ໄທຍຍົກເລີກກວດໂຄວິດ-19 ຄົນງານ ຕ່າງດ້າວ

ກະຊວງແຮງງານ ຂອງໄທຍ ຍົກເລີກການ ກວດໂຄວິດ-19 ໃຫ້ຄົນງານ ຕ່າງດ້າວ ຮວມທັງ ຄົນງານລາວ ຢູ່ໄທຍ

ຄົນງານລາວຢູ່ ໄທຍ ທີ່ໄດ້ຜົນກະທົບ ຈາກ ໂຄວິດ-19 ໄປຮັບເຄື່ອງບໍຣິຈາກ ຂອງ ມູລນິທິເຄືອຂ່າຍ ສົ່ງເສີມຄຸນນະພາບແຮງງານ. RFA

ກະຊວງແຮງງານຂອງໄທຍ ໄດ້ມີແຈ້ງການຍົກເລີກ ໂຄງການກວດຫາໂຄວິດ-19 ແບບເຂົ້າເຖິງຊຸມຊົນ ເພື່ອຄົ້ນຫາຜູ້ຕິດເຊື້ອ ໃນ ແຄ້ມຄົນງານຕ່າງຊາດ ຄື ລາວ, ພະມ້າ ແລະ ກຳພູຊາ ຢູ່ໃນປະເທດໄທຍ.

ການລົງກວດໃນແຕ່ລະຄັ້ງ ຕ້ອງໄດ້ຮັບອະນຸຍາດ ຈາກໜ່ວຍງານສາທາຣະນະສຸຂ ເຊິ່ງກຳນົດວ່າ ການດຳເນີນການກວດໄດ້ ມື້ລະ ບໍ່ເກີນ 75 ຄົນ ຕໍ່ແຄັມ ເຮັດໃຫ້ການດຳເນີນການ ບໍ່ທົ່ວເຖິງ ຍ້ອນຄົນງານບາງຄົນໄດ້ກວດ ແຕ່ບາງຄົນກໍບໍ່ໄດ້ກວດ.

ບັນຫາກໍຄື ໃນເວລາກວດພົບວ່າ ຄົນງານຕິດເຊື້ອໂຄວິດ-19 ໜ່ວຍງານທີ່ລົງກວດ ຕ້ອງສົ່ງໃຫ້ໂຮງໝໍ ເຊິ່ງກະຊວງແຮງງານບໍ່ ສາມາດດຳເນີນການໂດຍກົງໄດ້ ສະນັ້ນກະຊວງ ແຮງານ ຈຶ່ງຕັດສິນໃຈຍົກເລີກ ການກວດໂຄວິດ-19 ໃນແຄັມຄົນງານ ແລະ ປ່ຽນມາເປັນການແຈກຢາຍອາຫານ ໃຫ້ຄົນງານເຫຼົ່ານັ້ນແທນ. ທ່ານ ອະທິບໍດີ ກົມຈັດຫາງານ ກະຊວງ ແຮງງານຂອງໄທຍ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ວ່າ:

"ກວດແບບເຂົ້າເຖິງຊຸມຊົນ ໂຄວິດ-19 ມີບັນຫາຍ້ອນເຮົາ ບໍ່ແມ່ນໜ່ວຍງານຫຼັກ ໃນການເຂົ້າໄປກວດ ເຊິ່ງປະເດັນນີ້ ຕ້ອງຂໍ ອະນຸຍາດ ໄປທາງກະຊວງສາທາຣະນະສຸຂ ຫຼື ເຈົ້າໜ້າທີ່ກຸງເທບ ມະຫານະຄອນ ຖ້າຄົນຕ່າງຊາດ ບໍ່ໄດ້ຮັບການກວດທຸກຄົນ ຫຼືບໍ່ສາມາດ ໃຫ້ການກວດໄດ້ ຢ່າງທົ່ວເຖິງ ກໍຈະເປັນປະເດັນຕໍ່ໄປ ເຮົາກະເລີຍຕ້ອງປ່ຽນເປົ້າໝາຍ ໄປດຳເນີນໂຄງການ ແຈກອາຫານ ໃຫ້ຄົນງານຕ່າງຊາດໃນແຄັມແທນ."

