ຢາສູບໄຟຟ້າ ກຳລັງລະບາດ ໃນກຸ່ມນັກຮຽນ ສົ່ງຜົນກະທົບຕໍ່ສຸຂະພາບ

ບັນຫາຢາສູບໄຟຟ້າ ທີ່ລະບາດຢູ່ກຸ່ມໄວໜຸ່ມນັກຮຽນ, ນັກສຶກສາ ເຮັດໃຫ້ພໍ່ແມ່ຜູ້ປົກຄອງ, ຄູ ແລະອາຈານ ເປັນກັງວົນ ແລະ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ເອົາຈິງເອົາຈັງ ກັບການໂຄສະຜົນຮ້າຍຂອງຢາສູບໄຟຟ້າຫຼາຍຂຶ້ນ.

ນີ້ເປັນພຽງຮູບປະກອບ ເຊິ່ງກຸ່ມນັກຮຽນກຳລັງເລີກໂຮງຮຽນ ນະຄອນຫຼວງວຽງຈັນ ເດືອນເມສາ 2024. ຮູບພາບຈາກພົນລະເມືອງ

ພໍ່ແມ່ຜູ້ປົກຄອງ, ຄູ ແລະອາຈານ ເປັນຫວ່ງເລື່ອງບັນຫາຢາສູບໄຟຟ້າ ທີ່ລະບາດຢູ່ກຸ່ມໄວໜຸ່ມ ນັກຮຽນ ນັກສຶກສາ ແລະ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ເອົາຈິງເອົາຈັງ ກັບການໂຄສະຜົນຮ້າຍຂອງຢາສູບໄຟຟ້າຫຼາຍຂຶ້ນ.

ຜູ້ປົກຄອງນັກຮຽນທ່ານນຶ່ງ ໄດ້ກ່າວວ່າ:

ຂັ້ນມະຫາພາກນີ້ນ່າ ບໍ່ວ່າຈະເປັນກະຊວງສາທາລະນະສຸກບໍ່ ຫຼື ບັນດາໜ່ວຍງານທີ່ເຮັດວຽກກ່ຽວກັບ ການໃຫ້ຄວາມຮູ້ ຫຼື ໂຄສະນາປະຊາສໍາພັນກ່ຽວກັບ ໂຄສະນາເລື່ອງສຸກຂະສຶກສານີ້ ຄວນຈະເຮັດວຽກຫຼາຍໆ ຂຶ້ນເລື່ອງເຜີຍແຜ່ ຜົນຮ້າຍຂອງຢາສູບໄຟຟ້າຫັ້ນນ່າ.

ຜູ້ປົກຄອງທ່ານນີ້​ຍັງກ່າວຕື່ມອີກວ່າ:

ຢາສູບໄຟຟ້າອັນນີ້ ກະບໍ່ໄດ້ໄປຄົ້ນຄວ້າລາຍລະອຽດວ່າມັນມີ ມັນເຮັດມາຈາກໃສຜະລິດປະສົມກັບອີ່ສັງເນາະ ແຕ່ພາບລວມແລະກະເຫັນວ່າ ມັນມີຜົນເສັຍຊາຫຼາຍກວ່າ ກະຄືພາບລວມແລ້ວມັນອັດນຕະລາຍຕໍ່ສຸຂະພາບຊາເປັນສ່ວນຫຼາຍ.  

ນາຍຄູຢູ່ໂຮງຮຽນມັດທະຍົມເມືອງຫາດຊາຍ ກໍມີການກວດກາຕິດຕາມ ນັກຮຽນທີ່ພາກັນສູບຢາໄຟຟ້າ ຍ້ອນວ່າ ມັນຈັດຢູ່ບັນຊີຢາເສບຕິດທີ່ຕ້ອງຫ້າມ ໃນປະເທດລາວ.

ຄູໂຮງຮຽນມັດທະນຍົມ ເມືອງ ຢູ່ເມືອງຫາດຊາຍຟອງ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 9 ຕຸລາ ວ່າ:

ມີຢູ່ເຈົ້າ ແຕ່່ຕາມທີ່ເຮົາເກັບກໍາສໍາຫຼວດນັກຮຽນ ຂອງເຮົາກໍມີປະມານ 10 ປາຍຄົນ ແຕ່ເຂົ້າເຈົ້າໄປລັກລີ້ສູບທາງນອກ.

ອີງຕາມລະບຽບການຂອງທາງການລາວ, ຢາສູບໄຟຟ້າ ຖືກຈັດໃຫ້ຢູ່ໃນໝວດຢາເສບຕິດ, ຖ້າຜູ້ໃດສູບ, ມີໄວ້ໃນຄອບຄອງ ຫລື ຄ້າຂາຍ ຜູ້ນັ້ນຈະຖືກດໍາເນີນຄະດີຕາມກົດໝາຍ.

