ປີໃໝ່ລາວ ລະຫວ່າງ 14-15 ເມສາ ເກີດອຸບັດຕິເຫດ ຫຼາຍທີ່ສຸດ

ໃນໂອກາດບຸນປີໃໝ່ລາວ ປະຈໍາປີ 2023 ທົ່ວປະເທດ ມີອຸບັດຕິເຫດ ທີ່ເກີດຫຼາຍທີ່ສຸດ ແມ່ນຢູ່ໃນລະຫວ່າງວັນທີ 14-15 ເມສາ 2023 ໂດຍແຂວງຈຳປາສັກ ແມ່ນເກີດອຸບັດຕິເຫດ ຫຼາຍທີ່ສຸດ ຮອງລົງມານະຄອນຫຼວງວຽງຈັນ, ແຂວງສວັນນະເຂດ ແລະ ອີກຫຼາຍແຂວງ.

ຮູບໂຕຢ່າງ ການຫຼິ້ນຮົດນ້ຳປີໃໝ່ລາວ ຢູ່ເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ, ວັນທີ 14 ເມສາ 2022 (ພ.ສ. 2565). RFA

ອີງຕາມການຣາຍງານ ຢ່າງບໍ່ເປັນທາງການ ຂອງກົມຕຳຣວດ ຈ າຣະຈອນ ໃນວັນທີ 16 ເມສາ 2023  ວ່າ. ໃນໂອກາດບຸນປີໃໝ່ລາວ ປະຈໍາປີ 2023 ທົ່ວປະເທດ ມີອຸບັດຕິເຫດ ທີ່ເກີດຫຼາຍທີ່ສຸດ ແມ່ນຢູ່ໃນລະຫວ່າງວັນທີ 14-15 ເມສາ 2023 ໂດຍແຂວງຈຳປາສັກ ແມ່ນເກີດອຸບັດຕິເຫດ ຫຼາຍທີ່ສຸດ ຮອງລົງມານະຄອນຫຼວງວຽງຈັນ, ແຂວງສວັນນະເຂດ ແລະ ອີກຫຼາຍແຂວງ. ສະເພາະ ຢູ່ນະຄອນຫຼວງວຽງຈັນອີງຕາມໂຕເລຂ ໜ່ວຽງານກູ້ພັຍ ອາສາເພື່ອປະຊາຊົນພົບ ວ່ານັບແຕ່ວັນທີ 12-17 ເມສາ ມີອຸບັດຕິເຫດທາງຣົຖທັງໝົດ 20 ກໍຣະນີ ໃນນັ້ນເສັຽຊີວິດ 3 ຄົນ ບາດເຈັບສາຫັດ 5 ຄົນ.

ດັ່ງເຈົ້າໜ້າທີ່ ໜ່ວຍກູ້ພັຍອາສາ ເພື່ອປະຊາຊົນ ນະຄອນຫຼວງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 17 ເມສາ ນີ້ວ່າ:

“ອຸບັດຕິເຫດ 20 ກໍຣະນີ ບາດເຈັບ ສາຫັດປະມານ 5 ຄົນຫົວມູ່ນປີກາຍນີ້ ມີແຕ່ປະມານ 10 ກໍຣະນີເສັຽຊີວິດ 1 ຄົນ ເມົາແລ້ວຂັບຊ່ວງເວລາ 5 ໂມງ ຫາ 8 ໂມງກາງຄືນ.”

ແຂວງຫຼວງພຣະບາງ ຊຶ່ງກໍແມ່ນແຂວງນຶ່ງ ທີ່ຈັດສະຫຼອງປີໃໝ່ລາວ ຢ່າງເຕັມຮູບແບບ ນັບແຕ່ວັນທີ 14-16 ເມສາ ເກີດອຸບັດຕິເຫດ ທາງຣົຖເຖິງ 8 ກໍຣະນີ ຕໍ່ມື້ ຊຶ່ງສາເຫດສ່ວນຫຼາຍ ແມ່ນມາຈາກການດື່ມສິ່ງມືນເມົາ.

