 -
-
-
Your browser doesn’t support HTML5 audio
ເກີດເຫດຍິງກັນ ເສຍຊີວິດ 1 ຄົນ ຢູ່ໜ້າຮ້ານບັນເທີງ ເທັກທ່ຽນກົ່ງ ເສັ້ນທາງຖະໜົນດົງນາໂຊກ ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນເວລາປະມານ 4 ໂມງເຊົ້າ ຂອງວັນທີ 16 ກຸມພາ 2025 ນີ້.
ໂດຍໃນຄລິບວີດີໂອ ພົບວ່າ ຜູ້ເສຍຊີວິດ ທີ່ເປັນເພດຊາຍ ສັນຊາດຄົນລາວ ໄດ້ຍ່າງອອກໄປຖະໜົນ ຄ້າຍວ່າ ໄປຕາມເອົາເລື່ອງກັບຄົນໃນລົດໃຫຍ່ ຍີ່ຫໍ້ໂຕໂຢຕາ ບໍ່ຊາບລຸ້ນ ແລະ ແຜ່ນປ້າຍທະບຽນ ຢ່າງຈະແຈ້ງ ທີ່ກໍາລັງຂັບອອກໄປ ຈາກຮ້ານບັນເທີງດັ່ງກ່າວ, ຂະນະທີ່ຜູ້ເສຍຊີວິດ ໄດ້ໃຊ້ມືຊີ້ລົດໃຫຍ່ ແບບບໍ່ພໍໃຈ ພ້ອມຈະສະກັດໃຫ້ ໃນລະຫວ່າງກໍາລັງຍ່າງເຂົ້າໄປໃກ້ລົດ ກໍໄດ້ຖືກຄົນໃນລົດ ຍິງລົ້ມລົງ ເສຍຊີວິດຄາທີ່. ຈາກນັ້ນ ລົດໃຫຍ່ຍີ່ຫໍ້ດັ່ງກ່າວ ກໍຂັບໜີໄປທັນທີ.
ເບື້ອງຕົ້ນ ຕໍາຫຼວດ ຍັງຢູ່ໃນລະຫວ່າງການສືບສວນ-ສອບສວນ ແລະ ຊາບວ່າ ຄົນທີ່ໃຊ້ປືນຍິງຄົນລາວເສຍຊີວິດ ເປັນຄົນໄທ. ຄາດວ່າ ສາເຫດມີບັນຫາໃນເທັກກັນມາກ່ອນ ແຕ້ບໍ່ຮູ້ສາເຫດວ່າ ມີເລື່ອງຫຍັງກັນ ດັ່ງເຈົ້າໜ້າທີ່ຕໍາຫຼວດ ເມືອງສີໂຄດຕະບອງທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ກຸມພານີ້ ວ່າ:
“ຢູ່ດົງນາໂສກນີ້ແຫຼະ ມັນເທັກເດ ທ່ຽນກົ່ງນີ້ແຫຼະ ຄົນລາວເດີນອອກມາກະໄປລັດ ຕາມຄລິບຫັ້ນແຫຼະ ເຫດການຫັ້ນກໍຍັງບໍ່ທັນຮູ້ລາຍລະອຽດວ່າ ມັນມີບັນຫາກັນຫຍັງຈັ່ງໃດບໍ ຢູ່ໃນເທັກພຸ້ນນະ ຄັນນັ້ນຈະອອກມາ ຮູ້ແຕ່ວ່າຄົນໄທເບາະ ຕາມແນວນັ້ນ ເພາະວ່າ ເຂົາເຫັນທີ່ຫຼິ້ນ ທີ່ກິນ ຢູ່ໃນຫັ້ນເດ ໄທເຮົາກໍຍັງຕິດຕາມຢູ່ ກະຂໍ້ມູນຍັງບໍ່ທັນຊັດເຈນ.”
ທ່ານກ່າວຕື່ມວ່າ ຈາກການສອບສວນ-ສືບສວນເບື້ອງຕົ້ນ ທາງຕໍາຫຼວດ ກໍກໍາລັງຕິດຕາມ ນໍາໂຕມາລົງໂທດຕາມກົດໝາຍຢູ່ ຖ້າເຂົາບໍ່ຫຼົບໜີ ກັບປະເທດກ່ອນ. ສ່ວນທີ່ມີອາວຸດປືນຄອບຄອງໄວ້ ກໍຖືວ່າມີຄວາມຜິດອີກຄະດີ ແຕ່ກໍຕ້ອງໄດ້ສືບສວນກັນຢ່າງລະອຽດກ່ອນ, ບໍ່ສາມາດບອກລາຍລະອຽດ ໄດ້ຫຼາຍກວ່ານີ້:
“ສືບຫາແລ້ວ ມັນກະຕ້ອງມີສໍານວນ ສໍາເນົາ ເວັ້ນເສຍແຕ່ຈະຂ້າມທາງເຮືອ ຜິດມັນກໍຜິດຫັ້ນແຫຼະ ແຕ່ວ່າຄືຊິໃຫ້ເຂົາເອົາມາແຕ່ພຸ້ນ ເຂົາກໍຈະບໍ່ເອົາມາດອກ ກະຊິມີເອົາຢູ່ໃນພີ້ເບາະ ວິທີຂອງແນວນີ້ ກໍຕ້ອງໄດ້ສືບສວນກັນຢ່າງລະອຽດ ຈັ່ງຄ່ອຍຈະຮູ້.”