ມີຊາວໜຸ່ມ ອາຍຸປະມານ 20-25 ປີ ເຂົ້າປິ່ນປົວຢູ່ໂຮງໝໍມິຕພາບ 150 ຕຽງ ທີ່ນະຄອນຫລວງວຽງຈັນ ປະມານ 4-5 ຄົນຕໍ່ມື້, ແລະ ມີກໍລະນີເສັຍຊີວິດຈາກການສູບຢາໄຟຟ້າ ຍ້ອນປອດມີຜື່ນສີຂາວ 90% ຫຼື ປອດອັກເສບ ອີງຕາມຂໍ້ມູນຈາກໂຮງໝໍມິດຕະພາບ 150 ຕຽງ ໃນປີ 2023.

ຫຼ້າສຸດໜັງສືພິມລາວພັດທະນາ ໃນວັນທີ 8 ຕຸລາ 2024 ໄດ້ລາຍງານ ໂດຍ ອ້າງຄໍາເວົ້າຂອງ ທ່ານໝໍ ຄຳເລິກ ພຸດທະເສນ ພະແນກ X-ray ແລະ CT Scanner ວ່າ ມີຊາຍອາຍຸ 18 ປີ ເຂົ້າພົບໝໍດ້ວຍອາການໄອ, ແໜ້ນໜ້າເອິກ, ຫາຍໃຈຝືດ ເມື່ອກວດເຊັກປະຫວັດແມ່ນ ສູບຢາສູບໄຟຟ້າ ໄດ້ປະມານ 1ປີ ຜ່ານການຊ່ອງ X-ray ພາບທີ່ເຫັນແມ່ນປອດຮົ່ວ, ອາກາດອັ່ງໃນປອດ, ນ້ຳຖ້ວມປອດ ແລະ ປອດອັກເສບ.

ຊາວໜຸ່ມສ່ວນຫຼາຍ ຈະພາກັນສູບໄຟຟ້າ ຢູ່ ສະຖານທີ່ບັນເທິງ ຢູ່ຕາມເທດສະບານ. 

ເຈົ້າໜ້າທີ່ສາທາລະສຸກ ແຂວງສະຫລວງພະບາງ ທ່ານນຶ່ງ ໄດ້ກ່າວວ່າວ່າ:

ກໍຖືວ່າ ຢູ່ໃນຮ້ານບັນເທິງ ຄາຣາໂອເກະ ກໍຍັງພົບເຫັນຢູ່ຫັ້ນແຫຼະ ແມ່ນໆ ຈຸແກ່ບໍ່ມີບໍ່ຄ່ອຍ ຂະເຈົ້າກໍບໍ່ນິຍົມເນາະ ມີແຕ່ຈຸດເດັກນ້ອຍ 10 ປາຍປີ ຂຶ້ນໄປຫາ 20 ປາຍນີ້ ເນາະ ຂະເຈົ້າສູບນີ້ລະເນາະ ຂະເຈົ້າກໍາລັງຮິດເນາະ.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ປັດຈຸບັນ ພະແນກສາທາລະນະສຸກ ແຂວງຫລວງພະບາງ ໄດ້ຮ່ວມມືກັບອົງການອະນາໄມໂລກຈັດຕັ້ງໂຄງການສະກັດກັ້ນຢາສູບໄຟຟ້າໃນໝູ່ໄວລຸ້ນ ແລະ ປັດຈຸບັນ ຍັງຢູ່ໃນຂັ້ນຕອນກຽມການ.

ນອກຈາກນີ້ ຢູ່ເຂດເທດສະບານ ແຂວງ ສະຫວັນນະເຂດ ກໍມີນັກຮຽນຊັ້ນ ມ.5, ມ.6 ຈໍານວນນຶ່ງ ພາກັນສູບຢາໄຟຟ້າ.

ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ທ່ານນຶ່ງ ໄດ້ກ່າວໃນວັນທີ 9 ຕຸລາ ວ່າ:

ຫຼາຍໆ ເຫັນເດັກນ້ອຍເຂົາແລ່ນນສູບຫຍັງໄວລຸ້ນ ສ່ວນຫຼາຍໄວລຸ້ນ ຊັ້ນ ມ.6, ມ.7, ມ.5 ນີ້ແຫຼະ ຜູ້ຍິງກໍມີສ່ວນໜ້ອຍຕາມເຫັນ ຊິຜິດຫັ້ນແຫຼະເນາະ ກໍເປັນຢາເສບຕິດຊະນິດນຶ່ງ ມີເຈົ້າໜ້າທີ່ກ່ຽວຂ້ອງ ເຮັດໜ່ວຍງານຕົວນີ້ ຫັ້ນແຫຼະ ຈັ່ງສາມາດຈັບໄດ້ເນາະ.

ນອກຈາກນີ້ ໃນວັນທີ ທີ່ 5 ຕຸລາ ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສຶກສາອົບຮົມ ໄວລຸ້ນປະມານ 70 ຄົນ ທີ່ມົ້ວສຸມສິ່ງເສບຕິດຫຼາຍເປັນເພດ ເປັນຕົ້ນ ປູມເປົ້າອັດແກັສ, ຢາສູບໄຟຟ້າ, ນໍ້າກະທ່ອມ ແລະ ສານລະເຫີຍທີ່ມີສານເສບຕິດ. 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org