ທ່ານຍັງກ່າວຕື່ມວ່າ ສຳລັບຄົນງານຕ່າງຊາດ ທີ່ປະກອບດ້ວຍຄົນງານລາວ, ພະມ້າ, ແລະ ກຳພູຊາ ທີ່ຂຶ້ນທະບຽນຕາມກົດໝາຍ ແລະ ຢູ່ໃນລະບົບປະກັນສຸຂພາບ ຈະໄດ້ຮັບການ ເບິ່ງແຍງ ດ້ານສາທະຣະນະສຸຂ ແລະ ສາມາດຂໍເຂົ້າຮັບການກວດຫາເຊື້ອ ໂຄວິດ-19 ຕໍ່ໄປໄດ້ ສ່ວນຄົນງານ ທີ່ເຮັດວຽກໂດຍບໍ່ມີເອກກະສານເຮັດວຽກ ເຈົ້າໜ້າທີ່ກ່ຽວຂ້ອງ ກໍຕ້ອງມາເບິ່ງແຍງຕໍ່ໄປ.

ເຈົ້າໜ້າທີ່ຜູ້ທີ່ເຮັດວຽກ ດ້ານສິດທິແຮງງານໃນໄທຍ ໄດ້ໃຫ້ຄຳເຫັນວ່າ ການເຮັດແນວນີ້ ເປັນການເລືອກປະຕິບັດຢ່າງຈະແຈ້ງ ແລະ ບໍ່ຍຸຕິທັມ ຕໍ່ຄົນງານຕ່າງຊາດ ຍ້ອນວ່າທຸກຄົນ ຄວນມີສິດເຂົ້າເຖິງ ການບໍຣິການດ້ານສາທາຣະນະສຸຂ ທີ່ຜ່ານມາ ຄົນງານຕ່າງຊາດ ກໍຊ່ວຍສ້າງມູນຄ່າດ້ານເສຖກິດ ແຕ່ໃນເວລາ ສະພາບບໍ່ປົກກະຕິ ເຂົາເຈົ້າຄວນໄດ້ຮັບ ການຊ່ວຍເຫຼືອຄືກັນ ແຕ່ບໍ່ແມ່ນຈະຊ່ວຍແຕ່ ຄົນງານມີເອກກະສານ ການຍົກເລີກນະໂຍບາຍແບບນີ້ ບໍ່ເກີດປໂຍດ ຕໍ່ຣັຖບານໄທຍ ຍ້ອນວ່າໂຄວິດ-19 ບໍ່ເລືອກສັນຊາດ ແລະ ການຈັດການໂຣຄຣະບາດ ຈະຕ້ອງຊ່ວຍທຸກຄົນໄປໃນທາງດຽວກັນ.

ທີ່ຜ່ານມາກະຊວງແຮງງານໄທຍ ມີຄວາມສາມາດພຽງພໍ ທີ່ຈະດຳເນີນການໄດ້ ເປັນຕົ້ນວ່າເຄີຍຕັ້ງສູນຮັບກວດໂຄວິດ-19 ໃຫ້ຄົນ ງານຕ່າງຊາດ ທີ່ມີປະກັນສັງຄົມ ແຕ່ເມື່ອເປັນ ຄົນງານບໍ່ມີເອກກະສານ ກໍບໍ່ມີການຊ່ວຍເຫຼືອ.