ຂະນະດຽວກັນ ຊາວທ່ານໜຶ່ງກ່າວວ່າ ໄດ້ສອບຖາມໝູ່ຂອງຕົນ ທີ່ພໍຮູ້ເຫດການ ນີ້ ກໍພົບວ່າ ຜູ້ເສຍຊີວິດ ທີ່ເປັນຄົນລາວ ເຂົາເຈົ້າມີເລື່ອງກັນກັບຄົນໄທ ຕັ້ງແຕ່ໃນເທັກດັ່ງກ່າວ ຈາກນັ້ນ ຜູ້ເສຍຊີວິດ ບໍ່ພໍໃຈ ຕາມໄປດັກລົດທີ່ຄົນໄທ ກໍາລັງຈະກັບ ແລ້ວຈຶ່ງເກີດເຫດການຂຶ້ນ ຕາມຄລິບວີດີໂອ:
“ເຫັນຢູ່ ເຫັນຢູ່ ເຫດການນີ້ເພິ່ນ ເຮົາກະບໍ່ຮູ້ຄັກປານໃດ ທາງເພິ່ນ ເພິ່ນບໍ່ຢາກໃຫ້ເວົ້າ ຫຼືຈັ່ງໃດນີ້ ຖາມໝູ່ ຄືວ່າອັນ ຄົນລາວຜິດກັນກັບຄົນໄທແລ້ວ ກ່ອນຈະອອກມາຫັ້ນ.”
ຂະນະທີ່ຄົນ ທີ່ຮູ້ເຫດການນີ້ ກໍໄດ້ເຂົ້າມາສະແດງຄວາມຄິດເຫັນ ໃນສື່ສັງຄົມອອນລາຍ ວ່າ ຜູ້ເສຍຊີວິດ ເປັນຄົນລາວ ຫາກໍອອກຈາກຄຸກ ແລ້ວໄປທ່ຽວ ເທັກດັ່ງກ່າວ, ຈາກນັ້ນ ໄດ້ມີເລື່ອງກັບຄົນໄທ. ລັກສະນະຄົນໄທ ເຂົາເຈົ້າແນມເບິ່ງໜ້າຊື່ໆ ແລ້ວຄົນໄທກໍຂໍໂທດ ແຕ່ຜູ້ເສຍຊີວິດ ຄາດວ່າບໍ່ຍອມຍົກໂທດໃຫ້ຄົນໄທ ຈຶ່ງອອກຈາກເທັກ ໄປລັດດັກລົດຄົນໄທ.
ຂະນະທີ່ຊາວລາວທ່ານໜຶ່ງ ກໍກ່າວເຖິງເຫດການດັ່ງກ່າວ ນີ້ວ່າ ສໍາລັບຄະດີ ຍິງກັນແບບນີ້ ຖ້າຜູ້ທີ່ເປັນຄົນຍິງປືນ ມີເສັ້ນສາຍອໍານາດເງິນໃຫຍ່ ເລື່ອງກໍງຽບມິດ:
“ທໍາມະດາ ເຂົາເຫັນລົດ ເຂົາກໍຮູ້ແລ້ວແຫຼະ ເຫັນປ້າຍເຂົາກໍຮູ້ແລ້ວລະ ຕິດຕາມນ່າ ແຕ່ວ່າຄັນຜູ້ທີ່ຍິງປືນຫັ້ນ ຖ້າຜູ້ນັ້ນເສັ້ນໃຫຍ່ ກະຕໍາຫຼວດກະບໍ່ຮູ້ ບໍ່ເຫັນ ເຫັນ ຮູ້ ກະເຮັດຫຍັງບໍ່ໄດ້.”
ເຖິງຢ່າງໃດກໍຕາມ ເຈົ້າຂອງຮ້ານ ເທັກທ່ຽນກົ່ງ ກໍໄດ້ອອກມາຊີ້ແຈງວ່າ ເລື່ອງທີ່ໄດ້ເກີດຂຶ້ນດັ່ງກ່າວນີ້ ທາງຮ້ານ ບໍ່ມີສ່ວນກ່ຽວຂ້ອງ ເຊິ່ງເປັນບັນຫາຂອງບຸກ ຄົນພາຍນອກ ທີ່ເຂົາເຈົ້າ ເຄີຍມີບັນຫາກັນແຕ່ເກົ່າ ທີ່ຕາມອາຄາດບາດໝາງກັນ ແລະ ເຫດທີ່ເກີດ ບໍ່ໄດ້ເກີດຢູ່ໃນຮ້ານຂອງຕົນເອງ, ບໍ່ຄວນຈະເວົ້າໃນດ້ານຄວາມເສຍຫາຍ ໃຫ້ກັບທາງຮ້ານ.