ດັ່ງເຈົ້າໜ້າທີ່ຕຳຣວດ ປກສ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ແຕ່ 3 ມື້ໄປນີ້ແຫຼະ. ສະເລັ່ຽໄປມື້ນຶ່ງ 7-8 ລາຍນີ້ແຫຼະຄັ ນເຈົ້າໜ້າທີ່ເຮົາ ໄປກ່ຽວກັນເອງ ເຮົາບໍ່ໄດ້ຣາຍງານ ເຂົາເຈົ້າໄກ່ເກັ່ຽກັນມີຫຼາຍເຕີບ ເພາະວ່າໄປກ່ຽວກັນເອງ ເຮົາບໍ່ໄດ້ຣາຍງານເດ້ ຊ່ວງບຸນຢູ່ນະຄອນຫຼວງພຣະບາງນີ້ ບໍ່ມີຜູ້ເສັຽຊີວິດ ສາເຫດສ່ວນຫຼາຍສ່ວນຫຼາຍ ກໍເມົາຫັ້ນແຫຼະ ເມົາແລ້ວຂັບ.

ແຂວງຈຳປາສັກ ທີ່ມີຫໜ່ວຍກູ້ພັຍມູນ ມິທິຊ່ອຍເຫຼືອຄົນຄົນ ທຸກຍາກແຫ່ງ ສປປ ລາວ 1623 ຮັບຜິດຊອບ ພົບວ່າໃນໄລຍະບຸນປີໃໝ່ລາວ ແຕ່ວັນທີ 13-17 ເມສາ ມີອຸບັດຕິເຫດ ລວມທັງ ໝົດ 32 ກໍຣະນີ ຊຶ່ງເປັນຈຳນວນທີ່ຫຼາຍ ກ່ວາບຸນປີໃໝ່ລາວ ປີທີຜ່ານມາ ແລະໂດຍສາເຫດສ່ວນຫຼາຍ ມາຈາກເມົາແລ້ວຂັບ.

ດັ່ງເຈົ້າໜ້າທີ່ໜ່ວຍກູ້ພັຍ ມູນນິທີຊ່ອຍເຫຼືອ ຄົນທຸກຍາກ ແຫ່ງ ສປປ ລາວ 1623 ແຂວງຈຳປາສັກ ກ່າວໃນມື້ດຽວກັນວ່າ:

ປະມານຢູ່ 45 ຄົນນີ້ແຫຼະ ຈາກອຸບັດຕິເຫດສ່ວນຫຼາຍ ເກີດກັບການກີນເຫຼົ້າກິນເບັຽຫຼາຍກວ່າປີກາຍໜ້ອຍນຶ່ງ ເພາະວ່າປີກາຍມັນເປັນຊ່ງທີ່ວ່າ ກຳລັງຢູ່ໃນພາວະຂອງ ໂຄວິດ-19. ປີນີ້ສ່ວນຫຼາຍປະຊາຊົນຫຼິ້ນຢູ່ຕາມເຮືອນຫຼາຍກ່ວາ ສ່ວນຫຼາຍຈະຢູ່ເປັນຈຸດ ເປັນຈຸດບໍ່ຄ່ອຍຂີ່ຣົຖປານໃດເຈົ້າ.

ແຂວງສວັນນະເຂດ ທີ່ມີໜ່ວຍກູ້ພັຍມູນນິທິ ພົມມະເທບ ຮັບຜິດຊອບພົບວ່າ ໃນໄລຍະບຸນປີ ໃໝ່ລາວວັນທີ 14-16 ເມສາ ປີນີ້ອຸບັດຕິເຫດທາງຣົຖ ແລະວິວາດຕີກັນໜ້ອຍກ່ວາປີຜ່ານມາ ແຕ່ປີນີ້ໜັກເຖິງຂັ້ນເສັຽຊີວິດຄາທີ່ ຂາຫັກຄາທີ່ ລວມແລ້ວທັງອຸບັດຕິເຫດ ແລະວິວາຕີກັນ ມີ 16 ກໍຣະນີ, ເສັຽຊີວິດ 4 ຄົນ ບາດເຈັບສາຫັດ 5 ຄົນ, ສ່ວນປີກາຍ ເຫດການດັ່ງກ່າວບໍ່ຫຼາຍ.