ໂຕແທນຈາກຄະນະແຮງງານ ທີ່ເປັນໜ່ວຍງານ ພາກປະຊາສັງຄົມ ດ້ານສິດທິແຮງງານໃນໄທຍ ກ່າວໃນວັນທີ 14 ກໍຣະກະດາວ່າ:

"ຄືເຮົາຈະເຫັນວ່າ ກະຊວງແຮງງານເຮັດໄດ້ ມີຄວາມສາມາດ ໃນການເຮັດ ສຳລັບປະກັນສັງຄົມ ແຕ່ວ່າພໍມາເປັນຄົນງານຂ້າມຊາດ ພັດໂຍນຄວາມຮັບຜິດຊອບ ໄປໃຫ້ກະຊວງ ສາທາຣະນະສຸຂ ໂຍນຄວາມຮັບຜິດຊອບ ໄປໃຫ້ກຸງເທບ ມະຫານະຄອນ ເຮົາຄິດວ່າສໍ່າ ນີ້ ມັນຂ້ອນຂ້າງຈະສວນທາງກັນ ກັບສິ່ງທີ່ກະຊວງແຮງງານເຮັດ ແລະ ຂ້ອນຂ້າງທີ່ຈະເປັນ ການໂຍນຄວາມຮັບຜິດຊອບ."

ສຳລັບໂຄງການແຈກອາຫານ ກະຊວງແຮງງານ ຈະແຈກອາຫານໃຫ້ ສະເພາະຄົນງານຕ່າງດ້າວ ແລະ ຄົນງານໄທຍ ໃນແຄັມ ຄົນງານຂອງ ບໍຣິສັດຂນາດໃຫຍ່ ເທົ່ານັ້ນ.

ນັກເຄື່ອນໄຫວ ດ້ານສິດທິແຮງງານໃນໄທຍ ອີກທ່ານນຶ່ງ ໄດ້ກ່າວວ່າ ຖ້າບໍ່ສາມາດຄວບຄຸມ ການຣະບາດໃນກຸ່ມສ່ຽງ ທີ່ເປັນຄົນງານ ມັນກໍຈະເຮັດໃຫ້ປະຊາຊົນກຸ່ມອື່ນໆ ມີຄວາມສ່ຽງ ໄປນຳກັນ:

"ໝາຍເຖິງວ່າຄົນງານທີ່ຢູ່ພາຍໃຕ້ ການເບິ່ງແຍງຂອງກະຊວງນີ້ ກະຊວງຈະປັດ ໂດຍທີ່ໃຫ້ເປັນພາລະ ຂອງໜ່ວຍງານອື່ນແນວນີ້ ບໍ່ໄດ້ ມື້ນີ້ ທຸກຄົນຕ້ອງຮ່ວມມືກັນ ໃນການແກ້ໄຂ ບັນຫາ ຕ້ອງໃຫ້ຄວາມຮ່ວມມື ກັບທາງພາກຣັຖ ໃນການກວດຫາປິ່ນປົວໂຄວິດ ເພື່ອການຄວບຄຸມໂຣຄ ຖ້າເຮົາບໍ່ສາມາດຄວບຄຸມໂຣຄ ໃນກຸ່ມສ່ຽງໄດ້ ມັນກະຄືວ່າ ກຸ່ມອື່ນໆມັນກໍມີ ຄວາມສ່ຽງຄືກັນ."

ປັດຈຸບັນຄົນງານລາວບາງຄົນ ຢູ່ເຂດພື້ນທີ່ສີແດງໃນຕລາດ, ໂຮງງານ ໃນເຂດກຸງເທບມະຫານນະຄອນ ກໍບໍ່ມີວຽກເຮັດງານທຳ ແຕ່ເຂົາເຈົ້າຕ້ອງພັກຢູ່ ໃນເຂດຊຸມຊົນ. ເຖິງວ່າ ໜ່ວຍງານສາທາຣະນະສຸຂ ຈະຊ່ວຍເຫຼືອດ້ານເບິ່ງແຍງຕ່າງໆ ແຕ່ກໍມີໂອກາດ ຕິດເຊື້ອໄດ້ຊ້ຳອີກ ເຊິ່ງບັນຫາດັ່ງກ່າວ ກໍເຮັດໃຫ້ຄົນງານລາວ ໃນໄທຍ ບໍ່ສະບາຍໃຈ ຍ້ອນວ່າ ເຈົ້າໜ້າທີ່ແຈ້ງວ່າ ຖ້າຕິດເຊື້ອ ອີກເທື່ອນຶ່ງ ເຂົາເຈົ້າຈະຕ້ອງຈ່າຍຄ່າ ປິ່ນປົວເອງ ທີ່ມີລາຄາແຕ່ 10,000 ບາດ - 15,000 ບາດ.

