ມີຜູ້ເບື່ອເຫັດ 20 ຄົນ

ພົບຄົນລາວ ເບື່ອເຫັດ 5 ຄົນ ຢູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພາກັນໄປ ເກັບເຫັດ ໃນປ່າ ແລ້ວນຳມາ ແກງກິນ ແລະ ຄົນຈີນ 15 ຄົນ ກໍເບື່ອເຫັດ ຢູ່ ແຂວງຊຽງຂວາງ.

ຄົນຈີນ ເບື່ອເຫັດ ຢູ່ ແຂວງຊຽງຂວາງ ທີ່ ໄປປິ່ນປົວ ຢູ່ໂຮງໝໍ ເມືອງຜາໄຊ ແຂວງຊຽງຂວາງ ຮູບພາບຈາກ : Xiengkhuang Update

ພົບຜູ້ກິນເຫັດເບື່ອ 5 ຄົນ ເຊິ່ງເປັນປະຊາຊົນ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ເຮັດໄຮ່ ເຮັດນາ ພາກັນໄປເກັບເຫັດ ໃນປ່າ ແລ້ວນຳມາແກງກິນ ໃນທ້າຍເດືອນ ພຶສພາ ຜ່ານມາ. ຕາມຄວາມເວົ້າ ຂອງ ທ່ານໝໍ ຢູ່ໂຮງໝໍ ນະຄອນຫຼວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມິຖຸນາ ນີ້ວ່າ:

“ຂະເຈົ້າໄປນໍາໄຮ່ນໍານາ ແລ້ວຂະເຈົ້າເອົາມາປັນກັນກິນນັ້ນແຫຼະ ເຂດວ່າມັນເປັນເຫັດໄຂ່ ເຂົາເອີ້ນນໍ. ທໍາອິດແມ່ນຕົ້ມກິນ ຕອນກາງຄືນ ບໍ່ເປັນຫຍັງ, ແຕ່ຕອນເຊົ້າ ຂະເຈົ້າ ກະມາຈີ່ ມາເຮັດແຈ່ວ ເຮັດຫຍັງກິນ ແລະກໍມີອາການເຈັບທ້ອງ ແລະກະຮາກຫຼາຍເທື່ອ ແລ້ວກະມີ ອາການຖ່າຍເປັນນໍ້າ. ແລ້ວບາງຄັ້ງ ກໍມີອາການຖ່າຍເປັນມູກ ເປັນເລືອດ ມານໍາ.”

ໃນວັນທີ 4 ມິຖຸນາ 2019 ກໍເກີດເຫດຄົນຈີນ 15 ຄົນ ກິນເຫັດແລ້ວມີອາການ ເຈັບທ້ອງຮາກ ແລະ ຖ່າຍທ້ອງ ຈຶ່ງໄດ້ໄປປີ່ນປົວ ຢູ່ ໂຮງໝໍເມືອງຜາໄຊ ແຂວງຊຽງຂວາງ. ໂດຍຄົນຈີນເລົ່ານັ້ນໄດ້ຊື້ເຫັດ ຢູ່ຕລາດມາແກງກິນ, ດັ່ງຜູ້ແປພາສາຈີນ ບໍຣິສັດໄຟຟ້າ ລາວ-ຈີນ ເມືອງຜາໄຊ ແຂວງຊຽງຂວາງ ເຊິ່ງກໍເປັນຜູ້ນຶ່ງ ທີ່ກິນເຫັດເບື່ອ ເວົ້າຕໍ່ຜູ້ສື່ຂ່າວ RFA ເມື່ອວັນທີ 10 ມິຖຸນາວ່າ:

"ຄົນຈີນໄປຊື້ຢູ່ຕລາດເຫັດປາແດງຂົ້ວໃສ່ຊີ້ນໝູ ແລ້ວກໍ່ພາກັນກິນເລີຍ ກິນແລ້ວກໍເມົາ ມີອາການ ເຈັບກະເພາະເຈັບທ້ອງ ຕອນກິນຫັ້ນ ກິນເຂົ້າໄປປຶບ ມັນກໍ່ຍັງບໍ່ທັນມີ ອາການ ແມ່ນຫຍັງເນາະກິນຕອນ 11 ໂມງຕອນສວາຍ ເມື່ອຮອດ 5 ໂມງແລງ ຈຶ່ງມີອາການບິດທ້ອງ ແລະວິນຫົວລາຍຕາ."

ຕໍ່ເຫດການເບື່ອເຫັດ ເຈົ້າໜ້າທີ່ ສາທາຣະນະສຸກ ໄດ້ເຄີຍເຕືອນປະຊາຊົນ ໃນໄລຍະຣະດູຝົນນີ້ ໃຫ້ຣະວັງຢ່າເກັບເຫັດ ທີ່ບໍ່ຮູ້ແນ່ວ່າ ແມ່ນເຫັດຫຍັງ ມາກິນ ເຊິ່ງມັນສ່ຽງຕໍ່ ການເສັຽຊີວິດ.

ສຳລັບອາການຂອງຄົນກິນເຫັດເປັນພິດ ຫຼື ເຮັດເບື່ອເຂົ້າໄປ ຈະສະແດງອາການພາຍຫຼັງ 3 ຊົ່ວໂມງ ໂດຍຈະມີອາການວິນຫົວ ຮ່າງກາຍ ບໍ່ມີແຮງ ປວດທ້ອງ ຮາກ ແລະ ອາການ ຈະຮຸນແຮງຂຶ້ນ ຖ້າໂຮງໝໍ ບໍ່ທັນອາດເສັຽຊີວິດໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org