ຊາວບ້ານຮ້ອງທຸກຄ່າຣົດ ນໍາສົ່ງ ຄົນເຈັບ
ຊາວເມືອງອາດສະພອນ ແຂວງ ສວັນນະເຂດ ຮ້ອງທຸກ ຍ້ອນຄ່າ ນໍາສົ່ງ ຄົນປ່ວຍ ຈາກ ໂຮງຫມໍເມືອງ ໄປຫາ ໂຮງຫມໍແຂວງ ສູງເກີນໄປ.
-
ສິດນີ
2017-05-15 -
-
-
Your browser doesn’t support HTML5 audio
ຊາວເມືອງອາດສະພອນ ແຂວງສວັນນະເຂດ ຮ້ອງທຸກ ນຳຄ່ານໍາສົ່ງຄົນປ່ວຍ ຈາກໂຮງຫມໍເມືອງ ໄປປີ່ນປົວຢູ່ ໂຮງຫມໍແຂວງ ນັ້ນຈະຕົກ ຢູ່ປະມານ 6ຫາ7 ແສນກີບຕໍ່ຖ້ຽວ ຜູ້ທີ່ບໍ່ມີເງິນ ກໍຕ້ອງໄດ້ ຫາວິທີ ເອົາຄົນປ່ວຍນັ້ນໄປ ໂຮງຫມໍເອງ. ຕາມການເປີດເຜີຍ ຂອງຊາວບ້ານ ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນວັນທີ 12 ພຶສພາ ນີ້ວ່າ:
"ຖ້າເຮົາເຈັບໄຂ້ສ່ວນຫລາຍ ຈະມາໂຮງຫມໍກ່ອນ ແຕ່ສົມມຸດວ່າ ໂຮງຫມໍເມືອງ ເພິ່ນເອົາບໍ່ໄດ້ ເພິ່ນປິ່ນປົວບໍ່ໄດ້ ແລ້ວເພິ່ນຈະສົ່ງມາທາງ ໂຮງຫມໍແຂວງ ສົ່ງໄປແຂວງ ນັ້ນແຫຼະ ແຕ່ວ່າເວລາການສົ່ງນະ ຣົດນັ້ນ ມັນບໍ່ແມ່ນຣົດ ຂອງຣັດບໍ ຄືໄປສົ່ງຄົນເຈັບຄົນໄຂ້ ເປັນຫຍັງຈື່ງ ເສັຽ 6-7 ແສນນະ ຖ້າສົມມຸດວ່າ ຄົນໄຂ້ນັ້ນ ບໍ່ມີເງິນນີ້ເພິ່ນ ບໍ່ສົ່ງນະ".
ທ່ານກ່າວຕື່ມວ່າ ການເກັບຄ່າຣົດຂົນສົ່ງ ຄົນປ່ວຍໄປໂຮງຫມໍແຂວງ ມີມາແຕ່ດົນແລ້ວ ສ້າງຄວາມເດືອດຮ້ອນ ໃຫ້ແກ່ ຊາວບ້ານຫລາຍ ຖ້າບໍ່ມີເງິນ ໂຮງຫມໍເມືອງ ກໍແນະນຳ ໃຫ້ພາຄົນເຈັບ ໄປເອງ ໂດຍໃຫ້ເຫດຜົລວ່າ ຕ້ອງໄດ້ເສັຽຄ່າ ນ້ຳມັນ ແລະໂຮງຫມໍ ມີຣົດຄັນດຽວ ຕ້ອງໄດ້ໃຊ້ ໃນກໍຣະນີ ສຸກເສີນ.
ຊາວບ້ານບາງຄົນ ເມື່ອມີຄົນເຈັບປ່ວຍໃນເຮືອນ ຖ້າບໍ່ມີເງິນ ຕ້ອງໄດ້ເອົາສິ່ງຂອງ ໄປຈຳນຳ ຍ້ອນບໍ່ມີ ທາງເລືອກ, ບາງຄົນ ກໍຈະໃຊ້ຣົດ ໄຖ່ນາພາໄປ ຊຶ່ງຕ້ອງໃຊ້ເວລາ ເຖິງ 4 ຊົ່ວໂມງ:
"ຖ້າຫາກວ່າມັນຂາຫັກ ຈັ່ງຊີ້ມັນບໍ່ໄດ້ ເພິ່ນຕ້ອງສົ່ງ ພໍສົ່ງປຸບ ກໍບໍ່ມີເງິນ ໃຫ້ເພິ່ນບາດນີ້ ເພິ່ນກໍໃຫ້ນັ່ງຣົດໄຖໄປ ຖນົນມັນກໍບໍ່ໄດ້ນັ່ງ ຣົດໄຖ ມາລົງເສັ້ນທາງເລກ 9 ຖ້າຈາກ ອາດສະພອນ ລົງດົງເຫັນ ນັ້ນປະມານ 25 ຫລັກ ທີ່ຖນົນບໍ່ດີ ປະມານ 25 ຫລັກ ແຕ່ຈາກດົງເຫັນ ລົງ ສວັນນະເຂດ ຖນົນດີນະ ຈາກເມືອງອາດສະພອນ 8 ໂມງ ກໍຮອດປະມານ ທ່ຽງນະ".
ທ່ານວ່າ ຢາກໃຫ້ທາງໂຮງຫມໍ ແກ້ໄຂບັນຫາ ດັ່ງກ່າວ ໃຫ້ເພື່ອຈະຫລຸດຜ່ອນ ຄວາມເດືອດຮ້ອນ ຂອງປະຊາຊົນ ໃນຍາມເຈັບປ່ວຍ ຊຶ່ງ ໃນທຸກມື້ນີ້ ສະເພາະ ບັນຫາ ໃນເຣື້ອງ ປາກທ້ອງ ຂະເຈົ້າ ກໍລຳບາກຢູ່ແລ້ວ. ກ່ຽວກັບເຣື້ອງນີ້ ເອເຊັຽເສຣີ ກໍພຍາຍາມ ຕິດຕໍ່ໄປຫາ ໂຮງຫມໍ ດັ່ງກ່າວ ແຕ່ບໍ່ສາມາດ ຕິດຕໍ່ໄດ້.