ແມ່ຍິງຄົນງານລາວ ໃນໄທຍ ຄົນນຶ່ງ ກ່າວວ່າ ຢາກໃຫ້ຣັຖບານໄທຍ ຊ່ວຍເຫຼືອຄ່າປິ່ນປົວ ເຖິງວ່າ ຄົນງານລາວຄົນໃດຕິດເຊື້ອອີກ ຄັ້ງກໍຕາມ.

"ກະຢາກໃຫ້ເພິ່ນຊ່ວຍແບບວ່າ ຄັນວ່າ ຖ້າຫາກຄົນລາວຕິດອີກ ກະຢາກໃຫ້ແບບວ່າ ຮັກສາຟຣີ ແບບວ່າ ເພິ່ນວ່າ ຄັນຕິດອີກຮອບ 2 ເພິ່ນວ່າ ໃຫ້ຈ່າຍເອງ ຫັ້ນນ່າ ຂ້ອຍກະແບບວ່າ ບໍ່ຢາກໃຫ້ຈ່າຍ ອີ່ຫຍັງຫັ້ນນ່າ ແບບວ່າຢາກໃຫ້ຮັກສາຟຣີໄປເລີຍ ຖ້າຕິດອີກ ຮອບນຶ່ງກະ."

ຄົນງານລາວໃນໄທຍ ອີກຄົນນຶ່ງ ກໍກ່າວວ່າ ຍັງບໍ່ກ້າສ່ຽງ ທີ່ຈະສັກວັກຊີນ ເພາະຢ້ານຜົລຂ້າງຄຽງ:

"ກະມີແຕ່ເຂົາມາສອບຖາມ ເຣື່ອງຜູ້ໃດຢາກສີດຢາ ຊິນ່າ ກະມີໄທບ້ານເຮົາ ກະມີຄົນໄປຢູ່ ໄປສັກວັກຊິນຫັ່ນນ່າ. ບໍ່ ບໍ່ຄ່ອຍໝັ້ນໃຈ ປານໃດ ເພາະວ່າ ໄດ້ຍິນມາກະວ່າ ມີອາການ ມີຜົລຂ້າງຄຽງແດ່ຫຼາຍ ລະກະບໍ່ຖ້າສ່ຽງ ເປັນຫຍັງ ເປັນຫຍັງໄປ.

ກ່ອນໜ້ານີ້ ກົມການຈັດຫາງານ ໄດ້ມີນະໂຍບາຍ ໃຫ້ສຳນັກງານຈັດຫາງານ ແຂວງປະທຸມທານີ, ນົນທະບຸຣີ, ສະມຸດປາການ ແລະ ກຸງເທບ ມະຫານະຄອນ ດຳເນີນການກວດຫາ ເຊື້ອໂຄວິດ-19 ໃນກຸ່ມຄົນງານຕ່າງຊາດ ຮວມທັງລາວ, ພະມ້າ ແລະ ກຳພູຊາ ທີ່ເຮັດວຽກແບບມີເອກກະສານ ໃນເຂດພື້ນທີ່ສີແດງ ເປັນຕົ້ນວ່າເຂດກໍ່ສ້າງ ໂຮງງານອຸດສາຫະກັມ ອາຫານ ການຂົນສົ່ງຕລາດ ແລະ ຮ້ານຄ້າແຄມທາງ ເພື່ອສະກັດກັ້ນ ການຣະບາດຂອງໂຄວິດ-19.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org