ດັ່ງເຈົ້າໜ້າທີ່ໜ່ວຽກູ້ພັຍ ມູນມິທິ ພົມມະເທບ ສວັນນະເຂດກ່າວໃນມື້ດຽວກັນວ່າ:

“ຄືສະເພາະເຮົາຊ່ອຍນີ້ປະມານຢູ່ທີ 16 ເຄສ ເສັຽຊີວິດນະຕອນນີ້ປະມານ 4 ສົບໃນເວລາດຽວກັນມັນຈະໜ້ອຍກ່ວາປີກາຍ ປີກາຍຫຼາຍກ່ວາເພາະວ່າ ປີກາຍມັນຈະບໍ່ມີເຫດໜັກຫຼາຍ ມັນມີແຕ່ເຫດເບົາໆ ຕີກັນເທາະເລາະເປາະເປີກແຂ່ງຂາຫັກ ປົກກະຕິໜ້ອຍຕຳບາດນຶ່ງຖືວ່າ ແຂ່ງຂາຫັກໂລດຖືວ່າ ໂຄມ່າແລ້ວກໍເສັຽຊີວິດຄາທີ່.”

ວັນທີ 16 ເມສາ 2023 ກົມຕຳຣວດ ຈາຣະຈອນ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ໃຫ້ຮູ້ວ່າ ໃນວັນທີ 14-15 ເມສາ 2023 ທົ່ວປະທດມີອຸບັດຕິເຫດ ເກີດຂຶ້ນທັງໝົດ 139 ຄັ້ງ, ເຮັດໃຫ້ພາຫະນະເປ່ເພ ທັງໝົດ 250 ຄັນ, ຄົນໄດ້ຮັບບາດເຈັບ 254 ຄົນ ແລະ ເສັຽຊີວິດ 13 ຄົນ. ແຂວງທີ່ເກີດອຸບັດຕິເຫດ ຫຼາຍກ່ວາໝູ່ແມ່ນ ຈຳປາສັກ, ຮອງລົງມາ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ສ່ວນແຂວງທີ່ມີຜູ້ເສັຽຊີວິດ ຫຼາຍກ່ວາໝູ່ແມ່ນ ນະຄອນຫຼວງວຽງຈັນ ແລະ ສວັນນະເຂດ, ຮອງລົງມາແຂວງຈຳປາສັກ, ບໍ່ແກ້ວ, ຊຽງຂວາງ, ຫຼວງພຣະບາງ, ໄຊສົມບູນ, ແຂວງວຽງຈັນ.

ກົມຕຳຣວດ ຈາຣະຈອນ ໄດ້ລະບຸຕື່ມວ່າ ອຸບັດຕິເຫດທີ່ເກີດຂຶ້ນຫຼາຍ ແມ່ນຍ້ອນບໍ່ເອົາໃຈໃສ່ ປະຕິິບັດກົດລະບຽບ ຈາຣະຈອນ, ດື່ມສີ່ງມືນເມົາແລ້ຂັບຣົຖ, ຂັບຣົຖໄວເກີນກຳນົດ, ລ່ວງປ້າຍຫ້າມ, ລ່ວງໄຟອຳນາດ, ຂັບຂີ່ບໍ່ຖືກຊ່ອງທາງຈາຣະຈອນ, ລົມ ແລະຫຼິ້ນໂທຣະສັບ.

ສ່ວນໂຕເລຂ ການເກີດອຸບັດຕິເຫດ ຢ່າງເປັນທາງການນັ້ນ ທາງກົມຕຳຣວດ ຈາຣະຈອນ ຈະໄດ້ຖແລງຂ່າວ ໃຫ້ໄດ້ຮັບຊາບ ກັນອີກເທື່ອນຶ່ງໃນໄວໆນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org